11 ເມື່ອອາໂຣນຖວາຍບູຊາງົວເຖິກໜຸ່ມ ເພື່ອລຶບລ້າງບາບຂອງຕົນແລະຄົນໃນຄອບຄົວນັ້ນ
ຫລັງຈາກລາວໄດ້ນຳງົວເຖິກໜຸ່ມໂຕໜຶ່ງມາ ເພື່ອຖວາຍລຶບລ້າງບາບ ແລະແກະເຖິກໜຸ່ມໂຕໜຶ່ງ ເພື່ອເຜົາບູຊາແລ້ວ; ລາວຈຶ່ງເຂົ້າໄປໃນບ່ອນສັກສິດໄດ້.”
ແລະເຮັດພິທີຊຳລະບ່ອນສັກສິດທີ່ສຸດ, ຫໍເຕັນ, ແທ່ນບູຊາ, ບັນດາປະໂຣຫິດ ແລະຊຸມຊົນທັງໝົດໃຫ້ໝົດມົນທິນ.
ເພິ່ນຈະຕ້ອງຖວາຍງົວເຖິກໂຕໜຶ່ງ ຕາມພິທີຖວາຍບູຊາລຶບລ້າງການບາບຂອງຕົນແລະຂອງຄົນໃນຄອບຄົວ.
ແລ້ວໂມເຊກໍກ່າວແກ່ອາໂຣນວ່າ, “ຈົ່ງໄປທີ່ແທ່ນບູຊາແລະເຮັດພິທີຖວາຍບູຊາລຶບລ້າງບາບ ແລະພິທີເຜົາບູຊາເພື່ອລຶບລ້າງການບາບຂອງພວກເຈົ້າແລະຂອງປະຊາຊົນ. ຈົ່ງຖວາຍເຄື່ອງບູຊານີ້ເພື່ອລຶບລ້າງການບາບຂອງປະຊາຊົນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກປະການ.”
ພຣະອົງບໍ່ຕ້ອງຊົງນຳເຄື່ອງບູຊາມາທຸກໆວັນ ເໝືອນດັ່ງມະຫາປະໂຣຫິດຄົນອື່ນໆ ຜູ້ຊຶ່ງຕອນທຳອິດຖວາຍສຳລັບການບາບຂອງຕົນເອງ ແລ້ວຈຶ່ງຖວາຍສຳລັບຄວາມບາບຂອງພົນລະເມືອງ ສ່ວນພຣະອົງ ໄດ້ຊົງຖວາຍເຄື່ອງບູຊາພຽງເທື່ອດຽວເປັນການສິ້ນສຸດ ຄືເມື່ອພຣະອົງໄດ້ຊົງນຳພຣະອົງເອງມາຖວາຍ.
ສ່ວນຫ້ອງຊັ້ນໃນນັ້ນ ມີແຕ່ມະຫາປະໂຣຫິດຜູ້ດຽວເທົ່ານັ້ນທີ່ເຂົ້າໄປໄດ້ ແລະເພິ່ນເຂົ້າໄປໄດ້ປີລະເທື່ອເທົ່ານັ້ນ. ເພິ່ນຕ້ອງນຳເລືອດສັດເຂົ້າໄປຖວາຍແກ່ພຣະເຈົ້າສຳລັບຕົນເອງ ແລະເພື່ອຄວາມຜິດໂດຍບໍ່ເຈດຕະນາຂອງປະຊາຊົນ.