Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 14:4 - ພຣະຄຳພີສັກສິ

4 ເພິ່ນ​ຈະ​ສັ່ງ​ລາວ​ໃຫ້​ນຳ​ນົກ​ສອງ​ໂຕ​ທີ່​ບໍ່​ເປັນມົນທິນ​ມາ ເພື່ອ​ເຮັດ​ພິທີ​ຊຳລະ​ຕົວ ແລະ​ນຳ​ສິ່ງ​ເຫຼົ່ານີ້​ມາ​ດ້ວຍ​ຄື: ໄມ້​ສົນສີດາ​ແທ່ງ​ໜຶ່ງ, ດ້າຍ​ສີແດງ​ເສັ້ນ​ໜຶ່ງ ແລະ​ໃບ​ຫູສົບ​ມັດ​ໜຶ່ງ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 14:4
11 Jak'a apnaqawi uñst'ayäwi  

ຂໍ​ຊົງ​ໂຜດ​ຊຳລະ​ບາບ​ຂອງ​ຂ້ານ້ອຍ​ແດ່ ແລະ​ຂ້ານ້ອຍ​ກໍ​ຈະ​ສະອາດ​ງາມ​ດີ ໂຜດ​ຊຳລະ​ການບາບ​ຂອງ​ຂ້ານ້ອຍ​ທັງໝົດ ແລະ​ຂ້ານ້ອຍ​ກໍ​ຈະ​ຂາວ​ກວ່າ​ຫິມະ.


ຈົ່ງ​ເອົາ​ໃບ​ຫູສົບ​ມັດ​ໜຶ່ງ​ຈຸ່ມ​ລົງ​ໃນ​ຂັນ ທີ່​ມີ​ເລືອດ​ແລະ​ທາ​ເລືອດ​ນັ້ນ​ໃສ່​ອ້ອມ​ຂອບ​ວົງ​ປະຕູ. ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ອອກ​ຈາກ​ເຮືອນ​ຈົນກວ່າ​ຈະ​ຮຸ່ງ​ເຊົ້າ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ນົກ​ເປັນ​ເຄື່ອງ​ເຜົາບູຊາ​ແກ່​ພຣະເຈົ້າຢາເວ ຕ້ອງ​ໃຫ້​ແມ່ນ​ນົກເຂົາ​ຫລື​ນົກ​ກາງແກ.


ຖ້າ​ນາງ​ບໍ່​ສາມາດ​ຖວາຍ​ລູກແກະ​ໄດ້ ຕ້ອງ​ໃຫ້​ນຳ​ນົກເຂົາ​ຫລື​ນົກ​ກາງແກ​ສອງ​ໂຕ​ມາ; ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ ແລະ​ອີກ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ. ປະໂຣຫິດ​ຈະ​ຖວາຍບູຊາ​ຊຳລະ​ມົນທິນ​ໃຫ້​ແກ່​ນາງ ແລະ​ຍິງ​ນັ້ນ​ກໍ​ຈະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.


ແລ້ວ​ປະໂຣຫິດ​ກໍ​ຈະ​ຂ້າປາດຄໍ​ນົກ​ໂຕໜຶ່ງ​ໃນ​ຖ້ວຍ​ດິນ ຊຶ່ງ​ມີ​ນໍ້າ​ທີ່​ເອົາ​ມາ​ຈາກ​ບໍ່.


ປະໂຣຫິດ​ຈະ​ເອົາ​ນົກ​ໂຕ​ທີ່​ຍັງ​ເປັນ​ຢູ່ ຈຸ່ມ​ລົງ​ໃນ​ຖ້ວຍ​ເລືອດ​ຂອງ​ນົກ​ໂຕ​ທີ່​ໄດ້​ຂ້າ​ນັ້ນ ພ້ອມ​ກັບ​ໄມ້​ສົນສີດາ, ດ້າຍ​ສີແດງ ແລະ​ໃບ​ຫູສົບ.


ຖ້າ​ຊາຍ​ຄົນ​ໜຶ່ງ​ບໍ່​ສາມາດ​ຖວາຍ​ແກະ​ຫລື​ແບ້​ໂຕໜຶ່ງ​ໄດ້ ຕ້ອງ​ໃຫ້​ລາວ​ນຳ​ນົກ​ກາງແກ​ຫລື​ນົກເຂົາ​ສອງ​ໂຕ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ເປັນ​ຄ່າ​ຊົດໃຊ້​ບາບ​ຂອງຕົນ​ຄື: ໂຕໜຶ່ງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ອີກ​ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ.


ໃນ​ກໍລະນີ​ທຳອິດ ໃຫ້​ຜູ້ໜຶ່ງ​ທີ່​ບໍ່​ເປັນມົນທິນ​ນັ້ນ ເອົາ​ໃບ​ຕົ້ນ​ຫູສົບ​ມັດ​ໜຶ່ງ ຈຸ່ມ​ລົງ​ໃນ​ນໍ້າ​ແລະ​ຊິດ​ໃສ່​ຜ້າເຕັນ, ໃສ່​ທຸກໆ​ສິ່ງ ແລະ​ໃສ່​ຄົນ​ທີ່​ຢູ່​ໃນ​ຫໍເຕັນ. ໃນ​ກໍລະນີ​ທີ​ສອງ ໃຫ້​ຜູ້ໜຶ່ງ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ ເອົາ​ນໍ້າ​ຊິດ​ໃສ່​ຜູ້​ທີ່​ໄດ້​ຈັບບາຍ​ກະດູກ​ຄົນ ຫລື​ຊາກສົບ​ຄົນຕາຍ ຫລື​ຂຸມຝັງສົບ.


ແລ້ວ​ໃຫ້​ເພິ່ນ​ເອົາ​ໄມ້​ສົນສີດາ​ຈຳນວນ​ໜຶ່ງ, ໃບ​ຕົ້ນ​ຫູສົບ​ມັດໜຶ່ງ ແລະ​ດ້າຍ​ສີແດງ​ເສັ້ນໜຶ່ງ​ຖິ້ມ​ໃສ່​ໄຟ.


ເພາະວ່າ​ໂມເຊ​ໄດ້​ປະກາດ​ຄຳສັ່ງ​ທຸກ​ຂໍ້ ໃນ​ກົດບັນຍັດ​ແກ່​ໄພ່ພົນ​ທັງໝົດ​ແລ້ວ ເພິ່ນ​ກໍໄດ້​ເອົາ​ເລືອດ​ລູກ​ງົວເຖິກ​ແລະ​ເລືອດ​ແບ້ເຖິກ​ປົນ​ໃສ່​ນໍ້າ ແລ້ວ​ເອົາ​ຂົນແກະ​ສີແດງ​ແລະ​ໃບ​ຫູສົບ​ມັດ​ໜຶ່ງ ມາ​ຈຸ່ມ​ແລະ​ຊິດ​ໃສ່​ໜັງສື​ມ້ວນ​ນັ້ນ ແລະ​ຊິດ​ໃສ່​ໄພ່ພົນ​ທັງໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka