Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 13:5 - ພຣະຄຳພີສັກສິ

5 ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ລາວ​ອີກ​ໃນ​ວັນ​ທີ​ເຈັດ ແລະ​ຖ້າ​ປະໂຣຫິດ​ເຫັນ​ວ່າ​ອາການ​ເຈັບປວດ​ຍັງ​ຄືເກົ່າ ແລະ​ບໍ່ໄດ້​ຂະຫຍາຍ​ອອກ​ໄປ ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ກັກຕົວ​ໄວ້​ຢູ່​ຕ່າງຫາກ​ອີກ​ເຈັດ​ວັນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 13:5
4 Jak'a apnaqawi uñst'ayäwi  

ໃຫ້​ລູກ​ຜູ້​ທີ່​ຮັບ​ການ​ສະຖາປະນາ​ເປັນ​ປະໂຣຫິດ​ແທນ​ອາໂຣນ ຄື​ຜູ້​ທີ່​ຈະ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ເພື່ອ​ບົວລະບັດ​ຮັບໃຊ້​ໃນ​ບ່ອນ​ສັກສິດ​ນັ້ນ ໃສ່​ເຄື່ອງ​ປະຈຳ​ຕຳແໜ່ງ​ນີ້​ເຈັດ​ວັນ.


ແຕ່​ຖ້າ​ຜິວໜັງ​ຊື່​ບ່ອນ​ທີ່​ເຈັບປວດ​ນັ້ນ​ຂາວ ແລະ​ພະຍາດ​ບໍ່​ກິນ​ເລິກ​ລົງ​ໄປກວ່າ​ຜິວໜັງ ພ້ອມ​ທັງ​ຂົນ​ໃນ​ບໍລິເວນ​ນັ້ນ​ກໍ​ບໍ່​ຫງອກ ປະໂຣຫິດ​ຈະ​ຕ້ອງ​ກັກ​ຕົວ​ຜູ້ນັ້ນ​ໄວ້​ຢູ່​ຕ່າງຫາກ​ເຈັດ​ວັນ.


ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ຜູ້ນັ້ນ​ອີກ​ໃນ​ມື້​ທີ​ເຈັດ ແລະ​ຖ້າ​ອາການ​ເຈັບປວດ​ເບົາບາງ​ລົງ ແລະ​ພະຍາດ​ນັ້ນ​ບໍ່ໄດ້​ແຜ່ລາມ​ອອກ​ໄປ; ປະໂຣຫິດ​ຕ້ອງ​ປະກາດ​ວ່າ ຜູ້ນັ້ນ​ບໍ່ໄດ້​ເປັນມົນທິນ​ຕາມ​ກົດບັນຍັດ. ມັນ​ເປັນ​ພຽງ​ອາການ​ເຈັບປວດ​ເທົ່ານັ້ນ.


ຕໍ່ມາ ຄົນ​ນັ້ນ​ຈະ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ, ແຖ​ໜວດ, ແຖ​ຫົວ ແລະ​ອາບນໍ້າ; ແລ້ວ​ຜູ້ນັ້ນ​ກໍ​ຈະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ. ລາວ​ອາດ​ຈະ​ເຂົ້າ​ໄປ​ໃນ​ຄ້າຍ​ກໍໄດ້ ແຕ່​ລາວ​ຕ້ອງ​ນອນ​ຢູ່​ນອກ​ເຕັນ​ກ່ອນ​ເປັນ​ເວລາ​ເຈັດ​ວັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka