1 ພຣະເຈົ້າຢາເວໄດ້ມອບລະບຽບການດັ່ງຕໍ່ໄປນີ້ໃຫ້ໂມເຊ
ເຈົ້າຕ້ອງສາມາດໄຈ້ແຍກຢ່າງລະມັດລະວັງ ລະຫວ່າງສັດຈຳພວກທີ່ເປັນມົນທິນ ແລະຈຳພວກທີ່ບໍ່ເປັນມົນທິນຕາມກົດບັນຍັດຄື: ລະຫວ່າງສັດທີ່ກິນໄດ້ແລະສັດທີ່ກິນບໍ່ໄດ້.
ສຳລັບປະຊາຊົນອິດສະຣາເອນ. ເຈັດມື້ຫລັງຈາກຜູ້ຍິງເກີດລູກເປັນຜູ້ຊາຍແລ້ວ ນາງເປັນມົນທິນຕາມກົດບັນຍັດ ເໝືອນກັນກັບໄລຍະທີ່ນາງເປັນປະຈຳເດືອນ.
ຖ້າຜູ້ໜຶ່ງແຕະຕ້ອງສິ່ງທີ່ເປັນມົນທິນຈາກມະນຸດໂດຍບໍ່ຕັ້ງໃຈ ບໍ່ວ່າໃນກໍລະນີໃດໆກໍຕາມ; ລາວກໍມີຄວາມຜິດ ເມື່ອສຳນຶກໄດ້ໃນສິ່ງທີ່ຕົນໄດ້ກະທຳໄປນັ້ນ.
ເຊັ່ນດຽວກັນ ຖ້າຜູ້ໃດກິນຊີ້ນທີ່ຖວາຍນີ້ ຫລັງຈາກຕົນໄດ້ແຕະຕ້ອງສິ່ງທີ່ເປັນມົນທິນຕາມກົດບັນຍັດແລ້ວ ບໍ່ວ່າຈາກຄົນຫລືຈາກສັດກໍຕາມ ຜູ້ນັ້ນຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະເຈົ້າຢາເວອີກຕໍ່ໄປ.
ແລ້ວເວລາກຳນົດກໍມາເຖິງ ສຳລັບໂຢເຊັບແລະມາຣີ ທີ່ຈະເຮັດພິທີຊຳລະຕົວໃຫ້ສະອາດ ຕາມທີ່ກົດບັນຍັດຂອງໂມເຊໄດ້ກ່າວໄວ້. ພວກເພິ່ນຈຶ່ງໄດ້ນຳເອົາພຣະກຸມມານ ໄປທີ່ນະຄອນເຢຣູຊາເລັມ ເພື່ອຖວາຍແກ່ອົງພຣະຜູ້ເປັນເຈົ້າ,