Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 16:18 - ພຣະຄຳພີສັກສິ

18 ເພິ່ນ​ຕ້ອງ​ອອກ​ມາ​ຂ້າງ​ນອກ​ທີ່​ແທ່ນບູຊາ​ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ເຜົາ​ເຄື່ອງ​ຖວາຍ​ແລະ​ຊຳລະ​ແທ່ນ​ນັ້ນ​ໃຫ້​ໝົດ​ມົນທິນ. ເພິ່ນ​ຈະ​ເອົາ​ເລືອດ​ງົວເຖິກໜຸ່ມ ແລະ​ເລືອດ​ແບ້​ບາງ​ສ່ວນ ທາ​ໃສ່​ເຂົາ​ທີ່​ແຈ​ຂອງ​ແທ່ນບູຊາ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 16:18
14 Jak'a apnaqawi uñst'ayäwi  

ທຸກໆ​ປີ​ໃດ ໃຫ້​ປະໂຣຫິດ​ອາໂຣນ​ປະກອບ​ພິທີ​ຊຳລະ​ແທ່ນບູຊາ​ເທື່ອໜຶ່ງ ໂດຍ​ໃຫ້​ເອົາ​ເລືອດ​ຂອງ​ສັດ​ທີ່​ຖວາຍ​ສຳລັບ​ການ​ໄຖ່​ບາບ ຫົດສົງ​ໃສ່​ຈອມ​ແທ່ນ​ທັງ​ສີ່​ດ້ານ. ໃຫ້​ປະກອບ​ພິທີ​ນີ້​ທຸກໆ​ປີ​ຕະຫລອດໄປ. ແລ້ວ​ແທ່ນ​ນີ້​ກໍ​ຈະ​ເປັນ​ແທ່ນບູຊາ​ທີ່​ບໍຣິສຸດ​ທັງ​ສິ້ນ ຊຶ່ງ​ໄດ້​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ.”


ເຈົ້າ​ຕ້ອງ​ເອົາ​ເລືອດ​ບາງສ່ວນ​ທາ​ທີ່​ຈອມ​ຕ່າງໆ​ຂອງ​ແທ່ນບູຊາ​ທຸກ​ແຈ​ທີ່​ແຈ​ສ່ວນ​ກາງ​ຂອງ​ແທ່ນບູຊາ ແລະ​ອ້ອມຮອບ​ທີ່​ຂອບ​ທັງໝົດ​ຂອງ​ແທ່ນ​ດ້ວຍ. ດ້ວຍ​ວິທີ​ນີ້ ເຈົ້າ​ຈະ​ຊຳລະ​ແທ່ນ​ໃຫ້​ບໍຣິສຸດ ແລ້ວ​ຈົ່ງ​ອຸທິດ​ຖວາຍ​ແທ່ນ​ນັ້ນ.


ມື້​ຕໍ່ມາ ໃຫ້​ເຈົ້າ​ເອົາ​ແບ້ເຖິກ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ມາ​ຖວາຍ​ເປັນ​ເຄື່ອງ​ບູຊາ​ລຶບລ້າງ​ບາບ. ຈົ່ງ​ຊຳລະ​ແທ່ນບູຊາ​ດ້ວຍ​ເລືອດ​ຂອງ​ມັນ ຕາມ​ວິທີ​ດຽວກັນ​ກັບ​ທີ່​ເຈົ້າ​ໄດ້​ເຮັດ​ກັບ​ງົວເຖິກ.


ປະໂຣຫິດ​ຈະ​ເອົາ​ເລືອດ​ສັດ​ບາງສ່ວນ​ທີ່​ເປັນ​ເຄື່ອງ​ຖວາຍບູຊາ​ລຶບລ້າງ​ບາບ ໄປ​ທາ​ໃສ່​ຂອບ​ປະຕູ​ຂອງ​ພຣະວິຫານ, ໃສ່​ເທິງ​ແຈ​ທັງ​ສີ່​ຂອງ​ແທ່ນບູຊາ ແລະ​ໃສ່​ເທິງ​ເສົາ​ຂອງ​ປະຕູ​ທີ່​ເຂົ້າ​ໄປ​ສູ່​ເດີ່ນ​ດ້ານໃນ.


ດັ່ງນີ້ ເພິ່ນ​ຈຶ່ງ​ຈະ​ເຮັດ​ພິທີ​ຊຳລະ​ບ່ອນ​ສັກສິດ​ທີ່ສຸດ ໃຫ້​ພົ້ນ​ຈາກ​ມົນທິນ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ຈາກ​ການບາບ​ທຸກຢ່າງ​ຂອງ​ພວກເຂົາ. ເພິ່ນ​ຈະ​ເຮັດ​ພິທີ​ຊຳລະ​ນີ້​ໃຫ້​ຫໍເຕັນ​ບ່ອນ​ຊຸມນຸມ ເພາະວ່າ​ຫໍເຕັນ​ໄດ້​ຕັ້ງ​ຢູ່​ກາງ​ຄ້າຍ ຊຶ່ງ​ເປັນມົນທິນ​ຕາມ​ກົດບັນຍັດ.


ເວລາ​ທີ່​ອາໂຣນ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ ເພື່ອ​ເຮັດ​ພິທີ​ຊຳລະ​ໃຫ້​ໝົດ​ມົນທິນ​ຈົນ​ຮອດ​ເວລາ​ເພິ່ນ​ອອກ​ມາ​ນັ້ນ ຢ່າ​ໃຫ້​ຜູ້ໃດ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ. ເມື່ອ​ເພິ່ນ​ໄດ້​ເຮັດ​ພິທີ​ຊຳລະ​ຕົນເອງ, ຄົນ​ໃນ​ຄອບຄົວ ແລະ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ແລ້ວ


ເພິ່ນ​ຈະ​ຕ້ອງ​ເອົາ​ເລືອດ​ບາງ​ສ່ວນ ທາ​ໃສ່​ເຂົາ​ທັງຫລາຍ​ຂອງ​ແທ່ນ​ທີ່​ໃຊ້​ເຜົາ​ເຄື່ອງຫອມ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຖອກ​ເລືອດ​ທີ່​ເຫຼືອ​ນັ້ນ​ໃສ່​ຕີນ​ແທ່ນ​ທີ່​ໃຊ້​ເຜົາບູຊາ. ແທ່ນ​ນີ້​ຢູ່​ທາງ​ປະຕູເຂົ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.


ປະໂຣຫິດ​ຈະ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ນັ້ນ ແລະ​ທາ​ມັນ​ໃສ່​ເຂົາ​ຂອງ​ແທ່ນ​ທີ່​ແຈ​ຂອງ​ແທ່ນບູຊາ ສ່ວນ​ເລືອດ​ທີ່​ເຫຼືອ ໃຫ້​ເພິ່ນ​ຖອກ​ໃສ່​ຕີນ​ແທ່ນ​ນັ້ນ.


ແລ້ວ​ເພິ່ນ​ກໍ​ຈະ​ເອົາ​ເລືອດ​ບາງ​ສ່ວນ ທາ​ໃສ່​ເຂົາ​ຂອງ​ແຈ​ແທ່ນ​ທີ່​ໃຊ້​ເຜົາ​ເຄື່ອງຫອມ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ. ສ່ວນ​ເລືອດ​ທີ່​ເຫຼືອ​ນັ້ນ ເພິ່ນ​ຈະ​ຖອກ​ໃສ່​ຕີນ​ແທ່ນ​ທີ່​ໃຊ້​ເຜົາ​ຖວາຍບູຊາ ແທ່ນ​ນີ້​ຢູ່​ໃກ້​ປະຕູເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ອີກ​ເພື່ອ​ລຶບລ້າງ​ບາບ ແລະ​ໃນ​ທຳນອງນີ້​ຈຶ່ງ​ເປັນ​ສ່ວນ​ປະກອບ​ພິທີ​ຊຳລະ​ບາບກຳ​ຂອງ​ປະຊາຊົນ.


ຂ້ານ້ອຍ​ຖວາຍ​ຕົວ​ແກ່​ພຣະອົງ ເພາະ​ເຫັນ​ແກ່​ພວກເຂົາ ເພື່ອ​ໃຫ້​ພວກເຂົາ​ໄດ້​ຮັບ​ການ​ຊົງ​ຊຳລະ​ແຕ່ງຕັ້ງ​ໄວ້​ດ້ວຍ​ຄວາມຈິງ​ເໝືອນກັນ.


ເພາະວ່າ​ພຣະອົງ​ຜູ້​ຊົງ​ຊຳລະ​ມະນຸດ​ໃຫ້​ບໍຣິສຸດ​ຈາກ​ບາບກຳ​ຂອງ​ພວກເຂົາ ແລະ​ພວກ​ທີ່​ໄດ້​ຖືກ​ຊຳລະ​ໃຫ້​ບໍຣິສຸດ​ນັ້ນ ກໍ​ມີ​ມາ​ຈາກ​ພຣະບິດາເຈົ້າ​ອົງ​ດຽວກັນ. ເພາະສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ລະອາຍ​ທີ່​ຈະ​ເອີ້ນ​ຄົນ​ເຫຼົ່ານັ້ນ​ວ່າ ເປັນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka