Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 13:6 - ພຣະຄຳພີສັກສິ

6 ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ຜູ້ນັ້ນ​ອີກ​ໃນ​ມື້​ທີ​ເຈັດ ແລະ​ຖ້າ​ອາການ​ເຈັບປວດ​ເບົາບາງ​ລົງ ແລະ​ພະຍາດ​ນັ້ນ​ບໍ່ໄດ້​ແຜ່ລາມ​ອອກ​ໄປ; ປະໂຣຫິດ​ຕ້ອງ​ປະກາດ​ວ່າ ຜູ້ນັ້ນ​ບໍ່ໄດ້​ເປັນມົນທິນ​ຕາມ​ກົດບັນຍັດ. ມັນ​ເປັນ​ພຽງ​ອາການ​ເຈັບປວດ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 13:6
23 Jak'a apnaqawi uñst'ayäwi  

ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ. ຖ້າ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ​ຄົນໃດ​ໂສກເສົ້າ​ເຫງົາໃຈ ແລະ​ຍົກມື​ຂຶ້ນ​ພາວັນນາ​ອະທິຖານ​ມາທາງ​ວິຫານ​ນີ້


ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ. ທີ່​ສະຫວັນ ຂໍໂຜດ​ຟັງ​ພວກເຂົາ ແລະ​ໃຫ້​ພວກເຂົາ​ມີ​ໄຊຊະນະ​ດ້ວຍ​ເທີ້ນ.


ແຕ່​ບໍ່ມີ​ຜູ້ໃດ​ເຫັນ​ໄດ້​ເຖິງ​ຄວາມ​ຜິດພາດ​ຂອງ​ຕົນເອງ ໂຜດ​ຊ່ວຍ​ຂ້ານ້ອຍ​ຈາກ​ຄວາມຜິດ​ທີ່​ປິດບັງ​ໄວ້​ດ້ວຍ


ໃຜ​ບອກ​ໄດ້​ແທ້​ວ່າ​ຈິດສຳນຶກ​ຂອງຕົນ​ຜ່ອງໃສ ແລະ​ບາບ​ຂອງຕົນ​ກໍ​ຖືກ​ຊຳລະ​ແລ້ວ?


ຢູ່​ໃນ​ໂລກນີ້ ບໍ່ມີ​ຜູ້ໃດ​ທີ່​ເຮັດ​ຖືກຕ້ອງ​ສະເໝີ​ໄປ ໂດຍ​ບໍ່ໄດ້​ເຮັດ​ບາບ​ຈັກເທື່ອ.


ລາວ​ຈະ​ບໍ່​ຫັກ​ຕົ້ນອໍ້​ຊຶ່ງ​ກຳລັງ​ກົ່ງ​ລົງ ທັງ​ຈະ​ບໍ່​ດັບ​ໄຟ​ໃນ​ຕະກຽງ​ທີ່​ກຳລັງ​ຈະ​ມອດ. ແຕ່​ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ ອັນ​ບໍ່​ສິ້ນສຸດ​ມາ​ໃຫ້​ແກ່​ມວນ​ມະນຸດ​ຊາດ.


ແລະ​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ກິນ​ສ່ວນໃດ​ສ່ວນໜຶ່ງ​ຂອງ​ສັດ ລາວ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ ແຕ່​ຈະ​ຍັງ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ; ຜູ້ໃດ​ທີ່​ຫາມ​ຊາກສັດ ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຂອງຕົນ ແຕ່​ຜູ້ນັ້ນ​ຈະ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ມີ​ອາການ​ເຈັບປວດ​ຕາມ​ຜິວໜັງ ຫລື​ໂພງ​ຂຶ້ນ ຫລື​ບວມ​ທີ່​ອາດ​ຈະ​ກາຍເປັນ​ພະຍາດ​ຂີ້ທູດ ຜູ້ນັ້ນ​ຕ້ອງ​ຖືກ​ນຳ​ຕົວ​ໄປ​ຫາ​ປະໂຣຫິດ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ.


ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ລາວ​ອີກ​ໃນ​ວັນ​ທີ​ເຈັດ ແລະ​ຖ້າ​ປະໂຣຫິດ​ເຫັນ​ວ່າ​ອາການ​ເຈັບປວດ​ຍັງ​ຄືເກົ່າ ແລະ​ບໍ່ໄດ້​ຂະຫຍາຍ​ອອກ​ໄປ ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ກັກຕົວ​ໄວ້​ຢູ່​ຕ່າງຫາກ​ອີກ​ເຈັດ​ວັນ.


ແຕ່​ຖ້າ​ອາການ​ເຈັບປວດ​ນັ້ນ​ແຜ່​ລາມ​ອອກ​ໄປ ຫລັງຈາກ​ທີ່​ປະໂຣຫິດ​ໄດ້​ກວດເບິ່ງ ແລະ​ປະກາດ​ວ່າ​ຜູ້ນັ້ນ​ສະອາດ​ດີ​ແລ້ວ ລາວ​ຕ້ອງ​ກັບຄືນ​ມາ​ຫາ​ປະໂຣຫິດ​ອີກ.


ຕໍ່ມາ ຄົນ​ນັ້ນ​ຈະ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ, ແຖ​ໜວດ, ແຖ​ຫົວ ແລະ​ອາບນໍ້າ; ແລ້ວ​ຜູ້ນັ້ນ​ກໍ​ຈະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ. ລາວ​ອາດ​ຈະ​ເຂົ້າ​ໄປ​ໃນ​ຄ້າຍ​ກໍໄດ້ ແຕ່​ລາວ​ຕ້ອງ​ນອນ​ຢູ່​ນອກ​ເຕັນ​ກ່ອນ​ເປັນ​ເວລາ​ເຈັດ​ວັນ.


ສ່ວນ​ຜູ້​ທີ່​ອ່ອນ​ໃນ​ຄວາມເຊື່ອ​ນັ້ນ ຈົ່ງ​ຮັບ​ລາວ​ໄວ້ ຢ່າ​ຖົກຖຽງ​ກັບ​ລາວ​ໃນ​ເລື່ອງ​ຄວາມເຊື່ອ​ທີ່​ແຕກຕ່າງ​ກັນ.


ບັນດາ​ເພື່ອນ​ທີ່​ຮັກ​ຂອງເຮົາ​ເອີຍ, ເມື່ອ​ພວກເຮົາ​ມີ​ພຣະສັນຍາ​ໃໝ່​ດັ່ງນີ້​ແລ້ວ ຈົ່ງ​ໃຫ້​ພວກເຮົາ​ຊຳລະ​ຕົວ​ຈາກ​ທຸກສິ່ງ ທີ່​ເຮັດ​ໃຫ້​ຮ່າງກາຍ​ແລະ​ຈິດ​ວິນຍານ​ເປັນ​ມົນທິນ ແລະ​ຈົ່ງ​ເຮັດ​ໃຫ້​ມີ​ຄວາມ​ບໍຣິສຸດ​ຢ່າງ​ຄົບຖ້ວນ ໂດຍ​ຄວາມ​ຢຳເກງ​ພຣະເຈົ້າ.


ແຕ່​ພວກເຈົ້າ​ນັ້ນ ພັດ​ບໍ່​ຈົງຮັກ​ແລະ​ພັກດີ ບໍ່​ເໝາະສົມ​ທີ່​ຈະ​ເປັນ ໄພ່ພົນ​ຂອງ​ພຣະອົງ ຄື​ເປັນ​ຊົນຊາດ​ບາບ ທີ່​ກະທຳ​ຜິດ​ຕະຫລອດ​ມາ ພາກັນ​ຄົດໂກງ​ແລະ​ຫັນໜີ ຈາກ​ພຣະເຈົ້າ​ມາ​ຕະຫລອດ.


ດັ່ງນັ້ນ ຈົ່ງ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ດ້ວຍ​ຄວາມ​ຈິງໃຈ ແລະ​ດ້ວຍ​ຄວາມ​ເຊື່ອໝັ້ນ​ອັນ​ເຕັມ​ບໍຣິບູນ ດ້ວຍ​ໃຈ​ທີ່​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມ​ຮູ້ສຶກ​ຕົວ​ວ່າ​ມີ​ບາບກຳ ແລະ​ມີ​ຮ່າງກາຍ​ທີ່​ໄດ້​ຊຳລະລ້າງ​ແລ້ວ​ດ້ວຍ​ນໍ້າ​ບໍຣິສຸດ.


ເພາະ​ເປັນ​ເລື່ອງ​ຂອງ​ກິນ ຂອງ​ດື່ມ ແລະ​ພິທີ​ຊຳລະ​ລ້າງ​ຕ່າງໆ​ເທົ່ານັ້ນ ເປັນ​ພິທີ​ສຳລັບ​ການ​ປະຕິບັດ​ທາງ​ກາຍ ທີ່​ໄດ້​ຊົງ​ບັນຍັດ​ໄວ້ ຈົນກວ່າ​ຈະ​ໄດ້​ຊົງ​ປ່ຽນແປງ​ໃໝ່.


ພວກເຮົາ​ທຸກຄົນ​ເຮັດ​ຜິດພາດ​ຢູ່​ເລື້ອຍໆ ຖ້າ​ຜູ້ໃດ​ບໍ່ໄດ້​ເຮັດ​ຜິດ​ທາງ​ວາຈາ ຜູ້ນັ້ນ​ກໍ​ເປັນ​ຄົນ​ດີ​ຄົບຖ້ວນ ແລະ​ສາມາດ​ບັງຄັບ​ທັງ​ຕົວ​ໄວ້​ໄດ້​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka