ລະບຽບ^ພວກເລວີ 16:13 - ພຣະຄຳພີສັກສິ13 ໃນທີ່ນັ້ນ ໂດຍຊ້ອງໜ້າພຣະເຈົ້າຢາເວ ເພິ່ນຈະເອົາກຳຍານໂຮຍໃສ່ໄຟ ແລະຄວັນກຳຍານກໍຈະພຸ່ງຂຶ້ນບັງຝາຫີບພັນທະສັນຍາໄວ້ ເພື່ອວ່າເພິ່ນຈະບໍ່ໄດ້ເຫັນສິ່ງນັ້ນ ແລະຖືກຂ້າ. Uka jalj uñjjattʼäta |
ອາໂຣນກັບພວກລູກຊາຍຂອງລາວຕ້ອງນຸ່ງສົ້ງຂາສັ້ນຢູ່ປະຈຳ ເມື່ອພວກເຂົາເຂົ້າມາຫໍເຕັນບ່ອນຊຸມນຸມ ຫລືເຂົ້າມາໃກ້ແທ່ນບູຊາເວລາບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດທີ່ບ່ອນສັກສິດ ເພື່ອພວກເຂົາຈະບໍ່ຕາຍຍ້ອນວ່າບໍ່ປົກປິດຕົນຕົວ. ອັນນີ້ແມ່ນກົດເກນອັນຖາວອນ ຊຶ່ງອາໂຣນແລະເຊື້ອສາຍຂອງລາວ ຈະຕ້ອງປະຕິບັດຕະຫລອດໄປ.”
ເມື່ອເຖິງເວລາຍົກຍ້າຍຄ້າຍພັກ ໃຫ້ຄົນໃນຕະກຸນໂກຮາດຫາມເຄື່ອງອັນບໍຣິສຸດເຫຼົ່ານີ້ໄປ ຫລັງຈາກອາໂຣນແລະພວກລູກຊາຍຂອງລາວໄດ້ປົກຄຸມຫຸ້ມຫໍ່ແລ້ວ. ຄົນໃນຕະກຸນໂກຮາດບໍ່ຕ້ອງແຕະຕ້ອງເຄື່ອງໃຊ້ອັນບໍຣິສຸດນີ້ເດັດຂາດ ຖ້າແຕະຕ້ອງ ພວກເຂົາຈະຕ້ອງຕາຍ. ເມື່ອຍົກຍ້າຍຫໍເຕັນບ່ອນຊຸມນຸມເທື່ອໃດ ຄົນໃນຕະກຸນໂກຮາດຈະຕ້ອງຮັບໜ້າທີ່ດັ່ງກ່າວນີ້ທຸກຄັ້ງ.