Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 14:57 - ພຣະຄຳພີສັກສິ

57 ກົດບັນຍັດ​ເຫຼົ່ານີ້​ແມ່ນ​ຊີ້ຂາດ​ວ່າ ເມື່ອໃດ​ສິ່ງຂອງ​ເຫຼົ່ານັ້ນ​ເປັນ​ມົນທິນ ຫລື​ບໍ່​ເປັນ​ມົນທິນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 14:57
7 Jak'a apnaqawi uñst'ayäwi  

ກ່ຽວກັບ​ຄຳຖາມ​ນີ້​ພຣະເຈົ້າຢາເວ​ຕອບ​ຄືນ​ວ່າ, “ຖ້າ​ເຈົ້າ​ກັບ​ມາ ເຮົາ​ກໍ​ຈະ​ຮັບ​ເອົາ​ເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງເຮົາ​ອີກ. ຖ້າ​ເຈົ້າ​ບໍ່​ເວົ້າ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ແລະ​ປະກາດ​ແຕ່​ຖ້ອຍຄຳ​ຂອງເຮົາ ເຈົ້າ​ກໍ​ຈະ​ໄດ້​ເປັນ​ຜູ້ທຳນວາຍ​ຂອງເຮົາ​ອີກ. ປະຊາຊົນ​ຈະ​ກັບຄືນ​ມາ​ຫາ​ເຈົ້າ ແລະ​ເຈົ້າ​ບໍ່​ຕ້ອງ​ໄປ​ຫາ​ພວກເຂົາ.


ບັນດາ​ປະໂຣຫິດ​ຕ້ອງ​ສອນ​ປະຊາຊົນ​ຂອງເຮົາ​ໃຫ້​ຮູ້ວ່າ ສິ່ງໃດ​ບໍຣິສຸດ ແລະ​ສິ່ງໃດ​ບໍ່​ບໍຣິສຸດ ແລະ​ສິ່ງ​ທີ່​ເປັນ​ມົນທິນ​ກັບ​ສິ່ງ​ທີ່​ບໍ່​ເປັນ​ມົນທິນ.


ພວກເຈົ້າ​ຕ້ອງ​ໄຈ້ແຍກ​ໃຫ້​ຈະແຈ້ງ ລະຫວ່າງ​ສິ່ງ​ທີ່​ເປັນ​ບໍຣິສຸດ​ແລະ​ສິ່ງ​ທີ່​ໃຊ້​ກັນ​ຢູ່​ທົ່ວໆໄປ; ລະຫວ່າງ​ສິ່ງ​ທີ່​ເປັນ​ມົນທິນ​ແລະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.


ອັນນີ້ ແມ່ນ​ລະບຽບການ​ກ່ຽວກັບ​ຂີ້ເຮື້ອນ ບໍ່​ວ່າ​ເກີດ​ນຳ​ຂົນສັດ ຫລື​ຜ້າປ່ານ ຫລື​ໃນ​ຜ້າປ່ານ ຫລື​ໃນ​ເຄື່ອງນຸ່ງ​ທີ່​ເປັນ​ຂົນສັດ ຫລື​ສິ່ງໃດໆ​ກໍຕາມ​ທີ່​ເຮັດ​ດ້ວຍ​ໜັງສັດ; ອັນ​ນີ້​ແມ່ນ​ລະບຽບ​ເພື່ອ​ຕັດສິນ​ວ່າ ເປັນ​ມົນທິນ​ຫລື​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.


ພຣະເຈົ້າຢາເວ​ໄດ້​ມອບ​ລະບຽບ​ການ​ໃຫ້​ໂມເຊ​ແລະ​ອາໂຣນ​ດັ່ງ​ຕໍ່ໄປນີ້:


ເມື່ອ​ພວກເຈົ້າ​ຕ້ອງ​ທົນທຸກ​ທໍລະມານ​ຈາກ​ພະຍາດ​ຂີ້ທູດ ຈົ່ງ​ເອົາໃຈໃສ່​ປິ່ນປົວ​ຕາມ​ຄຳແນະນຳ​ຂອງ​ປະໂຣຫິດ​ຊາວ​ເລວີ; ຈົ່ງ​ປະຕິບັດ​ຕາມ​ຄຳແນະນຳ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka