16 ເມື່ອຊາຍຜູ້ໜຶ່ງມີນໍ້າກາມໄຫລອອກ ລາວຕ້ອງອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ສິ່ງໃດສິ່ງໜຶ່ງທີ່ເຮັດດ້ວຍຜ້າຫລືດ້ວຍໜັງທີ່ນໍ້າກາມເຮ່ຍໃສ່ນັ້ນ ຕ້ອງລ້າງດ້ວຍນໍ້າແລະຍັງເປັນມົນທິນຈົນຮອດຄໍ່າ.
ຫລັງຈາກສົມສູ່ກັນແລ້ວ ທັງຜູ້ຊາຍແລະຜູ້ຍິງຕ້ອງອາບນໍ້າ ແລະທັງສອງຍັງເປັນມົນທິນຈົນຮອດຄໍ່າ.
ຜູ້ໃດກໍຕາມທີ່ແຕະຕ້ອງຕຽງນອນຂອງລາວ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ບໍ່ໃຫ້ເຊື້ອສາຍຂອງອາໂຣນຄົນໃດຄົນໜຶ່ງ ທີ່ເປັນພະຍາດຂີ້ທູດ ຫລືຜູ້ທີ່ມີສິ່ງໄຫລອອກຈາກຮ່າງກາຍກິນເຄື່ອງຖວາຍອັນສັກສິດ ຈົນກວ່າລາວຈະບໍ່ເປັນມົນທິນຕາມກົດບັນຍັດ. ປະໂຣຫິດທຸກຄົນກໍເປັນມົນທິນ ຖ້າແຕະຕ້ອງສິ່ງທີ່ເປັນມົນທິນເຊັ່ນ: ແຕະຕ້ອງຊາກສົບ, ມີນໍ້າກາມທີ່ໄຫລອອກ,
ບັນດາເພື່ອນທີ່ຮັກຂອງເຮົາເອີຍ, ເມື່ອພວກເຮົາມີພຣະສັນຍາໃໝ່ດັ່ງນີ້ແລ້ວ ຈົ່ງໃຫ້ພວກເຮົາຊຳລະຕົວຈາກທຸກສິ່ງ ທີ່ເຮັດໃຫ້ຮ່າງກາຍແລະຈິດວິນຍານເປັນມົນທິນ ແລະຈົ່ງເຮັດໃຫ້ມີຄວາມບໍຣິສຸດຢ່າງຄົບຖ້ວນ ໂດຍຄວາມຢຳເກງພຣະເຈົ້າ.
ພວກເຈົ້າຕ້ອງສະຫງວນເຂດຖ່າຍໜັກຖ່າຍເບົາໄວ້ຢູ່ນອກຄ້າຍພັກ.
ເຈົ້າທັງຫລາຍທີ່ຮັກເອີຍ ຂ້າພະເຈົ້າຂໍເຕືອນສະຕິພວກເຈົ້າ ເໝືອນເປັນຄົນຕ່າງຊາດທີ່ທ່ອງທ່ຽວໃນໂລກນີ້ ໃຫ້ງົດເວັ້ນຈາກຕັນຫາແນວມະນຸດ ຊຶ່ງທຳການຕໍ່ສູ້ຈິດວິນຍານ.
ແຕ່ຖ້າພວກເຮົາດຳເນີນຊີວິດຢູ່ໃນຄວາມສະຫວ່າງ ເໝືອນດັ່ງພຣະອົງຊົງຢູ່ໃນຄວາມສະຫວ່າງ ພວກເຮົາກໍຮ່ວມສາມັກຄີທຳຊຶ່ງກັນແລະກັນ ແລະພຣະໂລຫິດຂອງພຣະເຢຊູເຈົ້າ ພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫລາຍຈາກການຜິດບາບທັງສິ້ນ.