8 ຢ່າກິນສັດເຫຼົ່ານີ້ ຫລືແມ່ນແຕ່ແຕະຕ້ອງຊາກສັດຕາຍ ເພາະສັດເຫຼົ່ານີ້ເປັນມົນທິນ.
ທຸກຄົນທີ່ແບກຫາບເຄື່ອງໃຊ້ຂອງພຣະເຈົ້າຢາເວ ຈົ່ງອອກໄປໄວໆ ຈາກນະຄອນບາບີໂລນເຖີດ ຢ່າແຕະຕ້ອງສິ່ງຫວງຫ້າມໃດໆ ຈົ່ງຮັກສາຕົວໃຫ້ບໍຣິສຸດ ແລະອອກໜີໄປເຖີດ
ປະຊາຊົນອິດສະຣາເອນຈະບໍ່ໄດ້ຢູ່ໃນດິນແດນຂອງພຣະເຈົ້າຢາເວອີກຕໍ່ໄປ, ແຕ່ພວກເຂົາຈະຕ້ອງກັບຄືນໄປປະເທດເອຢິບ ແລະກິນອາຫານທີ່ຫວງຫ້າມໃນອັດຊີເຣຍ.
ຢ່າກິນໝູເພາະຖືວ່າເປັນສັດມີມົນທິນ; ມັນເປັນສັດທີ່ມີເລັບຕີນເປັນກີບ ແຕ່ມັນບໍ່ຄ້ຽວເອື້ອງ.
ເຈົ້າກິນປາທຸກໆຊະນິດທີ່ມີຄີແລະມີເກັດໄດ້
ຖ້າຜູ້ໜຶ່ງແຕະຕ້ອງສິ່ງທີ່ເປັນມົນທິນຕາມກົດບັນຍັດໂດຍບໍ່ຕັ້ງໃຈ ເຊັ່ນຊາກສັດຕາຍ; ລາວກໍເປັນມົນທິນແລະມີຄວາມຜິດ.
ບໍ່ແມ່ນສິ່ງທີ່ມະນຸດກິນເຂົ້າໄປໃນປາກເຮັດໃຫ້ມະນຸດຊົ່ວມົວໝອງ, ແຕ່ແມ່ນສິ່ງທີ່ອອກມາຈາກປາກນັ້ນແຫຼະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ.”
ສິ່ງເຫຼົ່ານີ້ແຫຼະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ, ແຕ່ການຮັບປະທານອາຫານໂດຍບໍ່ໄດ້ລ້າງມືກ່ອນນັ້ນ ບໍ່ໄດ້ເຮັດໃຫ້ມະນຸດຊົ່ວມົວໝອງ.”
ບໍ່ມີສິ່ງໃດທີ່ຢູ່ພາຍນອກ ທີ່ມະນຸດກິນເຂົ້າໄປພາຍໃນແລ້ວ ເຮັດໃຫ້ມະນຸດຊົ່ວມົວໝອງ, ແຕ່ແມ່ນສິ່ງທີ່ອອກມາຈາກໃຈມະນຸດນັ້ນແຫຼະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ. [
ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ພວກເຈົ້າກໍຍັງບໍ່ເຂົ້າໃຈເໝືອນກັນກັບພວກເຂົາບໍ? ພວກເຈົ້າບໍ່ເຂົ້າໃຈບໍວ່າ ທຸກສິ່ງທີ່ມະນຸດກິນເຂົ້າໄປ ບໍ່ອາດເຮັດໃຫ້ມະນຸດຊົ່ວມົວໝອງໄດ້,
ພວກເຂົາໄດ້ສັງເກດເຫັນວ່າ ພວກສາວົກຂອງພຣະອົງກິນເຂົ້າໂດຍບໍ່ໄດ້ລ້າງມືຕາມພິທີກ່ອນ. (
ເປໂຕໄດ້ກ່າວກັບຄົນເຫຼົ່ານັ້ນວ່າ, “ທ່ານທັງຫລາຍຮູ້ດີວ່າ ການທີ່ຄົນຢິວຈະມາຢ້ຽມຢາມ ຫລືເຂົ້າຮ່ວມຄົບຫາສະມາຄົມກັບຄົນຕ່າງຊາດ ກໍເປັນການຕ້ອງຫ້າມ, ແຕ່ພຣະເຈົ້າໄດ້ໂຜດສຳແດງໃຫ້ຂ້າພະເຈົ້າເຫັນວ່າ ບໍ່ຕ້ອງຖືຄົນໃດຄົນໜຶ່ງວ່າເປັນຄົນຕ້ອງຫ້າມ ຫລືເປັນມົນທິນ.
ຄືໃຫ້ງົດເວັ້ນເສຍຈາກກິນອາຫານທີ່ຖວາຍບູຊາແກ່ຮູບເຄົາຣົບແລ້ວ, ໃຫ້ງົດຈາກການກິນເລືອດ, ໃຫ້ງົດຈາກການກິນສັດທີ່ຕາຍເພາະຖືກຮັດຄໍ ແລະໃຫ້ຫລີກເວັ້ນຈາກການຫລິ້ນຊູ້, ຖ້າພວກທ່ານງົດຈາກສິ່ງເຫຼົ່ານີ້ໄດ້ ພວກທ່ານກໍຢູ່ເຢັນເປັນສຸກ ຈົ່ງຈະເລີນເທີ້ນ.”
ການທີ່ຈະບໍ່ກິນຊີ້ນ ຫລືດື່ມເຫຼົ້າ ຫລືເຮັດສິ່ງໃດໆ ຊຶ່ງເປັນເຫດໃຫ້ພີ່ນ້ອງຊູນສະດຸດໃຈ ກໍເປັນການຖືກຕ້ອງຢູ່ແລ້ວ.
ອາຫານບໍ່ແມ່ນສິ່ງທີ່ຊ່ວຍເຮົາ ໃຫ້ມີຄວາມສຳພັນກັບພຣະເຈົ້າດີຂຶ້ນ ຖ້າເຮົາບໍ່ກິນ ເຮົາກໍບໍ່ໄດ້ຊົ່ວລົງ ຖ້າເຮົາກິນ ເຮົາກໍບໍ່ໄດ້ດີຂຶ້ນ.
ດ້ວຍເຫດນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ຈົ່ງແຍກຕົວອອກຈາກທ່າມກາງພວກເຂົາ ແລະຈົ່ງຕັ້ງຢູ່ຕ່າງຫາກ ຢ່າແຕະຕ້ອງສິ່ງທີ່ເປັນມົນທິນ ແລະເຮົາຈຶ່ງຈະຮັບເອົາພວກເຈົ້າໄວ້.
ຢ່າເຂົ້າໄປມີສ່ວນໃດໆກັບການກະທຳຝ່າຍຄວາມມືດ ອັນບໍ່ມີປະໂຫຍດຫຍັງ ແຕ່ຈົ່ງເປີດເຜີຍສິ່ງເຫຼົ່ານັ້ນ ອອກມາສູ່ຄວາມສະຫວ່າງກໍດີກວ່າ.
ດັ່ງນັ້ນ ພວກເຈົ້າຢ່າຄົບຫາສະມາຄົມກັບຄົນເຫຼົ່ານີ້ຈັກເທື່ອ.
ເຫດສະນັ້ນ ຢ່າໃຫ້ຜູ້ໃດກ່າວໂທດພວກເຈົ້າໃນເລື່ອງການກິນການດື່ມ ຫລືໃນເລື່ອງວັນສຳຄັນທາງສາສະໜາ ຫລືໃນເລື່ອງງານສະຫລອງວັນເດືອນອອກໃໝ່ ຫລືໃນເລື່ອງວັນຊະບາໂຕ.
ເພາະເປັນເລື່ອງຂອງກິນ ຂອງດື່ມ ແລະພິທີຊຳລະລ້າງຕ່າງໆເທົ່ານັ້ນ ເປັນພິທີສຳລັບການປະຕິບັດທາງກາຍ ທີ່ໄດ້ຊົງບັນຍັດໄວ້ ຈົນກວ່າຈະໄດ້ຊົງປ່ຽນແປງໃໝ່.