9 ອານໃສ່ຫລັງສັດຫລືບ່ອນນັ່ງໃດໆທີ່ຄົນມີສິ່ງໄຫລອອກນັ່ງ ຕ້ອງໃຫ້ຖືວ່າເປັນມົນທິນ.
ນາງຣາເຊັນເອົາຮູບພະປະຈຳຄອບຄົວເຫຼົ່ານັ້ນ ເຊື່ອງໄວ້ໃນຖົງອານໃສ່ຫລັງອູດ ແລະນັ່ງເທິງອານນັ້ນ. ລາບານຊອກເບິ່ງໝົດໃນຜ້າເຕັນແຕ່ບໍ່ພົບ.
ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງບ່ອນນັ່ງຂອງຄົນທີ່ມີສິ່ງໄຫລອອກ ກໍເປັນມົນທິນຈົນຮອດຄໍ່າ. ຜູ້ໃດຜູ້ໜຶ່ງທີ່ຫາມສິ່ງທີ່ລາວໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະອາບນໍ້າຊຳລະຮ່າງກາຍ; ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ຖ້າຜູ້ທີ່ມີສິ່ງໄຫລອອກ ຖົ່ມນໍ້າລາຍຖືກຜູ້ທີ່ບໍ່ເປັນມົນທິນຕາມກົດບັນຍັດ; ຜູ້ຖືກນໍ້າລາຍນັ້ນຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.