12 ຖ້າພະຍາດຜິວໜັງລາມໄປທົ່ວຮ່າງກາຍແຕ່ຫົວຫາຕີນ
ຂໍໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. ຖ້າປະຊາຊົນອິດສະຣາເອນຂອງພຣະອົງຄົນໃດໂສກເສົ້າເຫງົາໃຈ ແລະຍົກມືຂຶ້ນພາວັນນາອະທິຖານມາທາງວິຫານນີ້
ດັ່ງນັ້ນ ຂ້ານ້ອຍຈຶ່ງອັບອາຍຕໍ່ສິ່ງທີ່ໄດ້ກ່າວຈາ ຂ້ານ້ອຍເສຍໃຈ ຈຶ່ງນັ່ງທີ່ຂີ້ຝຸ່ນດິນແລະຂີ້ເຖົ່າ.”
ພວກຂ້ານ້ອຍທຸກຄົນເປັນຄົນບາບໝົດ; ແມ່ນແຕ່ການເຮັດທີ່ດີທີ່ສຸດຂອງພວກຂ້ານ້ອຍກໍຍັງເປິເປື້ອນ. ເພາະການບາບ ພວກຂ້ານ້ອຍຈຶ່ງເປັນດັ່ງໃບໄມ້ຫ່ຽວແຫ້ງແລະຖືກລົມພັດໄປ.
ກໍສະແດງວ່າເປັນພະຍາດຜິວໜັງຊໍ້າເຮື້ອ. ປະໂຣຫິດຈະຕ້ອງປະກາດວ່າຜູ້ນັ້ນເປັນມົນທິນ; ບໍ່ຈຳເປັນຕ້ອງກັກລາວໄວ້ຢູ່ຕ່າງຫາກອີກຕໍ່ໄປ ເພາະຮູ້ໄດ້ຢ່າງຄັກແນ່ແລ້ວວ່າລາວເປັນມົນທິນ.
ປະໂຣຫິດຈະຕ້ອງກວດເບິ່ງລາວຄືນໃໝ່. ຖ້າປະໂຣຫິດພົບວ່າ ໂຣກນັ້ນໄດ້ແຜ່ລາມອອກໄປທົ່ວຮ່າງກາຍແທ້ ເພິ່ນຈະປະກາດວ່າຜູ້ນັ້ນບໍ່ເປັນມົນທິນຕາມກົດບັນຍັດ. ຖ້າໝົດທັງຕົວຂອງລາວຂາວດັ່ງຊ້າງເຜືອກ ລາວກໍບໍ່ເປັນມົນທິນຕາມກົດບັນຍັດ.
ພວກເຮົາຮູ້ແລ້ວວ່າ ກົດບັນຍັດເປັນມາໂດຍຝ່າຍພຣະວິນຍານ, ແຕ່ສ່ວນເຮົາເປັນຝ່າຍມະນຸດທຳມະດາທີ່ຕາຍເປັນ ຊຶ່ງໄດ້ຖືກຂາຍໃຫ້ເປັນທາດຂອງຄວາມບາບ.