9 ເຈົ້າກິນປາທຸກໆຊະນິດທີ່ມີຄີແລະມີເກັດໄດ້
ແຕ່ສິ່ງທີ່ມີຊີວິດຢູ່ໃນນໍ້າທີ່ບໍ່ມີຄີແລະບໍ່ມີເກັດ ຢ່າໄດ້ກິນ.
ຢ່າກິນສັດເຫຼົ່ານີ້ ຫລືແມ່ນແຕ່ແຕະຕ້ອງຊາກສັດຕາຍ ເພາະສັດເຫຼົ່ານີ້ເປັນມົນທິນ.
ຂ້າພະເຈົ້າຮຽກຮ້ອງຢ່າງໜັກແໜ້ນເຖິງຄົນຢິວ ແລະຄົນຕ່າງຊາດເໝືອນກັນໃຫ້ຖິ້ມໃຈເກົ່າເອົາໃຈໃໝ່ ແລະກັບຄືນມາຫາພຣະເຈົ້າ ແລະເຊື່ອໃນອົງພຣະເຢຊູເຈົ້າຂອງພວກເຮົາ.
ດ້ວຍວ່າ, ໃນພຣະຄຣິດເຈົ້າເຢຊູ ການຮັບພິທີຕັດຫລືບໍ່ຮັບ ກໍບໍ່ມີຜົນຫຍັງ, ແຕ່ສິ່ງສຳຄັນແມ່ນຄວາມເຊື່ອທີ່ສະແດງອອກໂດຍທາງຄວາມຮັກ.
ແຕ່ບາງຄົນຈະກ່າວວ່າ, “ຝ່າຍເຈົ້າ ເຈົ້າມີຄວາມເຊື່ອ ແຕ່ຝ່າຍຂ້ອຍມີການປະຕິບັດ.” ຈົ່ງສະແດງໃຫ້ເຮົາເຫັນຄວາມເຊື່ອຂອງເຈົ້າ ຊຶ່ງບໍ່ມີການປະຕິບັດ ແລະຝ່າຍເຮົາຈະສະແດງໃຫ້ເຈົ້າເຫັນຄວາມເຊື່ອຂອງເຮົາ ດ້ວຍການປະຕິບັດຂອງເຮົານັ້ນ.