Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 14:6 - ພຣະຄຳພີສັກສິ

6 ປະໂຣຫິດ​ຈະ​ເອົາ​ນົກ​ໂຕ​ທີ່​ຍັງ​ເປັນ​ຢູ່ ຈຸ່ມ​ລົງ​ໃນ​ຖ້ວຍ​ເລືອດ​ຂອງ​ນົກ​ໂຕ​ທີ່​ໄດ້​ຂ້າ​ນັ້ນ ພ້ອມ​ກັບ​ໄມ້​ສົນສີດາ, ດ້າຍ​ສີແດງ ແລະ​ໃບ​ຫູສົບ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 14:6
13 Jak'a apnaqawi uñst'ayäwi  

ຂໍ​ຊົງ​ໂຜດ​ຊຳລະ​ບາບ​ຂອງ​ຂ້ານ້ອຍ​ແດ່ ແລະ​ຂ້ານ້ອຍ​ກໍ​ຈະ​ສະອາດ​ງາມ​ດີ ໂຜດ​ຊຳລະ​ການບາບ​ຂອງ​ຂ້ານ້ອຍ​ທັງໝົດ ແລະ​ຂ້ານ້ອຍ​ກໍ​ຈະ​ຂາວ​ກວ່າ​ຫິມະ.


ເພິ່ນ​ຈະ​ສັ່ງ​ລາວ​ໃຫ້​ນຳ​ນົກ​ສອງ​ໂຕ​ທີ່​ບໍ່​ເປັນມົນທິນ​ມາ ເພື່ອ​ເຮັດ​ພິທີ​ຊຳລະ​ຕົວ ແລະ​ນຳ​ສິ່ງ​ເຫຼົ່ານີ້​ມາ​ດ້ວຍ​ຄື: ໄມ້​ສົນສີດາ​ແທ່ງ​ໜຶ່ງ, ດ້າຍ​ສີແດງ​ເສັ້ນ​ໜຶ່ງ ແລະ​ໃບ​ຫູສົບ​ມັດ​ໜຶ່ງ.


ແລ້ວ​ປະໂຣຫິດ​ກໍ​ຈະ​ຂ້າປາດຄໍ​ນົກ​ໂຕໜຶ່ງ​ໃນ​ຖ້ວຍ​ດິນ ຊຶ່ງ​ມີ​ນໍ້າ​ທີ່​ເອົາ​ມາ​ຈາກ​ບໍ່.


ປະໂຣຫິດ​ຈະ​ຕ້ອງ​ຂ້າປາດຄໍ​ນົກ​ໂຕໜຶ່ງ​ໃນ​ສອງ​ໂຕ​ນັ້ນ​ໃນ​ຖ້ວຍ​ດິນ​ທີ່​ມີ​ນໍ້າ​ຈາກ​ບໍ່.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ​ຈະ​ມີ​ນໍ້າ​ບໍ່​ໜຶ່ງ​ໄຫລ​ອອກ​ມາ ເພື່ອ​ຊຳລະ​ບາບ​ຂອງ​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ຂອງ​ປະຊາຊົນ​ເຢຣູຊາເລັມ ເພາະ​ພວກເຂົາ​ຂາບໄຫວ້​ບັນດາ​ຮູບເຄົາຣົບ.


ອີກ​ໜ້ອຍ​ໜຶ່ງ​ໂລກ​ຈະ​ບໍ່​ເຫັນ​ເຮົາ ແຕ່​ພວກເຈົ້າ​ຈະ​ເຫັນ​ເຮົາ ເພາະ​ເຮົາ​ມີ​ຊີວິດ​ຢູ່ ພວກເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່​ເໝືອນກັນ.


ພຣະອົງ​ຜູ້​ຊົງ​ຖືກ​ມອບ​ໄວ້​ໃຫ້​ເຖິງ​ແກ່​ຄວາມ​ຕາຍ​ແລ້ວ ເພາະ​ບາບກຳ​ຂອງ​ພວກເຮົາ ແລະ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ ເພື່ອ​ໃຫ້​ພວກເຮົາ​ໄດ້​ຊົງ​ຖື​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ.


ພວກເຮົາ​ເຄີຍ​ເປັນ​ສັດຕູ​ຂອງ​ພຣະເຈົ້າ ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຮົາ​ຄືນ​ດີ​ກັບ​ພຣະອົງ ຜ່ານ​ທາງ​ຄວາມ​ຕາຍ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ. ເມື່ອ​ເຮົາ​ທັງຫລາຍ​ໄດ້​ຄືນດີ​ກັບ​ພຣະເຈົ້າ​ແລ້ວ ຫລາຍກວ່າ​ນັ້ນ​ອີກ ພຣະອົງ​ຈະ​ຊົງ​ໂຜດ​ໃຫ້​ພວກເຮົາ​ໄດ້​ພົ້ນ​ໂດຍ​ການ​ຄືນພຣະຊົນ​ຂອງ​ພຣະອົງ.


ພຣະບຸດ​ນັ້ນ ເປັນ​ແສງ​ສະທ້ອນ​ພຣະ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ແລະ​ມີ​ສະພາບ​ເປັນ​ແບບພິມ​ດຽວກັນ​ກັບ​ພຣະອົງ ແລະ​ຊົງ​ຄໍ້າຊູ​ພິພົບ​ໂລກ​ໄວ້​ດ້ວຍ​ພຣະທຳ​ອັນ​ຊົງ​ຣິດ​ຂອງ​ພຣະອົງ, ເມື່ອ​ພຣະອົງ​ຊົງ​ຊຳລະ​ບາບກຳ​ແລ້ວ ກໍ​ຊົງ​ປະທັບ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດທານຸພາບ​ໃນ​ທີ່​ສູງສຸດ.


ແລະ​ເຮົາ​ເປັນ​ຜູ້​ມີ​ຊີວິດ​ຢູ່ ເຮົາ​ໄດ້​ຕາຍໄປ​ແລ້ວ ແຕ່​ເບິ່ງແມ! ເຮົາ​ກໍ​ມີ​ຊີວິດ​ຢູ່​ນິຣັນດອນ. ເຮົາ​ຖື​ລູກ​ກະແຈ​ແຫ່ງ​ຄວາມຕາຍ​ແລະ​ແດນ​ມໍຣະນາ.


ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ພະຍານ​ທີ່​ສັດຊື່ ແລະ​ຊົງ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ ກັບ​ທັງ​ຊົງ​ຄອບຄອງ​ກະສັດ​ທັງຫລາຍ​ໃນ​ໂລກ. ພຣະອົງ​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ໄດ້​ຊົງ​ປົດປ່ອຍ​ພວກເຮົາ​ຈາກ​ການ​ຜິດບາບ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka