11 ປະໂຣຫິດຈະນຳຊາຍຜູ້ນີ້ພ້ອມກັບເຄື່ອງຖວາຍຂອງລາວໄປຕໍ່ໜ້າພຣະເຈົ້າຢາເວທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ.
ໃນວັນທີແປດ ລາວຈະຕ້ອງນຳສິ່ງຂອງເຫຼົ່ານີ້ມາຄື: ແກະເຖິກສອງໂຕ ແລະລູກແກະແມ່ອາຍຸໜຶ່ງປີໂຕໜຶ່ງທີ່ມີສຸຂະພາບດີແລະບໍ່ມີຕຳໜິ, ແປ້ງປົນນໍ້າມັນໝາກກອກເທດສອງກິໂລກຼາມ ແລະນໍ້າມັນໝາກກອກເທດເຄິ່ງລິດ.
ແລ້ວປະໂຣຫິດກໍຈະນຳລູກແກະເຖິກ ໜຶ່ງໃນສອງໂຕນັ້ນ ພ້ອມກັບນໍ້າມັນໝາກກອກເທດເຄິ່ງລິດມາ ເພື່ອເປັນເຄື່ອງຖວາຍບູຊາໄຖ່ຄວາມຜິດບາບ. ປະໂຣຫິດຈະຕ້ອງຖວາຍສິ່ງເຫຼົ່ານີ້ແກວ່ງໄປແກວ່ງມາ ເປັນເຄື່ອງຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວສຳລັບປະໂຣຫິດ.
ໃນວັນທີແປດຂອງພິທີຊຳລະໃຫ້ໝົດມົນທິນນັ້ນ ລາວຈະຕ້ອງນຳສັດເຫຼົ່ານັ້ນ ມາໃຫ້ປະໂຣຫິດທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມຕໍ່ໜ້າພຣະເຈົ້າຢາເວ.
ແລ້ວຈົ່ງເອີ້ນຊຸມຊົນອິດສະຣາເອນທັງໝົດ ມາເຕົ້າໂຮມກັນຢູ່ທີ່ທາງເຂົ້າຂອງຫໍເຕັນບ່ອນຊຸມນຸມ.”
ພວກເລວີໄດ້ຊຳລະຕົນເອງແລະຊັກເຄື່ອງນຸ່ງຫົ່ມ ແລ້ວອາໂຣນກໍອຸທິດຖວາຍພວກເຂົາເປັນຂອງຖວາຍແກວ່ງໄປແກວ່ງມາໃຫ້ແກ່ພຣະເຈົ້າຢາເວ. ເພິ່ນໄດ້ປະກອບພິທີຊຳລະໃຫ້ພວກເຂົາຄືກັນ.
ອັນໜຶ່ງ ຂໍພຣະກຽດ, ພຣະເດຊານຸພາບ, ພຣະອານຸພາບ ແລະສັກດານຸພາບຈົ່ງມີແດ່ພຣະອົງ ຜູ້ທີ່ສາມາດປ້ອງກັນຮັກສາພວກເຈົ້າໄວ້ບໍ່ໃຫ້ສະດຸດລົ້ມລົງ ແລະນຳພວກເຈົ້າມາຢູ່ຊ້ອງພຣະພັກອັນສະຫງ່າຣາສີຂອງພຣະອົງ ຢ່າງຜູ້ທີ່ບໍ່ມີຄວາມຜິດ ແຕ່ມີຄວາມຍິນດີອັນເຫລືອລົ້ນ.