5 ຜູ້ໃດກໍຕາມທີ່ແຕະຕ້ອງຕຽງນອນຂອງລາວ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຂໍລ້າງມືເພື່ອສະແດງວ່າ ຂ້ານ້ອຍບໍ່ມີຄວາມຜິດ ແລະໄປເຖິງແທ່ນບູຊາຂອງພຣະອົງ.
ໂຜດຊຳລະລ້າງຄວາມຊົ່ວຂອງຂ້ານ້ອຍໃຫ້ສິ້ນໄປ ແລະໃຫ້ສະອາດໝົດຈາກການບາບດ້ວຍ.
ຂໍຊົງໂຜດຊຳລະບາບຂອງຂ້ານ້ອຍແດ່ ແລະຂ້ານ້ອຍກໍຈະສະອາດງາມດີ ໂຜດຊຳລະການບາບຂອງຂ້ານ້ອຍທັງໝົດ ແລະຂ້ານ້ອຍກໍຈະຂາວກວ່າຫິມະ.
ແລ້ວພຣະເຈົ້າຢາເວກໍໄດ້ບອກໂມເຊວ່າ, “ຈົ່ງໄປບອກປະຊາຊົນຊຳລະຕົວ ໃຫ້ສະອາດໃນມື້ນີ້ແລະມື້ອື່ນ ເພື່ອເຂົ້າມານະມັດສະການເຮົາ. ພວກເຂົາຈະຕ້ອງພາກັນຊັກເສື້ອຜ້າກ່ອນ
ຈົ່ງຊຳລະຕົວຂອງພວກເຈົ້າໃຫ້ສະອາດ. ຈົ່ງເລີກຈາກການຊົ່ວຊ້າທັງໝົດທີ່ເຮົາເຫັນພວກເຈົ້າກຳລັງເຮັດຢູ່ນັ້ນສາ. ແມ່ນແລ້ວ ຈົ່ງເລີກເຮັດຊົ່ວສາ
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ນັ້ນເອງ ກ່າວແກ່ຂ້າພະເຈົ້າວ່າ, “ຄວາມຊົ່ວຊ້າເຊັ່ນນີ້ຈະບໍ່ໄດ້ຮັບການຍົກໂທດຈັກເທື່ອ ຈົນກວ່າພວກເຂົາຈະຕາຍໄປ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ.
ເຮົາຈະເອົານໍ້າສະອາດຫົດສົງພວກເຈົ້າໃຫ້ພົ້ນມົນທິນທັງໝົດ ອັນເນື່ອງມາຈາກການຂາບໄຫວ້ຮູບເຄົາຣົບ.
ເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນຈາກມົນທິນທັງໝົດຂອງພວກເຈົ້າ. ເຮົາຈະສັ່ງໃຫ້ມີເຂົ້າຢ່າງອຸດົມສົມບູນ ເພື່ອວ່າພວກເຈົ້າຈະບໍ່ໄດ້ອຶດຢາກອີກຈັກເທື່ອ.
ຜູ້ໃດກໍຕາມທີ່ແຕະຕ້ອງຊາກສັດຕາຍດັ່ງຕໍ່ໄປນີ້ ຈະເປັນມົນທິນຈົນຮອດຄໍ່າຄື: ສັດທຸກຊະນິດທີ່ມີເລັບຕີນເປັນກີບ ນອກຈາກເລັບຕີນແຍກກັນແລະຄ້ຽວເອື້ອງ ແລະສັດສີ່ຕີນທີ່ຕີນເປັນຈຸ້ມ. ຜູ້ໃດກໍຕາມທີ່ຫາມຊາກສັດຕ້ອງຊັກເຄື່ອງນຸ່ງຂອງຕົນ ແຕ່ລາວຈະຍັງເປັນມົນທິນຈົນຮອດຄໍ່າ.
ຖ້າຊາກສັດຕົກຖືກສິ່ງໃດກໍຕາມ ສິ່ງນັ້ນກໍເປັນມົນທິນ; ບໍ່ວ່າຈະເປັນໄມ້, ເຄື່ອງນຸ່ງຫົ່ມ, ໜັງສັດ, ຫລືກະສອບ; ບໍ່ວ່າຈະໃຊ້ເພື່ອປະໂຫຍດຫຍັງກໍຕາມ. ສິ່ງນັ້ນຈະຕ້ອງຖືກແຊ່ນໍ້າ ແຕ່ຈະຍັງເປັນມົນທິນຈົນຮອດຄໍ່າ.
ໃນວັນທີເຈັດ ປະໂຣຫິດຈະຕ້ອງກວດເບິ່ງຄືນໃໝ່ ແລະຖ້າມັນບໍ່ແຜ່ລາມອອກໄປ ທັງບໍ່ປາກົດໃຫ້ເຫັນວ່າເລິກກວ່າຜິວໜັງ ປະໂຣຫິດຈະຕ້ອງປະກາດວ່າ ລາວບໍ່ເປັນມົນທິນຕາມກົດບັນຍັດ. ລາວຈະຕ້ອງຊັກເຄື່ອງນຸ່ງ ແລະລາວກໍຈະໝົດເປັນມົນທິນ.
ປະໂຣຫິດຈະຕ້ອງກວດເບິ່ງຜູ້ນັ້ນອີກໃນມື້ທີເຈັດ ແລະຖ້າອາການເຈັບປວດເບົາບາງລົງ ແລະພະຍາດນັ້ນບໍ່ໄດ້ແຜ່ລາມອອກໄປ; ປະໂຣຫິດຕ້ອງປະກາດວ່າ ຜູ້ນັ້ນບໍ່ໄດ້ເປັນມົນທິນຕາມກົດບັນຍັດ. ມັນເປັນພຽງອາການເຈັບປວດເທົ່ານັ້ນ.
ແລະໃຊ້ມືຂວາຊິດນໍ້າມັນເຈັດເທື່ອຊ້ອງໜ້າພຣະເຈົ້າຢາເວໃນທີ່ນັ້ນ.
ຫລັງຈາກສົມສູ່ກັນແລ້ວ ທັງຜູ້ຊາຍແລະຜູ້ຍິງຕ້ອງອາບນໍ້າ ແລະທັງສອງຍັງເປັນມົນທິນຈົນຮອດຄໍ່າ.
ຕຽງຂອງຄົນນັ້ນທີ່ໃຊ້ນອນຫລືໃຊ້ນັ່ງຕ້ອງຖືວ່າເປັນມົນທິນ.
ຫລືຜູ້ໃດທີ່ນັ່ງເທິງສິ່ງທີ່ລາວໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ຜູ້ທີ່ນຳແບ້ໄປປ່ອຍໃນຖິ່ນແຫ້ງແລ້ງກັນດານອາຊາເຊນນັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນແລະອາບນໍ້າຊຳລະຮ່າງກາຍ ແລ້ວຈຶ່ງກັບຄືນເຂົ້າໃນຄ້າຍພັກໄດ້.
ຜູ້ເຮັດໜ້າທີ່ເຜົານັ້ນຕ້ອງຊັກເຄື່ອງນຸ່ງຫົ່ມ ແລະອາບນໍ້າຊຳລະຕົວເສຍກ່ອນ ຈຶ່ງກັບຄືນເຂົ້າໄປໃນຄ້າຍພັກໄດ້.
ບຸກຄົນໃດໆ ບໍ່ວ່າຄົນອິດສະຣາເອນ ຫລືຄົນຕ່າງດ້າວກໍຕາມ ທີ່ໄດ້ກິນຊີ້ນສັດຕາຍເອງ ຫລືຖືກສັດປ່າກັດຕາຍ; ລາວຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ, ອາບນໍ້າຊຳລະຮ່າງກາຍ ແລະລາວຈະເປັນມົນທິນຈົນຮອດຄໍ່າ ຈົ່ງອາບນໍ້າຊັກເຄື່ອງ ຫລັງຈາກນັ້ນ ຈຶ່ງຖືວ່າຈະບໍ່ເປັນມົນທິນຕາມກົດບັນຍັດ.
ຊາຍທີ່ຊ້ວນຂີ້ເຖົ່ານັ້ນຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແຕ່ລາວຍັງຈະເປັນມົນທິນຈົນຮອດຄໍ່າ. ໃຫ້ຊາວອິດສະຣາເອນຫລືຊາວຕ່າງດ້າວທີ່ອາໄສຢູ່ນຳນັ້ນ ປະຕິບັດຕາມລະບຽບການນີ້ທຸກຍຸກທຸກສະໄໝສືບໄປ.”
ສິ່ງໃດທີ່ຄົນເປັນມົນທິນຈັບບາຍກໍເປັນມົນທິນ ແລະຜູ້ໃດທີ່ຈັບບາຍ ຜູ້ນັ້ນກໍຍັງເປັນມົນທິນຢູ່ຈົນຮອດຄໍ່າ.”
ດັ່ງນັ້ນ ຈົ່ງໃຫ້ພວກເຮົາເຂົ້າມາໃກ້ດ້ວຍຄວາມຈິງໃຈ ແລະດ້ວຍຄວາມເຊື່ອໝັ້ນອັນເຕັມບໍຣິບູນ ດ້ວຍໃຈທີ່ໄດ້ຮັບການຊຳລະຈາກຄວາມຮູ້ສຶກຕົວວ່າມີບາບກຳ ແລະມີຮ່າງກາຍທີ່ໄດ້ຊຳລະລ້າງແລ້ວດ້ວຍນໍ້າບໍຣິສຸດ.
ຫລາຍກວ່ານັ້ນຈັກພຽງໃດ ພຣະໂລຫິດຂອງພຣະຄຣິດ ຜູ້ໄດ້ຊົງຖວາຍພຣະອົງເອງແດ່ພຣະເຈົ້າ ໂດຍພຣະວິນຍານຜູ້ຊົງຕັ້ງຢູ່ເປັນນິດ ເປັນເຄື່ອງບູຊາປາສະຈາກຕຳໜິ ກໍຈະຊົງຊຳລະໃຈສຳນຶກຜິດແລະຊອບຂອງເຮົາທັງຫລາຍ ໃຫ້ພົ້ນຈາກກິດຈະການທີ່ນຳໄປສູ່ຄວາມຕາຍ ເພື່ອຫັນໄປຮັບໃຊ້ພຣະເຈົ້າຜູ້ຊົງພຣະຊົນຢູ່.
ເພາະຖ້າເປັນດັ່ງນັ້ນ ພຣະອົງຄົງຈະຕ້ອງທົນທຸກທໍລະມານຫລາຍເທື່ອ ນັບຕັ້ງແຕ່ວາງຮາກສ້າງໂລກມາ. ແຕ່ບັດນີ້ ພຣະອົງໄດ້ມາປາກົດ ເພື່ອຖວາຍພຣະອົງເອງເປັນເຄື່ອງບູຊາພຽງເທື່ອດຽວເປັນການສິ້ນສຸດເພື່ອໄຖ່ຄວາມບາບ.
ເຈົ້າທັງຫລາຍຈົ່ງເຂົ້າໃກ້ພຣະເຈົ້າ ແລະພຣະອົງຈະສະເດັດມາໃກ້ພວກເຈົ້າ ຄົນບາບທັງຫລາຍເອີຍ, ຈົ່ງຊຳລະມືໃຫ້ສະອາດ ແລະຄົນສອງໃຈເອີຍ, ຈົ່ງຊຳລະໃຈຂອງຕົນໃຫ້ບໍຣິສຸດ
ຂ້າພະເຈົ້າໄດ້ຕອບຜູ້ນັ້ນວ່າ, “ທ່ານເອີຍ, ທ່ານເອງກໍຮູ້ຢູ່ແລ້ວ.” ຜູ້ນັ້ນຈຶ່ງບອກຂ້າພະເຈົ້າວ່າ, “ຄົນເຫຼົ່ານີ້ ແມ່ນພວກທີ່ໄດ້ຜ່ານການຖືກຂົ່ມເຫັງຢ່າງໜັກ ພວກເຂົາໄດ້ຊຳລະເສື້ອລ່າມຂອງພວກເຂົາໃຫ້ຂາວສະອາດ ດ້ວຍເລືອດຂອງພຣະເມສານ້ອຍ.
ເຖິງຢ່າງໃດກໍຕາມ ໃນມື້ນັ້ນກະສັດໂຊນບໍ່ໄດ້ເວົ້າຫຍັງເລີຍ ເພາະເພິ່ນຄິດວ່າ ອາດມີບາງສິ່ງບາງຢ່າງເກີດຂຶ້ນກັບລາວ ແລະລາວອາດຍັງມີມົນທິນຢູ່ກໍໄດ້.