2 ຖ້າຜູ້ໃດຜູ້ໜຶ່ງມີອາການເຈັບປວດຕາມຜິວໜັງ ຫລືໂພງຂຶ້ນ ຫລືບວມທີ່ອາດຈະກາຍເປັນພະຍາດຂີ້ທູດ ຜູ້ນັ້ນຕ້ອງຖືກນຳຕົວໄປຫາປະໂຣຫິດ ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ.
ຂໍໃຫ້ການລົງໂທດຕົກຖືກໂຢອາບ ແລະຄອບຄົວຂອງລາວທັງໝົດ. ຂໍໃຫ້ເຊື້ອສາຍຂອງໂຢອາບທຸກຄົນເປັນພະຍາດໜອງໃນ ເປັນຂີ້ທູດ, ເປັນຄົນເຮັດວຽກເຮືອນດັ່ງຜູ້ຍິງ ຖືກຂ້າໃນສະໜາມຮົບ ຫລືຂາດອາຫານການກິນ.”
ນາອາມານ ຜູ້ບັນຊາການກອງທັບຊີເຣຍ ເປັນຄົນທີ່ກະສັດແຫ່ງຊີເຣຍນັບຖືຢ່າງສູງ ແລະໃຫ້ຄຳຍ້ອງຍໍຊົມເຊີຍ ເພາະພຣະເຈົ້າຢາເວໄດ້ໃຫ້ລາວນຳໄຊຊະນະມາສູ່ກອງທັບຊີເຣຍ. ລາວເປັນທະຫານຜູ້ສຳຄັນ ແຕ່ລາວໄດ້ທົນທຸກຍ້ອນໂຣກຂີ້ທູດ.
ເພາະສະນັ້ນ ພະຍາດຂອງນາອາມານຈະຕິດແປດເຈົ້າ, ທັງເຈົ້າແລະເຊື້ອສາຍຂອງເຈົ້າຈະເປັນພະຍາດນີ້ຕະຫລອດໄປ.” ເມື່ອເກຮາຊິໄດ້ອອກໄປ ລາວກໍເປັນພະຍາດຂີ້ທູດ ໜັງຂອງລາວຂາວດັ່ງຫິມະ.
ແຕ່ຫົວເຖິງຕີນ ຄືທົ່ວທັງຮ່າງກາຍບໍ່ມີບ່ອນປອດເລີຍ. ຕົນຕົວເຈົ້າເຕັມໄປດ້ວຍຮອຍຟົກຊໍ້າດຳຂຽວ ທັງເປັນບາດແຜແລະເຈັບປວດ. ບາດແຜບໍ່ໄດ້ລ້າງໃຫ້ສະອາດແລະບໍ່ໄດ້ໃຊ້ຜ້າພັນໄວ້. ບໍ່ມີຢາຊະນິດໃດໆດອກທີ່ຈະໃສ່ໃຫ້ຫາຍດີໄດ້.
ແຕ່ອົງພຣະຜູ້ເປັນເຈົ້າຈະລົງໂທດພວກເຂົາ ຄືເຮົາຈະແຖຫົວພວກເຂົາໃຫ້ໂຫລ້ນ ແລະພຣະເຈົ້າຢາເວຈະໃຫ້ພວກເຂົາປາກົດຕົວເປືອຍກາຍຢູ່.”
ພຣະເຈົ້າຢາເວໄດ້ມອບລະບຽບການຕ່າງໆ ດັ່ງຕໍ່ໄປນີ້ໃຫ້ໂມເຊແລະອາໂຣນ.
ປະໂຣຫິດຈະກວດເບິ່ງອາການເຈັບປວດນັ້ນ ແລະຖ້າຂົນທີ່ຜິວໜັງຫງອກ ແລະພະຍາດກໍຢູ່ເລິກກວ່າຜິວໜັງລົງໄປ ໃຫ້ນັບຜູ້ນັ້ນວ່າເປັນພະຍາດຂີ້ທູດ ແລະປະໂຣຫິດຕ້ອງປະກາດວ່າຄົນນັ້ນເປັນມົນທິນ.
ປະໂຣຫິດຈະກວດເບິ່ງລາວຕື່ມອີກ ແລະຖ້າພະຍາດນັ້ນແຜ່ລາມອອກໄປແທ້ ປະໂຣຫິດຈະປະກາດວ່າຜູ້ນັ້ນເປັນມົນທິນ ຍ້ອນພະຍາດຂີ້ທູດຂອງຜູ້ກ່ຽວ.
ແລະເພິ່ນຈະນຳລາວໄປນອກຄ້າຍ ແລະກວດເບິ່ງ. ຖ້າພະຍາດນັ້ນດີແລ້ວ
ຖ້າຜູ້ໜຶ່ງພົບເຫັນຂີ້ເຮື້ອນຢູ່ໃນເຮືອນຂອງຕົນ ຜູ້ນັ້ນຕ້ອງມາແຈ້ງຕໍ່ປະໂຣຫິດ.
ແມ່ນໜ້າທີ່ຂອງປະໂຣຫິດທີ່ຈະສັ່ງສອນຄົນອື່ນໃຫ້ຮູ້ຈັກພຣະເຈົ້າ. ປະຊາຊົນຄວນໄປຫາພວກເຂົາ ເພື່ອຮຽນຮູ້ຄວາມປະສົງຂອງເຮົາ ເພາະພວກເຂົາເປັນຜູ້ແຈ້ງຂ່າວຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່.
ໃນເວລາດຽວກັນນັ້ນເມກກໍລອຍຂຶ້ນໄປຈາກຫໍເຕັນ ແລະໃນທັນໃດ ມີຣີອາມກໍເກີດພະຍາດຂີ້ທູດ ຄືຜິວໜັງຂາວດັ່ງນວນຝ້າຍ. ເມື່ອອາໂຣນຫລຽວເບິ່ງແລະເຫັນວ່ານາງເປັນຂີ້ທູດ
ຢ່າປະໃຫ້ມີຣີອາມຕ້ອງຕາຍທັງເປັນ ໂດຍພະຍາດຂີ້ທູດກັດກິນນາງແລ້ວຕັ້ງເຄິ່ງຕົວ.”
ແລ້ວພຣະເຢຊູເຈົ້າກໍຊົງກ່າວແກ່ລາວວ່າ, “ຈົ່ງຟັງໃຫ້ດີ ຢ່າເວົ້າເລື່ອງນີ້ສູ່ຜູ້ໃດຟັງ ແຕ່ຈົ່ງໄປຫາປະໂຣຫິດເພື່ອໃຫ້ເພິ່ນກວດເບິ່ງເຈົ້າ ແລ້ວເພື່ອເປັນຫຼັກຖານໃຫ້ທຸກຄົນເຫັນວ່າເຈົ້າດີສະອາດ ຈົ່ງຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້.”
ໂດຍສັ່ງໃຫ້ລາວວ່າ, “ຢ່າບອກເລື່ອງນີ້ສູ່ຜູ້ໃດຟັງເປັນອັນຂາດ ແຕ່ຈົ່ງໄປຫາປະໂຣຫິດເພື່ອໃຫ້ເພິ່ນກວດເບິ່ງເຈົ້າວ່າດີສະອາດແລ້ວ ຕໍ່ຈາກນັ້ນໃຫ້ເຈົ້າຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້ ເພື່ອເປັນຫຼັກຖານຢັ້ງຢືນວ່າ ເຈົ້າດີສະອາດແລ້ວ.”
ເມື່ອພຣະເຢຊູເຈົ້າເຫັນຊາຍເຫຼົ່ານັ້ນ ກໍກ່າວແກ່ພວກເຂົາວ່າ, “ຈົ່ງໄປຫາປະໂຣຫິດໃຫ້ກວດເບິ່ງພວກເຈົ້າເດີ.” ຂະນະທີ່ພວກເຂົາໄປຕາມທາງນັ້ນ ພວກເຂົາກໍດີສະອາດທັງໝົດ.
ແລ້ວພຣະເຢຊູເຈົ້າ ກໍສັ່ງລາວວ່າ, “ຢ່າເວົ້າເລື່ອງນີ້ສູ່ຜູ້ໃດຟັງ ແຕ່ຈົ່ງໄປສະແດງຕົວຕໍ່ປະໂຣຫິດ ໃຫ້ເພິ່ນກວດເບິ່ງເຈົ້າ ແລະຈົ່ງຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້ ເພື່ອພິສູດໃຫ້ທຸກຄົນເຫັນວ່າ ເຈົ້າດີສະອາດແລ້ວ.”
ເມື່ອພວກເຈົ້າຕ້ອງທົນທຸກທໍລະມານຈາກພະຍາດຂີ້ທູດ ຈົ່ງເອົາໃຈໃສ່ປິ່ນປົວຕາມຄຳແນະນຳຂອງປະໂຣຫິດຊາວເລວີ; ຈົ່ງປະຕິບັດຕາມຄຳແນະນຳ ຊຶ່ງຂ້າພະເຈົ້າໄດ້ມອບໃຫ້ແກ່ພວກເຂົາ.
ພຣະເຈົ້າຢາເວຈະສົ່ງຕຸ່ມຝີມາຖືກພວກເຈົ້າ ເໝືອນດັ່ງທີ່ພຣະອົງໄດ້ເຮັດກັບຊາວເອຢິບ. ພຣະອົງຈະເຮັດໃຫ້ຕົນຕົວຂອງພວກເຈົ້າມີບາດແຜ. ພວກເຈົ້າຈະມີເກັດເຕັມຕົວທັງຄັນແລະຮັກສາບໍ່ດີຈັກເທື່ອ.