6 ຫລືຜູ້ໃດທີ່ນັ່ງເທິງສິ່ງທີ່ລາວໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ຈົ່ງຊຳລະຕົວຂອງພວກເຈົ້າໃຫ້ສະອາດ. ຈົ່ງເລີກຈາກການຊົ່ວຊ້າທັງໝົດທີ່ເຮົາເຫັນພວກເຈົ້າກຳລັງເຮັດຢູ່ນັ້ນສາ. ແມ່ນແລ້ວ ຈົ່ງເລີກເຮັດຊົ່ວສາ
ຜູ້ໃດກໍຕາມທີ່ແຕະຕ້ອງຊາກສັດຕາຍດັ່ງຕໍ່ໄປນີ້ ຈະເປັນມົນທິນຈົນຮອດຄໍ່າຄື: ສັດທຸກຊະນິດທີ່ມີເລັບຕີນເປັນກີບ ນອກຈາກເລັບຕີນແຍກກັນແລະຄ້ຽວເອື້ອງ ແລະສັດສີ່ຕີນທີ່ຕີນເປັນຈຸ້ມ. ຜູ້ໃດກໍຕາມທີ່ຫາມຊາກສັດຕ້ອງຊັກເຄື່ອງນຸ່ງຂອງຕົນ ແຕ່ລາວຈະຍັງເປັນມົນທິນຈົນຮອດຄໍ່າ.
ຜູ້ໃດກໍຕາມທີ່ແຕະຕ້ອງຕຽງນອນຂອງລາວ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ຜູ້ໃດກໍຕາມທີ່ແຕະຕ້ອງຄົນທີ່ມີສິ່ງໄຫລອອກນັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ສິ່ງໃດທີ່ຄົນເປັນມົນທິນຈັບບາຍກໍເປັນມົນທິນ ແລະຜູ້ໃດທີ່ຈັບບາຍ ຜູ້ນັ້ນກໍຍັງເປັນມົນທິນຢູ່ຈົນຮອດຄໍ່າ.”
ເຈົ້າທັງຫລາຍຈົ່ງເຂົ້າໃກ້ພຣະເຈົ້າ ແລະພຣະອົງຈະສະເດັດມາໃກ້ພວກເຈົ້າ ຄົນບາບທັງຫລາຍເອີຍ, ຈົ່ງຊຳລະມືໃຫ້ສະອາດ ແລະຄົນສອງໃຈເອີຍ, ຈົ່ງຊຳລະໃຈຂອງຕົນໃຫ້ບໍຣິສຸດ