23 ແຕ່ຖ້າບໍລິເວນນັ້ນຍັງຄືເກົ່າແລະບໍ່ໄດ້ແຜ່ລາມອອກໄປ ກໍເປັນພຽງບາດແຜທີ່ສືບມາຈາກຕຸ່ມຝີເທົ່ານັ້ນ ແລະປະໂຣຫິດຈະຕ້ອງປະກາດວ່າ ລາວບໍ່ເປັນມົນທິນຕາມກົດບັນຍັດ.
ຢູດາຈື່ຂອງເຫຼົ່ານັ້ນໄດ້ ແລະເວົ້າວ່າ, “ນາງເຮັດຖືກຕ້ອງແລ້ວ. ຂ້ອຍບໍ່ໄດ້ເຮັດຕາມຄຳຕົກລົງທີ່ມີຕໍ່ນາງ. ຂ້ອຍຄວນຈະໃຫ້ນາງແຕ່ງງານກັບເຊລາລູກຊາຍຂອງຂ້ອຍ.” ແຕ່ນັ້ນມາ ຢູດາກໍບໍ່ໄດ້ນອນນຳນາງອີກຈັກເທື່ອ.
ດາວິດຈຶ່ງເວົ້າຕໍ່ນາທານວ່າ, “ເຮົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວແລ້ວ.” ນາທານກ່າວຕໍ່ດາວິດວ່າ, “ພຣະເຈົ້າຢາເວອະໄພໃຫ້ທ່ານ ແລະທ່ານຈະບໍ່ຕາຍ.
ຜູ້ທີ່ຊ້ອນເຊື່ອງບາບກຳໄວ້ ຊີວິດຈະບໍ່ຈະເລີນຮຸ່ງເຮືອງ. ຜູ້ທີ່ສາລະພາບບາບກຳຂອງຕົນ ພຣະເຈົ້າຈະເມດຕາຜູ້ນັ້ນ.
ຖ້າພະຍາດແຜ່ລາມອອກໄປຕາມຜິວໜັງ ປະໂຣຫິດຈະຕ້ອງປະກາດວ່າຜູ້ນັ້ນເປັນມົນທິນ; ລາວໄດ້ເປັນພະຍາດຜິວໜັງແລ້ວ.
ໃນກໍລະນີຂອງຄົນໜຶ່ງທີ່ຖືກໄຟໄໝ້ ຖ້າເນື້ອໃນບາດສົດທີ່ຊື່ກັບບໍລິເວນນັ້ນເປັນສີຂາວຊໍ້າ
ແຕ່ຖ້າຂົນເຫຼົ່ານັ້ນບໍ່ຫງອກແລະບໍລິເວນນັ້ນບໍ່ເລິກກວ່າຜິວໜັງແຕ່ມັນເປັນສີຈາງໆ ປະໂຣຫິດຈະຕ້ອງກັກຄົນນັ້ນໄວ້ຢູ່ຕ່າງຫາກເປັນເວລາເຈັດວັນ.
ແລະເປໂຕກໍສຳນຶກໄດ້ເຖິງຄຳເວົ້າທີ່ພຣະເຢຊູເຈົ້າໄດ້ກ່າວໄວ້ວ່າ, “ກ່ອນໄກ່ຂັນເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກເຮົາເຖິງສາມເທື່ອ.” ແລ້ວລາວກໍອອກໄປຂ້າງນອກ ແລະຮ້ອງໄຫ້ຢ່າງຂົມຂື່ນໃນຈິດໃຈ.
ດັ່ງນັ້ນ ພວກເຈົ້າຄວນຍົກໂທດໃຫ້ລາວແລະໜູນໃຈລາວ ເພື່ອບໍ່ໃຫ້ລາວຈົມລົງໃນຄວາມເສົ້າໂສກອັນເຫລືອລົ້ນ.
ພີ່ນ້ອງທັງຫລາຍເອີຍ, ຖ້າພວກເຮົາຫາກພົບຄົນທີ່ຫລົງເຮັດຜິດປະການໃດປະການໜຶ່ງ ພວກເຈົ້າທີ່ຢູ່ຝ່າຍພຣະວິນຍານ ຄວນຊ່ວຍສ້າງຜູ້ນັ້ນດ້ວຍຄວາມສຸພາບອ່ອນຫວານໃຫ້ກັບຄືນດີໃໝ່ ຈົ່ງຄອຍລະວັງຕົວເອົາໄວ້ ເພື່ອວ່າຕົນເອງຈະບໍ່ໄດ້ຖືກທົດລອງໃຫ້ເຮັດຜິດເໝືອນກັນ.