Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 15:11 - ພຣະຄຳພີສັກສິ

11 ຖ້າ​ຜູ້​ທີ່​ມີ​ສິ່ງ​ໄຫລ​ອອກ​ມາ​ນັ້ນ ແຕະຕ້ອງ​ຜູ້ໃດ​ຜູ້ໜຶ່ງ ໂດຍ​ບໍ່ໄດ້​ລ້າງ​ມື​ເສຍ​ກ່ອນ; ຜູ້​ທີ່​ຖືກ​ແຕະຕ້ອງ​ນັ້ນ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ ແລະ​ອາບນໍ້າ​ຊຳລະ​ຮ່າງກາຍ ແລະ​ລາວ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 15:11
5 Jak'a apnaqawi uñst'ayäwi  

ຜູ້ໃດ​ກໍຕາມ​ທີ່​ແຕະຕ້ອງ​ຊາກສັດ​ຕາຍ​ດັ່ງ​ຕໍ່ໄປນີ້ ຈະ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ​ຄື: ສັດ​ທຸກ​ຊະນິດ​ທີ່​ມີ​ເລັບຕີນ​ເປັນ​ກີບ ນອກຈາກ​ເລັບຕີນ​ແຍກກັນ​ແລະ​ຄ້ຽວເອື້ອງ ແລະ​ສັດ​ສີ່​ຕີນ​ທີ່​ຕີນ​ເປັນ​ຈຸ້ມ. ຜູ້ໃດ​ກໍຕາມ​ທີ່​ຫາມ​ຊາກສັດ​ຕ້ອງ​ຊັກ​ເຄື່ອງນຸ່ງ​ຂອງຕົນ ແຕ່​ລາວ​ຈະ​ຍັງ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ.


ຜູ້ໃດ​ຜູ້ໜຶ່ງ​ທີ່​ແຕະຕ້ອງ​ບ່ອນ​ນັ່ງ​ຂອງ​ຄົນ​ທີ່​ມີ​ສິ່ງ​ໄຫລ​ອອກ ກໍ​ເປັນມົນທິນ​ຈົນ​ຮອດ​ຄໍ່າ. ຜູ້ໃດ​ຜູ້ໜຶ່ງ​ທີ່​ຫາມ​ສິ່ງ​ທີ່​ລາວ​ໄດ້​ນັ່ງ ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຫົ່ມ​ຂອງຕົນ ແລະ​ອາບນໍ້າ​ຊຳລະ​ຮ່າງກາຍ; ແລະ​ລາວ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.


ຜູ້​ມີ​ສິ່ງ​ໄຫລ​ອອກ​ມາ​ແຕະຕ້ອງ​ໝໍ້ດິນ​ທຸກ​ໜ່ວຍ​ນັ້ນ​ຕ້ອງ​ໃຫ້​ທັບ​ຖິ້ມ​ໝົດ ແລະ​ເຄື່ອງ​ຄົວ​ກິນ​ທີ່​ເຮັດ​ດ້ວຍ​ໄມ້​ຕ້ອງ​ໃຫ້​ລ້າງ​ດ້ວຍ​ນໍ້າ.


ສິ່ງໃດ​ທີ່​ຄົນ​ເປັນມົນທິນ​ຈັບບາຍ​ກໍ​ເປັນ​ມົນທິນ ແລະ​ຜູ້ໃດ​ທີ່​ຈັບບາຍ ຜູ້ນັ້ນ​ກໍ​ຍັງ​ເປັນມົນທິນ​ຢູ່​ຈົນ​ຮອດ​ຄໍ່າ.”


ເຖິງ​ເວລາ​ແລງ​ໃຫ້​ລາວ​ອາບນໍ້າ​ຊຳລະ​ຕົວ ແລະ​ເມື່ອ​ຕາເວັນ​ຕົກ​ດິນ​ແລ້ວ ລາວ​ກັບຄືນ​ເຂົ້າ​ສູ່​ຄ້າຍພັກ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka