ລະບຽບ^ພວກເລວີ 14:3 - ພຣະຄຳພີສັກສິ3 ແລະເພິ່ນຈະນຳລາວໄປນອກຄ້າຍ ແລະກວດເບິ່ງ. ຖ້າພະຍາດນັ້ນດີແລ້ວ Uka jalj uñjjattʼäta |
ພຣະອົງໄດ້ບອກວ່າ, “ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໂດຍເຮັດສິ່ງທີ່ຖືກຕ້ອງຕໍ່ສາຍຕາຂອງພຣະອົງ ແລະເຮັດຕາມຂໍ້ຄຳສັ່ງທຸກຂໍ້ຂອງພຣະອົງ ເຮົາກໍຈະບໍ່ລົງໂທດພວກເຈົ້າດ້ວຍໂຣກໄພໄຂ້ເຈັບ ດັ່ງທີ່ໄດ້ນຳມາທຳລາຍຊາວເອຢິບ. ເຮົາແມ່ນພຣະເຈົ້າຢາເວຜູ້ທີ່ປິ່ນປົວຮັກສາເຈົ້າໃຫ້ດີ.”
ແລ້ວພຣະອົງກໍຕອບຄົນທີ່ໂຢຮັນໃຊ້ມານັ້ນວ່າ, “ຈົ່ງກັບໄປບອກໂຢຮັນ ຕາມທີ່ພວກເຈົ້າໄດ້ເຫັນແລະໄດ້ຍິນ ຄືວ່າຄົນຕາບອດເຫັນຮຸ່ງໄດ້ ຄົນເປ້ຍຍ່າງໄດ້ ຜູ້ທີ່ທົນທຸກດ້ວຍພະຍາດຂີ້ທູດກໍດີສະອາດ, ຄົນຫູໜວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາມີຊີວິດ ແລະຂ່າວປະເສີດກໍປະກາດແກ່ຄົນຍາກຈົນ.