21-23 ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງຕຽງນອນຂອງນາງຫລືສິ່ງທີ່ນາງໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມແລະອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ນັ້ນເອງ ກ່າວແກ່ຂ້າພະເຈົ້າວ່າ, “ຄວາມຊົ່ວຊ້າເຊັ່ນນີ້ຈະບໍ່ໄດ້ຮັບການຍົກໂທດຈັກເທື່ອ ຈົນກວ່າພວກເຂົາຈະຕາຍໄປ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ.
ຜູ້ໃດກໍຕາມທີ່ແຕະຕ້ອງຊາກສັດຕາຍດັ່ງຕໍ່ໄປນີ້ ຈະເປັນມົນທິນຈົນຮອດຄໍ່າຄື: ສັດທຸກຊະນິດທີ່ມີເລັບຕີນເປັນກີບ ນອກຈາກເລັບຕີນແຍກກັນແລະຄ້ຽວເອື້ອງ ແລະສັດສີ່ຕີນທີ່ຕີນເປັນຈຸ້ມ. ຜູ້ໃດກໍຕາມທີ່ຫາມຊາກສັດຕ້ອງຊັກເຄື່ອງນຸ່ງຂອງຕົນ ແຕ່ລາວຈະຍັງເປັນມົນທິນຈົນຮອດຄໍ່າ.
ສິ່ງໃດກໍຕາມທີ່ນາງໃຊ້ນັ່ງຫລືໃຊ້ນອນໃນໄລຍະເປັນປະຈຳເດືອນນັ້ນ ແມ່ນເປັນມົນທິນ.
ສິ່ງໃດທີ່ຄົນເປັນມົນທິນຈັບບາຍກໍເປັນມົນທິນ ແລະຜູ້ໃດທີ່ຈັບບາຍ ຜູ້ນັ້ນກໍຍັງເປັນມົນທິນຢູ່ຈົນຮອດຄໍ່າ.”
ບັນດາເພື່ອນທີ່ຮັກຂອງເຮົາເອີຍ, ເມື່ອພວກເຮົາມີພຣະສັນຍາໃໝ່ດັ່ງນີ້ແລ້ວ ຈົ່ງໃຫ້ພວກເຮົາຊຳລະຕົວຈາກທຸກສິ່ງ ທີ່ເຮັດໃຫ້ຮ່າງກາຍແລະຈິດວິນຍານເປັນມົນທິນ ແລະຈົ່ງເຮັດໃຫ້ມີຄວາມບໍຣິສຸດຢ່າງຄົບຖ້ວນ ໂດຍຄວາມຢຳເກງພຣະເຈົ້າ.
ເພາະຖ້າເປັນດັ່ງນັ້ນ ພຣະອົງຄົງຈະຕ້ອງທົນທຸກທໍລະມານຫລາຍເທື່ອ ນັບຕັ້ງແຕ່ວາງຮາກສ້າງໂລກມາ. ແຕ່ບັດນີ້ ພຣະອົງໄດ້ມາປາກົດ ເພື່ອຖວາຍພຣະອົງເອງເປັນເຄື່ອງບູຊາພຽງເທື່ອດຽວເປັນການສິ້ນສຸດເພື່ອໄຖ່ຄວາມບາບ.
ຂ້າພະເຈົ້າໄດ້ຕອບຜູ້ນັ້ນວ່າ, “ທ່ານເອີຍ, ທ່ານເອງກໍຮູ້ຢູ່ແລ້ວ.” ຜູ້ນັ້ນຈຶ່ງບອກຂ້າພະເຈົ້າວ່າ, “ຄົນເຫຼົ່ານີ້ ແມ່ນພວກທີ່ໄດ້ຜ່ານການຖືກຂົ່ມເຫັງຢ່າງໜັກ ພວກເຂົາໄດ້ຊຳລະເສື້ອລ່າມຂອງພວກເຂົາໃຫ້ຂາວສະອາດ ດ້ວຍເລືອດຂອງພຣະເມສານ້ອຍ.