Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 12:2 - ພຣະຄຳພີສັກສິ

2 ສຳລັບ​ປະຊາຊົນ​ອິດສະຣາເອນ. ເຈັດ​ມື້​ຫລັງຈາກ​ຜູ້ຍິງ​ເກີດ​ລູກ​ເປັນ​ຜູ້ຊາຍ​ແລ້ວ ນາງ​ເປັນມົນທິນ​ຕາມ​ກົດບັນຍັດ ເໝືອນກັນ​ກັບ​ໄລຍະ​ທີ່​ນາງ​ເປັນ​ປະຈຳເດືອນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 12:2
14 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້​ອວຍພອນ​ພວກເຂົາ ແລະ​ພຣະເຈົ້າ​ໄດ້ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ມີ​ລູກຫລານ​ໃຫ້​ແຜ່ຜາຍ​ຂະຫຍາຍ​ທະວີຄູນ​ຫລາຍ​ຂຶ້ນ ເພື່ອ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຢູ່​ທົ່ວ​ທຸກ​ແຫ່ງຫົນ ແລະ​ປົກຄອງ​ທຸກສິ່ງ​ເທິງ​ແຜ່ນດິນ​ໂລກ​ນີ້. ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ປາ, ນົກ ແລະ​ສັດປ່າ​ທຸກ​ຊະນິດ.”


ແລ້ວ​ພຣະອົງ​ກໍໄດ້​ກ່າວ​ກັບ​ຍິງ​ນັ້ນ​ວ່າ, “ເຮົາ​ຈະ​ເພີ່ມ​ຄວາມ​ລຳບາກ​ເມື່ອ​ເຈົ້າ​ຖືພາ, ເຈົ້າ​ຈະ​ຕ້ອງ​ເບັ່ງ​ລູກ​ອອກ​ມາ​ຢ່າງ​ເຈັບປວດ​ເຫລືອລົ້ນ. ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ບໍ່​ພົ້ນ​ທີ່​ຢາກ​ໄດ້​ຜົວ, ແລ້ວ​ຜົວ​ຂອງ​ເຈົ້າ​ນັ້ນ​ຈະ​ເປັນ​ນາຍ​ເໜືອ​ເຈົ້າ.”


ກະສັດ​ດາວິດ​ສົ່ງ​ຄົນ​ໄປ​ນຳ​ເອົາ​ນາງ​ມາ ແລະ​ເຂົາ​ໄດ້​ພາ​ນາງ​ເຂົ້າ​ມາ​ພົບ​ເພິ່ນ ແລະ​ເພິ່ນ​ໄດ້​ສົມສູ່​ກັບ​ນາງ. (ນາງ​ຫາ​ກໍ​ເສັດສິ້ນ​ພິທີ​ຊຳລະ​ຕົວ ຫລັງຈາກ​ເຊົາ​ເປັນ​ປະຈຳເດືອນ.) ແລ້ວ​ນາງ​ກໍ​ກັບ​ເມືອ​ເຮືອນ.


ບໍ່ມີ​ຜູ້ໃດ​ຫ່ອນ​ນຳ​ເອົາ​ສິ່ງ​ສະອາດ ອອກ​ມາ​ຈາກ​ສິ່ງ​ທີ່​ເປື້ອນເປິ​ໄດ້.


ມະນຸດ​ເປັນ​ຜູ້​ບໍຣິສຸດ ແລະ​ຜຸດຜ່ອງ​ແທ້ໆ​ບໍ? ຄົນ​ໃດ​ເປັນ​ຜູ້​ຊອບທຳ​ຕໍ່ສາຍຕາ​ພຣະເຈົ້າ​ໄດ້?


ມີ​ຄົນ​ໃດ​ແດ່ ເຮັດ​ຖືກຕ້ອງ​ໃນ​ສາຍຕາ​ຂອງ​ພຣະເຈົ້າ? ຄົນ​ທີ່​ເກີດ​ຈາກ​ຜູ້ຍິງ​ຈະ​ບໍຣິສຸດ​ໄດ້​ຢ່າງ​ໃດ?


ຂ້ານ້ອຍ​ຊົ່ວຊ້າ​ຕັ້ງແຕ່​ມື້​ທີ່​ໄດ້​ເກີດ​ມາ, ແຕ່​ຢູ່​ໃນ​ທ້ອງ​ແມ່​ກໍ​ມີ​ບາບ​ຢູ່​ແລ້ວ.


ພຣະເຈົ້າຢາເວ​ໄດ້​ມອບ​ລະບຽບການ​ດັ່ງ​ຕໍ່ໄປນີ້​ໃຫ້​ໂມເຊ


ຫລັງຈາກ​ເກີດ​ລູກ​ເປັນ​ຜູ້ຍິງ​ໄດ້​ສິບສີ່​ວັນ ຜູ້ຍິງ​ນັ້ນ​ເປັນ​ມົນທິນ​ຕາມ​ກົດບັນຍັດ​ເໝືອນກັນ​ກັບ​ໃນ​ໄລຍະ​ທີ່​ນາງ​ເປັນ​ປະຈຳເດືອນ. ແລ້ວ​ອີກ​ຫົກສິບຫົກ​ວັນ​ຕໍ່ມາ ນາງ​ຈຶ່ງ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ ອັນ​ເນື່ອງ​ມາ​ຈາກ​ການ​ເສຍ​ເລືອດ​ນັ້ນ.


ເມື່ອ​ຜູ້ຍິງ​ເປັນ​ປະຈຳເດືອນ ນາງ​ຍັງ​ເປັນ​ມົນທິນ​ຢູ່​ເຈັດ​ວັນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ແຕະຕ້ອງ​ນາງ ກໍ​ຈະ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ.


ຢ່າ​ສົມສູ່​ກັບ​ຍິງ​ທີ່​ເປັນ​ປະຈຳເດືອນ ເພາະວ່າ​ນາງ​ເປັນ​ມົນທິນ​ຕາມ​ກົດບັນຍັດ.


ຖ້າ​ຜູ້ໜຶ່ງ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ​ຈາກ​ມະນຸດ​ໂດຍ​ບໍ່ຕັ້ງໃຈ ບໍ່​ວ່າ​ໃນ​ກໍລະນີ​ໃດໆ​ກໍຕາມ; ລາວ​ກໍ​ມີ​ຄວາມຜິດ ເມື່ອ​ສຳນຶກ​ໄດ້​ໃນ​ສິ່ງ​ທີ່​ຕົນ​ໄດ້​ກະທຳ​ໄປ​ນັ້ນ.


ແລ້ວ​ເວລາ​ກຳນົດ​ກໍ​ມາ​ເຖິງ ສຳລັບ​ໂຢເຊັບ​ແລະ​ມາຣີ ທີ່​ຈະ​ເຮັດ​ພິທີ​ຊຳລະ​ຕົວ​ໃຫ້​ສະອາດ ຕາມ​ທີ່​ກົດບັນຍັດ​ຂອງ​ໂມເຊ​ໄດ້​ກ່າວ​ໄວ້. ພວກເພິ່ນ​ຈຶ່ງ​ໄດ້​ນຳ​ເອົາ​ພຣະ​ກຸມມານ ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka