3 ໃນມື້ທີແປດ ເດັກນ້ອຍຜູ້ນີ້ຈະຕ້ອງຮັບພິທີຕັດ.
ຈົ່ງຖວາຍລູກສັດໂຕເຖິກຫົວປີຂອງງົວ ແລະແກະຂອງພວກເຈົ້າແກ່ເຮົາ. ຈົ່ງໃຫ້ລູກສັດໂຕເຖິກຫົວປີຢູ່ກັບແມ່ຂອງມັນເຈັດວັນ ແລະໃນວັນທີແປດໃຫ້ນຳມາຖວາຍແກ່ເຮົາ.
ແລ້ວອີກສາມສິບສາມວັນຕໍ່ມາ ນາງຈຶ່ງບໍ່ເປັນມົນທິນຕາມກົດບັນຍັດ ອັນເນື່ອງມາຈາກການເສຍເລືອດນັ້ນ; ນາງຕ້ອງບໍ່ແຕະຕ້ອງສິ່ງໃດໆທີ່ສັກສິດ ຫລືເຂົ້າໄປໃນຫໍເຕັນ ຈົນກວ່າການຊຳລະຕົວໃຫ້ບໍຣິສຸດໄດ້ຜ່ານພົ້ນໄປແລ້ວ.
ບໍ່ວ່າໄຫລອອກມາຈາກອະໄວຍະວະລັບຫລືໄຫລອອກມາຄ້າງຢູ່ທາງໃນກໍຕາມ.
ເມື່ອເດັກນ້ອຍຄົບແປດວັນແລ້ວ ພວກເພິ່ນກໍເຮັດພິທີຕັດໃຫ້ ແລະຕັ້ງຊື່ໃຫ້ວ່າ, ເຊກາຣີຢາ ຕາມຊື່ຂອງພໍ່.
ອາທິດໜຶ່ງຕໍ່ມາ ເມື່ອເຖິງກຳນົດຕ້ອງຮັບພິທີຕັດ ພວກເພິ່ນຈຶ່ງໃສ່ຊື່ກຸມມານນັ້ນວ່າ ເຢຊູ ຕາມທີ່ເທວະດາໄດ້ບອກໄວ້ ກ່ອນທີ່ນາງມາຣີບໍ່ທັນໄດ້ຕັ້ງທ້ອງເທື່ອນັ້ນ.
ມີບາງຄົນຈາກແຂວງຢູດາຍເລີ່ມສັ່ງສອນພີ່ນ້ອງວ່າ, “ຖ້າເຈົ້າທັງຫລາຍບໍ່ຮັບພິທີຕັດຕາມຮີດຄອງຂອງໂມເຊ ພວກເຈົ້າຈະພົ້ນບໍ່ໄດ້.”
ແຕ່ເຮົາທັງຫລາຍຮູ້ຢູ່ວ່າ ກົດບັນຍັດທຸກຂໍ້ທີ່ໄດ້ກ່າວນັ້ນກໍກ່າວແກ່ຄົນເຫຼົ່ານັ້ນ ທີ່ຢູ່ໃຕ້ກົດບັນຍັດເພື່ອອັດປາກທຸກຄົນ ແລະເພື່ອໃຫ້ມະນຸດທຸກຄົນໃນໂລກ ຢູ່ໃຕ້ການພິພາກສາຂອງພຣະເຈົ້າ.
ເຮົາຈຶ່ງເວົ້າຢ່າງນີ້ວ່າ ກົດບັນຍັດທີ່ມາພາຍຫລັງເຖິງສີ່ຮ້ອຍສາມສິບປີ ຈະທຳລາຍພັນທະສັນຍາ ຊຶ່ງພຣະເຈົ້າໄດ້ຊົງແຕ່ງຕັ້ງໄວ້ກ່ອນນັ້ນ ຈະຖືກລຶບລ້າງບໍ່ໄດ້.
ເຮົາຂໍຢັ້ງຢືນອີກເທື່ອໜຶ່ງວ່າ ຜູ້ທີ່ຍອມຮັບພິທີຕັດ ຜູ້ນັ້ນກໍຖືກຜູກມັດໃຫ້ປະຕິບັດຕາມກົດບັນຍັດທັງໝົດ.
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເຮັດໃຫ້ພວກເຈົ້າ ແລະລູກຫລານ ມີໃຈເຊື່ອຟັງເພື່ອວ່າພວກເຈົ້າຈະຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍສຸດໃຈແລະດ້ວຍສຸດຈິດຂອງພວກເຈົ້າ ແລະສືບຕໍ່ອາໄສຢູ່ໃນດິນແດນນັ້ນໄດ້.
ຄືເມື່ອເຮົາເກີດມາໄດ້ແປດວັນ ເຮົາກໍໄດ້ຮັບພິທີຕັດ ເຮົາເປັນຄົນອິດສະຣາເອນ ໃນຕະກຸນເບັນຢາມິນ, ເປັນຄົນເຮັບເຣີ ເກີດຈາກຊາວເຮັບເຣີ ໃນດ້ານກົດບັນຍັດ ເຮົາກໍຢູ່ໃນຄະນະຟາຣີຊາຍ.
ໃນພຣະອົງນັ້ນ ພວກເຈົ້າໄດ້ຮັບພິທີຕັດແລ້ວ ບໍ່ແມ່ນພິທີຕັດທີ່ເຮັດໂດຍມືມະນຸດ ແຕ່ແມ່ນພິທີຕັດທີ່ກະທຳໂດຍພຣະຄຣິດ ຊຶ່ງເປັນການຊົງໂຜດໃຫ້ພົ້ນຈາກກິເລດຕັນຫາຂອງເນື້ອກາຍນີ້.