12 ຜູ້ມີສິ່ງໄຫລອອກມາແຕະຕ້ອງໝໍ້ດິນທຸກໜ່ວຍນັ້ນຕ້ອງໃຫ້ທັບຖິ້ມໝົດ ແລະເຄື່ອງຄົວກິນທີ່ເຮັດດ້ວຍໄມ້ຕ້ອງໃຫ້ລ້າງດ້ວຍນໍ້າ.
ເຈົ້າຈະຂ້ຽນພວກເຂົາດ້ວຍໄມ້ແສ້ເຫຼັກ; ຈະທຸບພວກເຂົາດັ່ງທຸບໝໍ້ດິນແຕກເປັນປ່ຽງໆ.
ຮ້ອງສຽງດັງໆຢູ່ຕາມປະຕູເມືອງ ແລະຕາມທີ່ປະຊາຊົນມາປະຊຸມກັນວ່າ,
ຈົ່ງຟັງເມື່ອເຮົາກ່າວຕັກເຕືອນເຈົ້າ, ເຮົາຈະເທຄວາມຄິດອັນດີໃຫ້ແກ່ເຈົ້າ ແລະແຈກຢາຍຖ້ອຍຄຳຂອງເຮົາໃຫ້ແກ່ເຈົ້າ.
ລູກເອີຍ ຈົ່ງຢຶດໝັ້ນໃນປັນຍາອັນຖືກຕ້ອງ ແລະຄວາມຮອບຄອບອັນແທ້ຈິງຂອງເຈົ້າ. ຢ່າປ່ອຍໃຫ້ທັງສອງຢ່າງໜີໄປຈາກສາຍຕາຂອງເຈົ້າໄດ້ຈັກເທື່ອ.
ຖ້າຜູ້ທີ່ມີສິ່ງໄຫລອອກມານັ້ນ ແຕະຕ້ອງຜູ້ໃດຜູ້ໜຶ່ງ ໂດຍບໍ່ໄດ້ລ້າງມືເສຍກ່ອນ; ຜູ້ທີ່ຖືກແຕະຕ້ອງນັ້ນຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ໃຫ້ປົນແປ້ງກັບນໍ້າມັນແລະປີ້ງເທິງເຫຼັກປີ້ງ ແລະຫັກເປັນຕ່ອນນ້ອຍໆ ຖວາຍເປັນເຄື່ອງບູຊາພືດຜົນເປັນເມັດ ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
ໝໍ້ໜ່ວຍໃດທີ່ໃຊ້ຕົ້ມຊີ້ນແລ້ວຕ້ອງໃຫ້ທັບຖິ້ມ ແລະຖ້າໃຊ້ໝໍ້ໂລຫະຕົ້ມໃຫ້ຜັດຖູແລ້ວຈຶ່ງໃຊ້ນໍ້າລ້າງ.
ເພາະເຮົາຮູ້ແລ້ວວ່າ, ຖ້າວ່າເຮືອນຂອງເຮົາໃນໂລກນີ້ ຄືຮ່າງກາຍນັ້ນໄດ້ຖືກມ້າງລົງເສຍ ເຮົາກໍຍັງມີບ່ອນຢູ່ອາໄສ ຊຶ່ງພຣະເຈົ້າຊົງໂຜດປະທານໃຫ້ເປັນບ່ອນຢູ່ທີ່ບໍ່ໄດ້ສ້າງດ້ວຍມືມະນຸດ ແລະຊົງຕັ້ງຢູ່ຖາວອນເປັນນິດໃນສະຫວັນ.
ພຣະອົງຈະປ່ຽນແປງຮ່າງກາຍອັນຕໍ່າຕ້ອຍ ແລະຕາຍເປັນຂອງພວກເຮົາ ໃຫ້ເປັນເໝືອນພຣະກາຍອັນຊົງສະຫງ່າຣາສີຂອງພຣະອົງ ດ້ວຍຣິດທານຸພາບທີ່ສາມາດປາບສັບພະທຸກສິ່ງທັງປວງ ໃຫ້ລົງຢູ່ໃຕ້ການບັງຄັບຂອງພຣະອົງ.