1 ພຣະເຈົ້າຢາເວໄດ້ມອບລະບຽບການຕ່າງໆ ດັ່ງຕໍ່ໄປນີ້ໃຫ້ໂມເຊແລະອາໂຣນ.
ຖ້ານາງບໍ່ສາມາດຖວາຍລູກແກະໄດ້ ຕ້ອງໃຫ້ນຳນົກເຂົາຫລືນົກກາງແກສອງໂຕມາ; ໂຕໜຶ່ງເພື່ອເຜົາຖວາຍບູຊາ ແລະອີກໂຕໜຶ່ງເພື່ອຖວາຍລຶບລ້າງບາບ. ປະໂຣຫິດຈະຖວາຍບູຊາຊຳລະມົນທິນໃຫ້ແກ່ນາງ ແລະຍິງນັ້ນກໍຈະບໍ່ເປັນມົນທິນຕາມກົດບັນຍັດ.
ຖ້າຜູ້ໃດຜູ້ໜຶ່ງມີອາການເຈັບປວດຕາມຜິວໜັງ ຫລືໂພງຂຶ້ນ ຫລືບວມທີ່ອາດຈະກາຍເປັນພະຍາດຂີ້ທູດ ຜູ້ນັ້ນຕ້ອງຖືກນຳຕົວໄປຫາປະໂຣຫິດ ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ.
ພຣະເຈົ້າຢາເວໄດ້ມອບລະບຽບການໃຫ້ໂມເຊແລະອາໂຣນດັ່ງຕໍ່ໄປນີ້:
ມີຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດ ມາຫາພຣະເຢຊູເຈົ້າເພື່ອຂໍໃຫ້ພຣະອົງຊ່ວຍ, ລາວຄຸເຂົ່າລົງຕໍ່ໜ້າພຣະອົງແລ້ວເວົ້າວ່າ, “ຖ້າທ່ານພໍໃຈ ກໍຈະເຮັດໃຫ້ຂ້ານ້ອຍສະອາດດີໄດ້.”
ເມື່ອພຣະເຢຊູເຈົ້າເຫັນຊາຍເຫຼົ່ານັ້ນ ກໍກ່າວແກ່ພວກເຂົາວ່າ, “ຈົ່ງໄປຫາປະໂຣຫິດໃຫ້ກວດເບິ່ງພວກເຈົ້າເດີ.” ຂະນະທີ່ພວກເຂົາໄປຕາມທາງນັ້ນ ພວກເຂົາກໍດີສະອາດທັງໝົດ.
ເມື່ອພຣະເຢຊູເຈົ້າຢູ່ໃນເມືອງໜຶ່ງ ກໍມີຊາຍຄົນໜຶ່ງເປັນພະຍາດຂີ້ທູດເຕັມຕົວ ເມື່ອເຫັນພຣະເຢຊູເຈົ້າ ລາວຈຶ່ງກົ້ມຂາບລົງຕໍ່ໜ້າພຣະອົງ ແລະອ້ອນວອນຂໍວ່າ, “ພຣະອົງເຈົ້າເອີຍ ຖ້າທ່ານພໍໃຈ ກໍສາມາດເຮັດໃຫ້ຂ້ານ້ອຍດີສະອາດໄດ້.”
ເມື່ອພວກເຈົ້າຕ້ອງທົນທຸກທໍລະມານຈາກພະຍາດຂີ້ທູດ ຈົ່ງເອົາໃຈໃສ່ປິ່ນປົວຕາມຄຳແນະນຳຂອງປະໂຣຫິດຊາວເລວີ; ຈົ່ງປະຕິບັດຕາມຄຳແນະນຳ ຊຶ່ງຂ້າພະເຈົ້າໄດ້ມອບໃຫ້ແກ່ພວກເຂົາ.