Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 14:7 - ພຣະຄຳພີສັກສິ

7 ແລ້ວ​ປະໂຣຫິດ​ກໍ​ຈະ​ຊິດ​ເລືອດ​ນັ້ນ​ເຈັດ​ເທື່ອ​ໃສ່​ຄົນ​ທີ່​ຈະ​ຖືກ​ຊຳລະ​ຕົວ​ຈາກ​ພະຍາດ​ຜິວໜັງ ແລະ​ເພິ່ນ​ກໍ​ຈະ​ປະກາດ​ວ່າ​ລາວ​ບໍ່​ເປັນ​ມົນທິນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 14:7
29 Jak'a apnaqawi uñst'ayäwi  

ເອລີຊາ​ໄດ້​ສັ່ງ​ຄົນ​ຮັບໃຊ້​ອອກ​ມາ​ບອກ​ນາອາມານ ໃຫ້​ໄປ​ອາບນໍ້າ​ທີ່​ແມ່ນໍ້າ​ຈໍແດນ​ເຈັດ​ເທື່ອ ແລະ​ເພິ່ນ​ກໍ​ຈະ​ຫາຍ​ດີ​ເປັນ​ປົກກະຕິ.


ດັ່ງນັ້ນ ນາອາມານ​ຈຶ່ງ​ລົງ​ໄປ​ທີ່​ແມ່ນໍ້າ​ຈໍແດນ​ຈຸ່ມຕົວ​ລົງ​ໃນ​ນໍ້າ​ເຈັດ​ຄັ້ງ ຕາມ​ຄຳແນະນຳ​ຂອງ​ຄົນ​ຂອງ​ພຣະເຈົ້າ ແລະ​ລາວ​ກໍ​ຫາຍ​ດີ​ເປັນ​ປົກກະຕິ. ເນື້ອໜັງ​ຂອງ​ລາວ​ສະອາດ​ເສາະໃສ​ດີ​ເປັນ​ປົກກະຕິ​ດັ່ງ​ເນື້ອໜັງ​ຂອງ​ເດັກນ້ອຍ.


ໂຜດ​ຊຳລະ​ລ້າງ​ຄວາມຊົ່ວ​ຂອງ​ຂ້ານ້ອຍ​ໃຫ້​ສິ້ນໄປ ແລະ​ໃຫ້​ສະອາດ​ໝົດ​ຈາກ​ການບາບ​ດ້ວຍ.


ຂໍ​ຊົງ​ໂຜດ​ຊຳລະ​ບາບ​ຂອງ​ຂ້ານ້ອຍ​ແດ່ ແລະ​ຂ້ານ້ອຍ​ກໍ​ຈະ​ສະອາດ​ງາມ​ດີ ໂຜດ​ຊຳລະ​ການບາບ​ຂອງ​ຂ້ານ້ອຍ​ທັງໝົດ ແລະ​ຂ້ານ້ອຍ​ກໍ​ຈະ​ຂາວ​ກວ່າ​ຫິມະ.


ແຕ່​ບັດນີ້​ຫລາຍ​ຊົນຊາດ​ຈະ​ງຶດງໍ້​ອັດສະຈັນໃຈ ພວກ​ກະສັດ​ກໍ​ຈະ​ອັດສະຈັນໃຈ​ຈົນ​ປາກ​ບໍ່ອອກ. ພວກເຂົາ​ຈະ​ຮູ້ເຫັນ​ແລະ​ທັງ​ຈະ​ເຂົ້າໃຈ ບາງ​ສິ່ງ​ທີ່​ພວກເຂົາ​ບໍ່ເຄີຍ​ຮູ້ເຫັນ​ຈັກເທື່ອ.”


ເຮົາ​ຈະ​ເອົາ​ນໍ້າ​ສະອາດ​ຫົດສົງ​ພວກເຈົ້າ​ໃຫ້​ພົ້ນ​ມົນທິນ​ທັງໝົດ ອັນ​ເນື່ອງ​ມາ​ຈາກ​ການຂາບໄຫວ້​ຮູບເຄົາຣົບ.


ເຈັດ​ເທື່ອ​ເຈັດສິບ​ປີ​ນັ້ນ​ແມ່ນ​ໄລຍະ​ເວລາ ທີ່​ພຣະເຈົ້າ​ໄດ້​ກຳນົດ​ໃຫ້​ປະຊາຊົນ​ແລະ​ເມືອງ​ອັນ​ສັກສິດ​ຂອງ​ເຈົ້າ ເລີກ​ເຮັດ​ບາບ​ແລະ​ເລີກ​ເຮັດ​ຊົ່ວ. ບາບ​ຈະ​ໄດ້​ຮັບ​ການອະໄພ ແລະ​ຄວາມ​ຍຸດຕິທຳ​ອັນ​ຖາວອນ​ຈະ​ປາກົດ​ມີ​ມາ ເພື່ອ​ວ່າ​ນິມິດ ແລະ​ຖ້ອຍຄຳ​ຂອງ​ຜູ້ທຳນວາຍ​ຈະ​ກາຍເປັນຈິງ ແລະ​ເພື່ອ​ພຣະວິຫານ​ອັນ​ສັກສິດ ຈະ​ໄດ້​ຖືກ​ຢຶດ​ຖວາຍ​ຄືນ​ໃໝ່​ໃຫ້​ແກ່​ພຣະເຈົ້າ.


ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ລາວ​ຄືນ​ໃໝ່. ຖ້າ​ປະໂຣຫິດ​ພົບ​ວ່າ ໂຣກ​ນັ້ນ​ໄດ້​ແຜ່ລາມ​ອອກ​ໄປ​ທົ່ວ​ຮ່າງກາຍ​ແທ້ ເພິ່ນ​ຈະ​ປະກາດ​ວ່າ​ຜູ້ນັ້ນ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ. ຖ້າ​ໝົດ​ທັງ​ຕົວ​ຂອງ​ລາວ​ຂາວ​ດັ່ງ​ຊ້າງເຜືອກ ລາວ​ກໍ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ.


ເພື່ອ​ຈະ​ກວດເບິ່ງ​ລາວ​ຄືນ​ອີກ. ຖ້າ​ພະຍາດ​ນັ້ນ​ເປັນ​ພະຍາດ​ຜິວໜັງ​ສີ​ຂາວ​ເທົ່ານັ້ນ ລາວ​ກໍ​ບໍ່​ເປັນ​ມົນທິນ ແລະ​ປະໂຣຫິດ​ຕ້ອງ​ປະກາດ​ວ່າ ລາວ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ.


ແລ້ວ​ປະໂຣຫິດ​ກໍ​ຈະ​ເອົາ​ໄມ້​ສົນສີດາ, ໃບ​ຫູສົບ, ດ້າຍ​ສີແດງ ແລະ​ນົກ​ໂຕ​ທີ່​ຍັງ​ເປັນ​ຢູ່ ຈຸ່ມ​ລົງ​ໃນ​ເລືອດ​ຂອງ​ນົກ​ໂຕ​ທີ່​ໄດ້​ຂ້າ​ໃນ​ຖ້ວຍ​ດິນ​ທີ່​ມີ​ນໍ້າ​ບໍ່​ນັ້ນ. ເພິ່ນ​ຈະ​ຊິດ​ເລືອດ​ຂອງ​ນົກ​ໃສ່​ເຮືອນ​ຫລັງ​ນັ້ນ​ເຈັດ​ເທື່ອ.


ເພິ່ນ​ຈະ​ຕ້ອງ​ເອົາ​ເລືອດ​ບາງ​ສ່ວນ​ຂອງ​ງົວເຖິກໜຸ່ມ​ມາ ແລະ​ໃຊ້​ນິ້ວ​ມື​ຊິດ​ເລືອດ​ນັ້ນ​ໃສ່​ເທິງ​ດ້ານ​ໜ້າ​ຂອງ​ຝາອັດ​ຫີບ​ພັນທະສັນຍາ ແລ້ວ​ຊິດ​ເລືອດ​ນັ້ນ​ອີກ​ເຈັດ​ເທື່ອ​ໃສ່​ທາງ​ດ້ານ​ໜ້າ​ຂອງ​ຫີບ​ພັນທະສັນຍາ.


ແລ້ວ​ໃຊ້​ນິ້ວ​ມື​ຊິດ​ເລືອດ​ບາງ​ສ່ວນ​ເຈັດ​ເທື່ອ​ໃສ່​ເທິງ​ແທ່ນບູຊາ ແລະ​ເຮັດ​ໃຫ້​ແທ່ນ​ນັ້ນ​ບໍຣິສຸດ ເພື່ອ​ໃຫ້​ພົ້ນ​ຈາກ​ການບາບ​ຂອງ​ປະຊາຊົນ​ອິດສະຣາເອນ.


ແບ້​ໂຕ​ນີ້​ກໍ​ຈະ​ຮັບ​ແບກ​ການບາບ​ທັງໝົດ​ຂອງ​ພວກເຂົາ ໄປ​ສູ່​ຖິ່ນ​ເປົ່າປ່ຽວ.


ເພິ່ນ​ຈະ​ໃຊ້​ນິ້ວ​ມື​ຈຸ່ມ​ລົງ​ໃນ​ເລືອດ ແລະ​ຊິດ​ເລືອດ​ນັ້ນ​ໃສ່​ທາງ​ໜ້າ​ຜ້າກັ້ງ​ສັກສິດ​ເຈັດ​ເທື່ອ​ຕໍ່ໜ້າ​ພຣະເຈົ້າຢາເວ.


ເມື່ອ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ແລ້ວ ເພິ່ນ​ກໍ​ຈະ​ຊິດ​ໃສ່​ທາງ​ໜ້າ​ຜ້າກັ້ງ​ສັກສິດ​ເຈັດ​ເທື່ອ​ຕໍ່ໜ້າ​ພຣະເຈົ້າຢາເວ.


ເພິ່ນ​ໄດ້​ເອົາ​ນໍ້າມັນ​ບາງ​ສ່ວນ​ຊິດ​ເຈັດ​ເທື່ອ​ໃສ່​ແທ່ນບູຊາ​ກັບ​ເຄື່ອງໃຊ້​ຂອງ​ແທ່ນ, ໃສ່​ຂັນ​ກັບ​ພານ​ຮອງ​ຂັນ ເພື່ອ​ອຸທິດ​ຖວາຍ​ສິ່ງ​ເຫຼົ່ານີ້.


ພຣະອົງ​ຍັງ​ຈະ​ເມດຕາ​ພວກ​ຂ້ານ້ອຍ​ອີກເທື່ອໜຶ່ງ. ພຣະອົງ​ຈະ​ຢຽບຢໍ່າ​ການບາບ​ຕ່າງໆ​ຂອງ​ພວກ​ຂ້ານ້ອຍ​ລົງ​ໃຕ້​ຕີນ​ຂອງ​ພຣະອົງ ແລະ​ໂຍນ​ລົງ​ໄປ​ໃນ​ພື້ນ​ທະເລ​ເລິກ


ໃນ​ວັນ​ທີ​ສາມ ແລະ​ວັນ​ທີ​ເຈັດ​ລາວ​ຕ້ອງ​ຊຳລະ​ຕົນເອງ​ດ້ວຍ​ນໍ້າ ແລ້ວ​ລາວ​ກໍ​ຈະ​ບໍ່​ເປັນ​ມົນທິນ, ແຕ່​ຖ້າ​ລາວ​ຫາກ​ບໍ່​ຊຳລະ​ຕົນເອງ​ໃນ​ວັນ​ທີ​ສາມ ແລະ​ວັນ​ທີ​ເຈັດ ລາວ​ກໍ​ຍັງ​ເປັນມົນທິນ​ຢູ່.


ແຕ່​ທະຫານ​ຄົນ​ໜຶ່ງ​ໄດ້​ໃຊ້​ຫອກ​ແທງ​ຂ້າງ​ຂອງ​ພຣະອົງ ເລືອດ​ແລະ​ນໍ້າ​ໄດ້​ໄຫລ​ອອກ​ມາ​ທັນທີ.


ດັ່ງນັ້ນ ຈົ່ງ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ດ້ວຍ​ຄວາມ​ຈິງໃຈ ແລະ​ດ້ວຍ​ຄວາມ​ເຊື່ອໝັ້ນ​ອັນ​ເຕັມ​ບໍຣິບູນ ດ້ວຍ​ໃຈ​ທີ່​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມ​ຮູ້ສຶກ​ຕົວ​ວ່າ​ມີ​ບາບກຳ ແລະ​ມີ​ຮ່າງກາຍ​ທີ່​ໄດ້​ຊຳລະລ້າງ​ແລ້ວ​ດ້ວຍ​ນໍ້າ​ບໍຣິສຸດ.


ມາ​ເຖິງ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ຜູ້​ກາງ​ຝ່າຍ​ພັນທະສັນຍາ​ໃໝ່ ແລະ​ມາ​ເຖິງ​ພຣະ​ໂລຫິດ​ຊຶ່ງ​ຊິດ​ໃສ່​ແລ້ວ ທີ່​ມີ​ສຽງ​ຮ້ອງ​ອັນ​ດີກວ່າ​ເລືອດ​ຂອງ​ອາເບັນ​ອີກ.


ເພາະວ່າ​ຖ້າ​ເລືອດ​ແບ້ ຫລື​ເລືອດ​ງົວເຖິກ ແລະ​ຂີ້ເຖົ່າ​ໄຟ​ຂອງ​ລູກ​ງົວ​ໂຕ​ແມ່​ທີ່​ໂຮຍ​ລົງ​ເທິງ​ຄົນ​ຊົ່ວ​ມົວໝອງ ຍັງ​ອາດ​ຊຳລະ​ຮ່າງກາຍ​ໃຫ້​ສະອາດ​ໄດ້,


ເພາະວ່າ​ໂມເຊ​ໄດ້​ປະກາດ​ຄຳສັ່ງ​ທຸກ​ຂໍ້ ໃນ​ກົດບັນຍັດ​ແກ່​ໄພ່ພົນ​ທັງໝົດ​ແລ້ວ ເພິ່ນ​ກໍໄດ້​ເອົາ​ເລືອດ​ລູກ​ງົວເຖິກ​ແລະ​ເລືອດ​ແບ້ເຖິກ​ປົນ​ໃສ່​ນໍ້າ ແລ້ວ​ເອົາ​ຂົນແກະ​ສີແດງ​ແລະ​ໃບ​ຫູສົບ​ມັດ​ໜຶ່ງ ມາ​ຈຸ່ມ​ແລະ​ຊິດ​ໃສ່​ໜັງສື​ມ້ວນ​ນັ້ນ ແລະ​ຊິດ​ໃສ່​ໄພ່ພົນ​ທັງໝົດ.


ໃນທຳນອງ​ດຽວກັນ​ນັ້ນ ເພິ່ນ​ກໍໄດ້​ເອົາ​ເລືອດ​ຊິດ​ໃສ່​ຫໍເຕັນ​ສັກສິດ​ກັບ​ເຄື່ອງໃຊ້​ໃນ​ພິທີ​ນະມັດສະການ​ທຸກ​ຊະນິດ​ເໝືອນກັນ.


ເພາະ​ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຄົງ​ຈະ​ຕ້ອງ​ທົນທຸກ​ທໍລະມານ​ຫລາຍ​ເທື່ອ ນັບ​ຕັ້ງແຕ່​ວາງ​ຮາກ​ສ້າງ​ໂລກ​ມາ. ແຕ່​ບັດນີ້ ພຣະອົງ​ໄດ້​ມາ​ປາກົດ ເພື່ອ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ​ເພື່ອ​ໄຖ່​ຄວາມ​ບາບ.


ຄື​ຜູ້​ທີ່​ພຣະເຈົ້າ ພຣະບິດາເຈົ້າ​ໄດ້​ຊົງ​ເລືອກ​ໄວ້​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ຮູ້​ລ່ວງໜ້າ​ໄວ້​ກ່ອນ ເພື່ອ​ພຣະວິນຍານ​ຈະ​ຊົງ​ຊຳລະ​ໃຫ້​ບໍຣິສຸດ ຈະ​ໃຫ້​ນົບ​ນ້ອມ​ເຊື່ອຟັງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຈະ​ໃຫ້​ຮັບ​ການ​ຊຳລະ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ. ຂໍ​ພຣະຄຸນ ແລະ​ສັນຕິສຸກ​ຈົ່ງ​ບັງເກີດ​ທະວີຄູນ​ແກ່​ເຈົ້າ​ທັງຫລາຍ​ເທີ້ນ.


ນີ້​ແຫຼະ ຜູ້​ທີ່​ໄດ້​ມາ​ໂດຍ​ນໍ້າ​ແລະ​ພຣະ​ໂລຫິດ ຄື​ພຣະເຢຊູເຈົ້າ ບໍ່ແມ່ນ​ດ້ວຍ​ນໍ້າ​ສິ່ງ​ດຽວ ແຕ່​ດ້ວຍ​ນໍ້າ​ແລະ​ພຣະ​ໂລຫິດ ແລະ​ພຣະວິນຍານ​ຊົງ​ເປັນ​ພະຍານ ເພາະ​ພຣະວິນຍານ​ຊົງ​ເປັນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka