ລະບຽບ^ພວກເລວີ 14:10 - ພຣະຄຳພີສັກສິ10 ໃນວັນທີແປດ ລາວຈະຕ້ອງນຳສິ່ງຂອງເຫຼົ່ານີ້ມາຄື: ແກະເຖິກສອງໂຕ ແລະລູກແກະແມ່ອາຍຸໜຶ່ງປີໂຕໜຶ່ງທີ່ມີສຸຂະພາບດີແລະບໍ່ມີຕຳໜິ, ແປ້ງປົນນໍ້າມັນໝາກກອກເທດສອງກິໂລກຼາມ ແລະນໍ້າມັນໝາກກອກເທດເຄິ່ງລິດ. Uka jalj uñjjattʼäta |
ຖ້າລາວເປັນຄົນຍາກຈົນ ແລະບໍ່ສາມາດທີ່ຈະຫາມາໄດ້ຕາມທີ່ກຳນົດໄວ້ ເພື່ອເປັນການຊຳລະຕົນໃຫ້ໝົດມົນທິນ ລາວຈະຕ້ອງນຳລູກແກະເຖິກໂຕໜຶ່ງມາ ເພື່ອເປັນເຄື່ອງຖວາຍໄຖ່ຄວາມຜິດ ເປັນເຄື່ອງຖວາຍແກວ່ງໄປແກວ່ງມາ ເພື່ອໄຖ່ຄວາມຜິດຂອງຕົນ. ນອກນັ້ນ ລາວຈະຕ້ອງນຳແປ້ງປະສົມກັບນໍ້າມັນໝາກກອກເທດໜຶ່ງກິໂລກຼາມເທົ່ານັ້ນ ເພື່ອເປັນເຄື່ອງຖວາຍພືດຜົນເປັນເມັດ ແລະນໍ້າມັນໝາກກອກເທດອີກເຄິ່ງລິດ.