2 ຈົ່ງກ່າວແກ່ປະຊາຊົນອິດສະຣາເອນວ່າ, ເມື່ອຜູ້ໃດຜູ້ໜຶ່ງມີນໍ້າໜອງໄຫລອອກມາຈາກຮ່າງກາຍ ສິ່ງທີ່ໄຫລອອກມານັ້ນກໍເປັນມົນທິນ
ຂໍໃຫ້ການລົງໂທດຕົກຖືກໂຢອາບ ແລະຄອບຄົວຂອງລາວທັງໝົດ. ຂໍໃຫ້ເຊື້ອສາຍຂອງໂຢອາບທຸກຄົນເປັນພະຍາດໜອງໃນ ເປັນຂີ້ທູດ, ເປັນຄົນເຮັດວຽກເຮືອນດັ່ງຜູ້ຍິງ ຖືກຂ້າໃນສະໜາມຮົບ ຫລືຂາດອາຫານການກິນ.”
ພຣະອົງໄດ້ມອບກົດບັນຍັດໃຫ້ຄົນອິດສະຣາເອນ ແລະມອບຂໍ້ຄຳສັ່ງໃຫ້ເຊື້ອສາຍຂອງຢາໂຄບ
ພຣະເຈົ້າຢາເວໄດ້ມອບລະບຽບການໃຫ້ໂມເຊແລະອາໂຣນດັ່ງຕໍ່ໄປນີ້:
ບໍ່ວ່າໄຫລອອກມາຈາກອະໄວຍະວະລັບຫລືໄຫລອອກມາຄ້າງຢູ່ທາງໃນກໍຕາມ.
ບໍ່ໃຫ້ເຊື້ອສາຍຂອງອາໂຣນຄົນໃດຄົນໜຶ່ງ ທີ່ເປັນພະຍາດຂີ້ທູດ ຫລືຜູ້ທີ່ມີສິ່ງໄຫລອອກຈາກຮ່າງກາຍກິນເຄື່ອງຖວາຍອັນສັກສິດ ຈົນກວ່າລາວຈະບໍ່ເປັນມົນທິນຕາມກົດບັນຍັດ. ປະໂຣຫິດທຸກຄົນກໍເປັນມົນທິນ ຖ້າແຕະຕ້ອງສິ່ງທີ່ເປັນມົນທິນເຊັ່ນ: ແຕະຕ້ອງຊາກສົບ, ມີນໍ້າກາມທີ່ໄຫລອອກ,
ຖ້າຜູ້ໜຶ່ງແຕະຕ້ອງສິ່ງທີ່ເປັນມົນທິນຈາກມະນຸດໂດຍບໍ່ຕັ້ງໃຈ ບໍ່ວ່າໃນກໍລະນີໃດໆກໍຕາມ; ລາວກໍມີຄວາມຜິດ ເມື່ອສຳນຶກໄດ້ໃນສິ່ງທີ່ຕົນໄດ້ກະທຳໄປນັ້ນ.
“ຈົ່ງສັ່ງປະຊາຊົນອິດສະຣາເອນໃຫ້ໄລ່ທຸກຄົນທີ່ເປັນໂຣກຂີ້ທູດ ຫລືມີສິ່ງບໍ່ສະອາດໄຫລອອກມາຈາກຮ່າງກາຍ ແລະເປັນມົນທິນເພາະແຕະຕ້ອງຊາກສົບ ອອກໄປຈາກຄ້າຍພັກອາໄສ.
ພໍດີໃນຂະນະນັ້ນ ມີຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກໄດ້ສິບສອງປີແລ້ວ ນາງຫຍັບເຂົ້າມາເບື້ອງຫລັງພຣະເຢຊູເຈົ້າ ແລະບາຍເສື້ອຄຸມຂອງພຣະອົງ.
ມີຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກໄດ້ສິບສອງປີແລ້ວ,
ໃນນັ້ນ ມີຍິງຄົນໜຶ່ງ ທີ່ເປັນພະຍາດເລືອດຕົກ ໄດ້ສິບສອງປີແລ້ວ ນາງໄດ້ຈ່າຍຊັບທັງໝົດທີ່ຕົນມີໃຫ້ພວກໝໍ ແຕ່ບໍ່ມີໝໍຄົນໃດສາມາດຮັກສານາງໃຫ້ຫາຍດີໄດ້.
ກໍມີປະໂຫຍດຫລາຍໃນທຸກສິ່ງ ເປັນຕົ້ນວ່າພຣະເຈົ້າໄດ້ມອບພຣະຄຳໂອວາດຂອງພຣະອົງໃຫ້ຊາວຢິວຖືຮັກສາ.