Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 12:7 - ພຣະຄຳພີສັກສິ

7 ປະໂຣຫິດ​ຈະ​ເອົາ​ເຄື່ອງ​ຖວາຍ​ຂອງ​ນາງ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຖວາຍບູຊາ​ຊຳລະ​ມົນທິນ​ໃຫ້​ແກ່​ນາງ ແລ້ວ​ນາງ​ກໍ​ຈະ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ. ນີ້​ແມ່ນ​ລະບຽບການ​ທີ່​ຜູ້ຍິງ​ຕ້ອງ​ປະຕິບັດ ຫລັງຈາກ​ທີ່​ນາງ​ໄດ້​ອອກລູກ​ແລ້ວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 12:7
16 Jak'a apnaqawi uñst'ayäwi  

ຕອນເຊົ້າ​ຫລັງຈາກ​ງານກິນລ້ຽງ​ເລີກ​ແລ້ວ ທຸກ​ເທື່ອ​ໂຢບ​ຈະ​ຕື່ນ​ແຕ່​ເຊົ້າ​ມືດ ແລະ​ຖວາຍ​ເຄື່ອງເຜົາ​ບູຊາ​ສຳລັບ​ລູກ​ແຕ່ລະຄົນ ເພື່ອ​ຊຳລະ​ພວກເຂົາ​ຈາກ​ມົນທິນ. ເພິ່ນ​ເຮັດ​ເຊັ່ນນີ້​ເລື້ອຍໆ​ເພາະ​ເພິ່ນ​ຄິດ​ວ່າ ຜູ້ໜຶ່ງ​ໃນ​ພວກເຂົາ​ອາດ​ໄດ້​ເຮັດ​ບາບ ໂດຍ​ປະໝາດ​ພຣະເຈົ້າ​ຢ່າງ​ບໍ່​ຮູ້ສຶກ​ຕົວ​ກໍໄດ້.


ບໍ່ມີ​ຜູ້ໃດ​ຫ່ອນ​ນຳ​ເອົາ​ສິ່ງ​ສະອາດ ອອກ​ມາ​ຈາກ​ສິ່ງ​ທີ່​ເປື້ອນເປິ​ໄດ້.


ຜູ້ນຳ​ສັດ​ມາ​ຖວາຍ​ນັ້ນ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ພຣະອົງ​ພໍໃຈ​ຮັບ​ເອົາ​ສັດ​ນັ້ນ ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ.


ເມື່ອ​ກຳນົດ​ຊຳລະຕົວ​ໃຫ້​ບໍຣິສຸດ​ໄດ້​ຜ່ານພົ້ນ​ໄປ​ແລ້ວ ບໍ່​ວ່າ​ໄດ້​ລູກ​ຜູ້ຍິງ​ຫລື​ລູກ​ຜູ້ຊາຍ​ກໍດີ ນາງ​ຈະ​ຕ້ອງ​ນຳ​ລູກແກະ​ອາຍຸ​ໜຶ່ງ​ປີ ມາ​ໃຫ້​ປະໂຣຫິດ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ເພື່ອ​ເຮັດ​ພິທີ​ເຜົາ​ຖວາຍບູຊາ ແລະ​ນົກ​ກາງແກ​ຫລື​ນົກເຂົາ​ໜຶ່ງ​ໂຕ ເພື່ອ​ຖວາຍບູຊາ​ລຶບລ້າງ​ບາບ.


ຖ້າ​ນາງ​ບໍ່​ສາມາດ​ຖວາຍ​ລູກແກະ​ໄດ້ ຕ້ອງ​ໃຫ້​ນຳ​ນົກເຂົາ​ຫລື​ນົກ​ກາງແກ​ສອງ​ໂຕ​ມາ; ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ ແລະ​ອີກ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ. ປະໂຣຫິດ​ຈະ​ຖວາຍບູຊາ​ຊຳລະ​ມົນທິນ​ໃຫ້​ແກ່​ນາງ ແລະ​ຍິງ​ນັ້ນ​ກໍ​ຈະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.


ຝ່າຍ​ປະໂຣຫິດ​ຈະ​ຖວາຍ​ນົກ​ໂຕໜຶ່ງ​ໃນ​ສອງ​ໂຕ​ນັ້ນ ເພື່ອ​ເປັນ​ການ​ລຶບລ້າງ​ບາບ ແລະ​ໂຕໜຶ່ງ​ອີກ​ເພື່ອ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ​ຕໍ່ໜ້າ​ພຣະເຈົ້າຢາເວ​ສຳລັບ​ຊາຍ​ຄົນ​ນັ້ນ. ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ລາວ​ໃຫ້​ໝົດ​ມົນທິນ​ຕາມ​ກົດບັນຍັດ ຍ້ອນ​ມີ​ສິ່ງ​ໄຫຼ​ອອກ​ນັ້ນ.


ເພິ່ນ​ຈະ​ເຮັດ​ຢ່າງ​ດຽວກັນ​ກັບ​ງົວ ທີ່​ຖວາຍ​ເພື່ອ​ລຶບລ້າງ​ບາບ​ຂອງຕົນ ແລະ​ໂດຍ​ພິທີ​ນີ້ ເພິ່ນ​ຈະ​ຕ້ອງ​ຖວາຍບູຊາ​ລຶບລ້າງ​ບາບ​ແກ່​ປະຊາຊົນ ແລະ​ປະຊາຊົນ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ແລ້ວ​ເພິ່ນ​ກໍ​ຈະ​ເຜົາ​ໄຂມັນ​ທັງໝົດ ດັ່ງ​ເຜົາ​ໄຂມັນ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ຜູ້ປົກຄອງ ແລະ​ຜູ້ປົກຄອງ​ນັ້ນ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ແລ້ວ​ເພິ່ນ​ກໍ​ຈະ​ປາດ​ເອົາ​ໄຂມັນ​ທັງໝົດ​ຂອງ​ສັດ​ໂຕ​ນັ້ນ​ອອກ ດັ່ງ​ປາດ​ເອົາ​ໄຂມັນ​ຂອງ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເພິ່ນ​ຈະ​ຕ້ອງ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ ໃຫ້​ກິ່ນ​ຫອມຫວນ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ແລ້ວ​ເພິ່ນ​ກໍ​ຈະ​ປາດ​ເອົາ​ໄຂມັນ​ທັງໝົດ​ຂອງ​ສັດ​ໂຕ​ນັ້ນ​ອອກ ດັ່ງ​ປາດ​ເອົາ​ໄຂມັນ​ຂອງ​ແກະ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ປະໂຣຫິດ​ກໍ​ຈະ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ ເປັນ​ການ​ຖວາຍ​ອາຫານ​ແກ່​ພຣະເຈົ້າຢາເວ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ດ້ວຍວ່າ, ທຸກຄົນ​ໄດ້​ເຮັດ​ຜິດບາບ ແລະ​ຂາດ​ຈາກ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ;


ແລະ​ເພື່ອ​ຈະ​ຊົງ​ສຳແດງ​ໃນ​ປະຈຸບັນ​ວ່າ ພຣະອົງ​ຊົງ​ເປັນ​ຜູ້​ຍຸດຕິທຳ ແລະ​ຊົງ​ໂຜດ​ຜູ້​ທີ່​ເຊື່ອ​ໃນ​ພຣະເຢຊູເຈົ້າ​ເປັນ​ຜູ້​ຊອບທຳ​ດ້ວຍ.


ເພາະວ່າ ຜົວ​ທີ່​ບໍ່​ເຊື່ອ ກໍໄດ້​ຮັບ​ການ​ຊຳລະ​ຍ້ອນ​ເມຍ​ຂອງຕົນ ແລະ​ເມຍ​ທີ່​ບໍ່​ເຊື່ອ​ກໍໄດ້​ຮັບ​ການ​ຊຳລະ​ຍ້ອນ​ຜົວ​ຂອງຕົນ ຖ້າບໍ່​ດັ່ງນັ້ນ ລູກ​ຂອງ​ພວກເຂົາ ກໍ​ຄົງ​ຈະ​ເປັນ​ດັ່ງ​ລູກ​ຂອງ​ຄົນ​ທີ່​ບໍ່​ບໍຣິສຸດ ແຕ່​ບັດນີ້ ລູກ​ນັ້ນ​ບໍຣິສຸດ​ແລ້ວ.


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ອັນ​ໃດ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ລະຫວ່າງ​ທາດ​ແລະ​ອິດສະຫລະ ລະຫວ່າງ​ຊາຍ​ແລະ​ຍິງ ເພາະ​ພວກເຈົ້າ​ທຸກຄົນ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka