Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 12:8 - ພຣະຄຳພີສັກສິ

8 ຖ້າ​ນາງ​ບໍ່​ສາມາດ​ຖວາຍ​ລູກແກະ​ໄດ້ ຕ້ອງ​ໃຫ້​ນຳ​ນົກເຂົາ​ຫລື​ນົກ​ກາງແກ​ສອງ​ໂຕ​ມາ; ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ ແລະ​ອີກ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ. ປະໂຣຫິດ​ຈະ​ຖວາຍບູຊາ​ຊຳລະ​ມົນທິນ​ໃຫ້​ແກ່​ນາງ ແລະ​ຍິງ​ນັ້ນ​ກໍ​ຈະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 12:8
14 Jak'a apnaqawi uñst'ayäwi  

ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ນົກ​ເປັນ​ເຄື່ອງ​ເຜົາບູຊາ​ແກ່​ພຣະເຈົ້າຢາເວ ຕ້ອງ​ໃຫ້​ແມ່ນ​ນົກເຂົາ​ຫລື​ນົກ​ກາງແກ.


ປະໂຣຫິດ​ຈະ​ເອົາ​ເຄື່ອງ​ຖວາຍ​ຂອງ​ນາງ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຖວາຍບູຊາ​ຊຳລະ​ມົນທິນ​ໃຫ້​ແກ່​ນາງ ແລ້ວ​ນາງ​ກໍ​ຈະ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ. ນີ້​ແມ່ນ​ລະບຽບການ​ທີ່​ຜູ້ຍິງ​ຕ້ອງ​ປະຕິບັດ ຫລັງຈາກ​ທີ່​ນາງ​ໄດ້​ອອກລູກ​ແລ້ວ.


ພຣະເຈົ້າຢາເວ​ໄດ້​ມອບ​ລະບຽບການ​ຕ່າງໆ ດັ່ງ​ຕໍ່ໄປນີ້​ໃຫ້​ໂມເຊ​ແລະ​ອາໂຣນ.


ຖ້າ​ລາວ​ເປັນ​ຄົນ​ຍາກຈົນ ແລະ​ບໍ່​ສາມາດ​ທີ່​ຈະ​ຫາ​ມາ​ໄດ້​ຕາມ​ທີ່​ກຳນົດ​ໄວ້ ເພື່ອ​ເປັນ​ການ​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ ລາວ​ຈະ​ຕ້ອງ​ນຳ​ລູກແກະເຖິກ​ໂຕໜຶ່ງ​ມາ ເພື່ອ​ເປັນ​ເຄື່ອງ​ຖວາຍ​ໄຖ່​ຄວາມຜິດ ເປັນ​ເຄື່ອງ​ຖວາຍ​ແກວ່ງໄປ​ແກວ່ງມາ ເພື່ອ​ໄຖ່​ຄວາມຜິດ​ຂອງຕົນ. ນອກ​ນັ້ນ ລາວ​ຈະ​ຕ້ອງ​ນຳ​ແປ້ງ​ປະສົມ​ກັບ​ນໍ້າມັນ​ໝາກກອກເທດ​ໜຶ່ງ​ກິໂລກຼາມ​ເທົ່ານັ້ນ ເພື່ອ​ເປັນ​ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ ແລະ​ນໍ້າມັນ​ໝາກກອກເທດ​ອີກ​ເຄິ່ງ​ລິດ.


ລາວ​ຈະ​ຕ້ອງ​ນຳ​ນົກເຂົາ ຫລື​ນົກ​ກາງແກ​ສອງ​ໂຕ​ມາ​ດ້ວຍ​ຄື: ໂຕໜຶ່ງ​ສຳລັບ​ຖວາຍ​ລຶບລ້າງ​ບາບ ແລະ​ໂຕໜຶ່ງ​ອີກ​ສຳລັບ​ເຜົາ​ຖວາຍບູຊາ​ດ້ວຍໄຟ.


ໃນ​ວັນ​ທີ​ແປດ ລາວ​ຈະ​ຕ້ອງ​ເອົາ​ນົກເຂົາ​ຫລື​ນົກ​ກາງແກ​ສອງ​ໂຕ ໄປ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ມອບ​ນົກ​ນັ້ນ​ໃຫ້​ປະໂຣຫິດ.


ຝ່າຍ​ປະໂຣຫິດ​ຈະ​ຖວາຍ​ນົກ​ໂຕໜຶ່ງ​ໃນ​ສອງ​ໂຕ​ນັ້ນ ເພື່ອ​ເປັນ​ການ​ລຶບລ້າງ​ບາບ ແລະ​ໂຕໜຶ່ງ​ອີກ​ເພື່ອ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ​ຕໍ່ໜ້າ​ພຣະເຈົ້າຢາເວ​ສຳລັບ​ຊາຍ​ຄົນ​ນັ້ນ. ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ລາວ​ໃຫ້​ໝົດ​ມົນທິນ​ຕາມ​ກົດບັນຍັດ ຍ້ອນ​ມີ​ສິ່ງ​ໄຫຼ​ອອກ​ນັ້ນ.


ໃນ​ວັນ​ທີ​ແປດ ນາງ​ຈະ​ຕ້ອງ​ນຳ​ນົກເຂົາ​ຫລື​ນົກ​ກາງແກ​ສອງ​ໂຕ​ມາ​ໃຫ້​ປະໂຣຫິດ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ແລ້ວ​ເພິ່ນ​ກໍ​ຈະ​ເຜົາ​ໄຂມັນ​ທັງໝົດ ດັ່ງ​ເຜົາ​ໄຂມັນ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ຜູ້ປົກຄອງ ແລະ​ຜູ້ປົກຄອງ​ນັ້ນ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ຖ້າ​ຊາຍ​ຄົນ​ໜຶ່ງ​ບໍ່​ສາມາດ​ຖວາຍ​ນົກ​ກາງແກ​ຫລື​ນົກເຂົາ​ສອງ​ໂຕ​ໄດ້ ຕ້ອງ​ໃຫ້​ລາວ​ນຳ​ແປ້ງ​ໜຶ່ງ​ກິໂລກຼາມ ມາ​ຖວາຍ​ເປັນ​ການ​ລຶບລ້າງ​ບາບ. ລາວ​ບໍ່​ຕ້ອງ​ເອົາ​ນໍ້າມັນ​ໝາກກອກເທດ ຫລື​ເຄື່ອງຫອມ​ໃສ່​ໃນ​ແປ້ງ​ນັ້ນ ເພາະວ່າ​ແມ່ນ​ການ​ຖວາຍ​ລຶບລ້າງ​ບາບ ແລະ​ບໍ່ແມ່ນ​ການ​ຖວາຍ​ພືດຜົນ​ເປັນເມັດ.


ຖ້າ​ຊາຍ​ຄົນ​ໜຶ່ງ​ບໍ່​ສາມາດ​ຖວາຍ​ແກະ​ຫລື​ແບ້​ໂຕໜຶ່ງ​ໄດ້ ຕ້ອງ​ໃຫ້​ລາວ​ນຳ​ນົກ​ກາງແກ​ຫລື​ນົກເຂົາ​ສອງ​ໂຕ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ເປັນ​ຄ່າ​ຊົດໃຊ້​ບາບ​ຂອງຕົນ​ຄື: ໂຕໜຶ່ງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ອີກ​ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ຂັບໄລ່​ບັນດາ​ຄົນ​ຊື້​ຂາຍ​ໃນ​ທີ່ນັ້ນ​ອອກ​ໄປ ແລະ​ຂວໍ້າ​ໂຕະ​ຂອງ​ຄົນ​ແລກປ່ຽນ​ເງິນ​ກັບ​ບ່ອນ​ນັ່ງ​ຂອງ​ຄົນ​ຂາຍ​ນົກເຂົາ.


ເພາະວ່າ ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ແລ້ວ​ວ່າ ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຮັ່ງມີ ພຣະອົງ​ກໍ​ຍັງ​ຊົງ​ຍອມ​ກາຍເປັນ​ຄົນ​ຍາກຈົນ ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ກາຍເປັນ​ຄົນ​ຮັ່ງມີ ເນື່ອງ​ຈາກ​ຄວາມ​ຍາກຈົນ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka