Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 14:12 - ພຣະຄຳພີສັກສິ

12 ແລ້ວ​ປະໂຣຫິດ​ກໍ​ຈະ​ນຳ​ລູກແກະເຖິກ ໜຶ່ງ​ໃນ​ສອງ​ໂຕ​ນັ້ນ ພ້ອມ​ກັບ​ນໍ້າມັນ​ໝາກກອກເທດ​ເຄິ່ງ​ລິດ​ມາ ເພື່ອ​ເປັນ​ເຄື່ອງ​ຖວາຍບູຊາ​ໄຖ່​ຄວາມ​ຜິດບາບ. ປະໂຣຫິດ​ຈະ​ຕ້ອງ​ຖວາຍ​ສິ່ງ​ເຫຼົ່ານີ້​ແກວ່ງໄປ​ແກວ່ງມາ ເປັນ​ເຄື່ອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ​ສຳລັບ​ປະໂຣຫິດ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 14:12
13 Jak'a apnaqawi uñst'ayäwi  

ຈົ່ງ​ຕັດ​ເອົາ​ໄຂມັນ​ຂອງ​ແກະເຖິກ, ໄຂມັນ​ໃນ​ຫາງ, ໄຂມັນ​ທີ່​ຫຸ້ມ​ເຄື່ອງ​ໃນ ແລະ​ໜັງບາງໆ​ຫຸ້ມຫໍ່ຕັບ ແລະ​ໝາກໄຂ່ຫລັງ​ທັງສອງ​ໜ່ວຍ​ພ້ອມ​ທັງ​ໄຂມັນ​ທີ່​ຕິດ​ຫ້ອຍ ແລະ​ຕົ້ນ​ຂາໜ້າ​ຂ້າງ​ຂວາ.


ຈົ່ງ​ວາງ​ສິ່ງ​ເຫຼົ່ານີ້​ໃສ່​ໃນ​ອົ້ງ​ມື​ຂອງ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ແລ້ວ​ບອກ​ພວກເຂົາ​ໃຫ້​ຖວາຍ​ແກວ່ງໄປ​ແກວ່ງມາ​ເພື່ອ​ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ.


ຈົ່ງ​ເອົາ​ຊີ້ນ​ໜ້າເອິກ​ຂອງ​ແກະເຖິກ​ຊຶ່ງ​ເປັນ​ແກະ​ສະຖາປະນາ​ອາໂຣນ ໃຫ້​ຖວາຍ​ແກວ່ງໄປ​ແກວ່ງມາ​ສຳລັບ​ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຊີ້ນ​ສ່ວນ​ນີ້​ຈະ​ເປັນ​ສ່ວນ​ຂອງ​ພວກເຈົ້າ.


ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ການ​ທີ່​ທ່ານ​ທົນທຸກ​ຄື​ຄວາມປະສົງ​ຂອງເຮົາ ຄວາມຕາຍ​ຂອງທ່ານ​ເປັນ​ເຄື່ອງ​ບູຊາ ເພື່ອ​ນຳ​ເອົາ​ການ​ຍົກໂທດ​ມາ​ໃຫ້. ທ່ານ​ຈຶ່ງ​ໄດ້​ເຫັນ​ເຊື້ອສາຍ​ມີ​ຊີວິດ​ຍາວ​ໄກ ເປົ້າໝາຍ​ຂອງ​ພຣະເຈົ້າຢາເວ​ຈະ​ສຳເລັດ​ທາງ​ທ່ານ.


ໃນ​ວັນ​ທີ​ແປດ ລາວ​ຈະ​ຕ້ອງ​ນຳ​ສິ່ງຂອງ​ເຫຼົ່ານີ້​ມາ​ຄື: ແກະເຖິກ​ສອງ​ໂຕ ແລະ​ລູກ​ແກະແມ່​ອາຍຸ​ໜຶ່ງ​ປີ​ໂຕໜຶ່ງ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ, ແປ້ງ​ປົນ​ນໍ້າມັນ​ໝາກກອກເທດ​ສອງ​ກິໂລກຼາມ ແລະ​ນໍ້າມັນ​ໝາກກອກເທດ​ເຄິ່ງ​ລິດ.


ປະໂຣຫິດ​ຈະ​ນຳ​ຊາຍ​ຜູ້​ນີ້​ພ້ອມກັບ​ເຄື່ອງ​ຖວາຍ​ຂອງ​ລາວ​ໄປ​ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ຕໍ່ມາ ປະໂຣຫິດ​ຕ້ອງ​ຖວາຍ​ລຶບລ້າງ​ບາບ ແລະ​ເຮັດ​ພິທີ​ຊຳລະ​ໃຫ້​ໝົດ​ມົນທິນ. ຫລັງຈາກ​ນັ້ນ ເພິ່ນ​ຈະ​ຂ້າປາດຄໍ​ສັດ​ສຳລັບ​ເຜົາ​ຖວາຍບູຊາ


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ເຮັດ​ບາບ ຍ້ອນ​ລືມ​ຊຳລະ​ສິ່ງ​ບໍຣິສຸດ​ໃຫ້​ແກ່​ພຣະເຈົ້າຢາເວ ໂດຍ​ບໍ່ຕັ້ງໃຈ ເພື່ອ​ເປັນ​ການ​ຊົດໃຊ້​ແທນຄືນ​ຫລັງ​ໃຫ້​ພຣະອົງ ລາວ​ຕ້ອງ​ນຳ​ແກະ​ຫລື​ແບ້​ເຖິກ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ສ່ວນ​ລາຄາ​ສັດ​ນັ້ນ ໃຫ້​ຖື​ເອົາ​ຕາມ​ອັດຕາ​ທາງ​ການ​ຂອງ​ສຳນັກ​ນະມັດສະການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka