44 ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະພວກເຈົ້າຕ້ອງບໍຣິສຸດ ເພາະເຮົາບໍຣິສຸດ. ຢ່າເຮັດໃຫ້ພວກເຈົ້າເປັນມົນທິນຍ້ອນສັດທີ່ເລືອຄານເທິງໜ້າດິນ.
ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຈົ່ງນະມັດສະການອົງບໍຣິສຸດຕໍ່ໜ້າພຣະບັນລັງເຖີດ.
ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຈົ່ງນະມັດສະການທີ່ເນີນພູສັກສິດຂອງພຣະອົງ. ດ້ວຍວ່າ, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ເປັນອົງບໍຣິສຸດ.
“ເຮົາໄດ້ຍິນຊາວອິດສະຣາເອນຈົ່ມຮ້າຍຕໍ່ເຮົາແລ້ວ. ຈົ່ງບອກພວກເຂົາວ່າ, ‘ໃນມື້ແລງນີ້ພວກເຂົາຈະມີຊີ້ນກິນ ແລະໃນຕອນເຊົ້າພວກເຂົາຈະມີເຂົ້າຈີ່ກິນຕາມຄວາມຕ້ອງການ. ແລ້ວພວກເຂົາກໍຈະຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.”’
ແລ້ວພຣະເຈົ້າຢາເວກໍໄດ້ບອກໂມເຊວ່າ, “ຈົ່ງໄປບອກປະຊາຊົນຊຳລະຕົວ ໃຫ້ສະອາດໃນມື້ນີ້ແລະມື້ອື່ນ ເພື່ອເຂົ້າມານະມັດສະການເຮົາ. ພວກເຂົາຈະຕ້ອງພາກັນຊັກເສື້ອຜ້າກ່ອນ
ແລະເປັນອານາຈັກແຫ່ງປະໂຣຫິດທັງເປັນຊົນຊາດບໍຣິສຸດສຳລັບເຮົາ.”
“ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ຜູ້ທີ່ໄດ້ນຳພາເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ເຈົ້າຕົກເປັນທາດຮັບໃຊ້.
ຈົ່ງຖວາຍລູກສັດໂຕເຖິກຫົວປີຂອງງົວ ແລະແກະຂອງພວກເຈົ້າແກ່ເຮົາ. ຈົ່ງໃຫ້ລູກສັດໂຕເຖິກຫົວປີຢູ່ກັບແມ່ຂອງມັນເຈັດວັນ ແລະໃນວັນທີແປດໃຫ້ນຳມາຖວາຍແກ່ເຮົາ.
ພວກເຈົ້າເປັນປະຊາຊົນບໍຣິສຸດຂອງເຮົາ. ສະນັ້ນ ພວກເຈົ້າຈຶ່ງບໍ່ຕ້ອງກິນຊີ້ນສັດໃດໆທີ່ຖືກສັດປ່າກັດຕາຍ ຈົ່ງຖິ້ມໃຫ້ໝາກິນເສຍ.
ຖ້າພວກເຈົ້ານະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ; ເຮົາກໍຈະອວຍພອນພວກເຈົ້າ ບໍຣິບູນໄປດ້ວຍອາຫານການກິນແລະນໍ້າດື່ມ ທັງຈະບັນດານໃຫ້ພວກເຈົ້າພົ້ນຈາກຄວາມເຈັບໄຂ້ໄດ້ປ່ວຍທຸກຊະນິດ.
ເຮົາຈະຮັບເອົາພວກເຈົ້າເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເມື່ອເຮົາປົດປ່ອຍພວກເຈົ້າອອກຈາກການເປັນທາດຮັບໃຊ້ໃນປະເທດເອຢິບ.
ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເດີ ອົງບໍຣິສຸດຂອງອິດສະຣາເອນທີ່ຊ່ວຍພວກເຈົ້າໃຫ້ພົ້ນ. ເຮົາຈະໃຫ້ປະເທດເອຢິບຍອມປົດປ່ອຍພວກເຈົ້າເປັນເສລີ ຈະໃຫ້ເອທີໂອເປຍ ແລະເສບາຍອມດ້ວຍ.
ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ, ເຮົາປຸກປັ່ນທະເລໃຫ້ມັນຄຶກຄະນອງຂຶ້ນ ແລະເຮັດໃຫ້ສຽງຄື້ນດັງກ້ອງສະໜັ່ນຫວັ່ນໄຫວ ນາມເຮົາຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່
ແລ້ວໂມເຊໄດ້ກ່າວແກ່ອາໂຣນວ່າ, “ພຣະເຈົ້າຢາເວໄດ້ປະກາດໄວ້ດັ່ງນີ້: ‘ທຸກຄົນທີ່ຮັບໃຊ້ເຮົາຕ້ອງຢຳເກງຄວາມບໍຣິສຸດຂອງເຮົາ; ເຮົາຈະໃຫ້ປະຊາຊົນຂອງເຮົາເຫັນສະຫງ່າຣາສີຂອງເຮົາ.”’ ສ່ວນອາໂຣນກໍໄດ້ແຕ່ຕົກສະເງີ້ຈົນປາກບໍ່ອອກ.
ຢ່າເຮັດໃຫ້ພວກເຈົ້າເປັນມົນທິນໂດຍກິນສັດເຫຼົ່ານີ້.
“ໃຫ້ບອກປະຊາຊົນອິດສະຣາເອນວ່າ, ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ຢ່າຄືນໄປໃນສວນເກັບເລັມເອົາພົ້ວອະງຸ່ນທີ່ລືມເກັບ ຫລືໝາກອະງຸ່ນທີ່ຕົກເທິງໜ້າດິນ; ຈົ່ງປະໃຫ້ຄົນຍາກຈົນ ແລະຄົນຕ່າງດ້າວ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ໃຫ້ບອກຊຸມຊົນອິດສະຣາເອນວ່າ, “ຈົ່ງບໍຣິສຸດ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນບໍຣິສຸດ.
ເຈົ້າແຕ່ລະຄົນຕ້ອງນັບຖືພໍ່ແມ່ຂອງຕົນ ແລະຢຶດຖືວັນຊະບາໂຕຕາມທີ່ເຮົາໄດ້ສັ່ງໄວ້. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ຢ່າປະຖິ້ມເຮົາແລະຂາບໄຫວ້ຮູບເຄົາຣົບ; ຢ່າເອົາໂລຫະມາເຮັດຮູບພະ ແລະຂາບໄຫວ້ຮູບນັ້ນ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ພວກເຈົ້າຈະຕ້ອງບໍຣິສຸດ ແລະເປັນປະຊາຊົນຂອງເຮົາເທົ່ານັ້ນ ເພາະວ່າເຮົາແມ່ນພຣະເຈົ້າຢາເວອົງບໍຣິສຸດ. ເຮົາໄດ້ແຍກພວກເຈົ້າອອກຕ່າງຫາກຈາກຊົນຊາດອື່ນໆ ເພື່ອພວກເຈົ້າເທົ່ານັ້ນຈະໄດ້ເປັນປະຊາຊົນຂອງເຮົາ.”
ຈົ່ງຮັກສາພວກເຈົ້າເອງໃຫ້ບໍຣິສຸດ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ປະຊາຊົນຕ້ອງຖືປະໂຣຫິດວ່າບໍຣິສຸດ ເພາະພວກເຂົາເປັນຜູ້ຖວາຍອາຫານແກ່ພຣະເຈົ້າຂອງພວກເຈົ້າ. ພວກເຂົາຕ້ອງບໍຣິສຸດຕໍ່ພວກເຈົ້າ ເພາະວ່າເຮົາແມ່ນພຣະເຈົ້າຢາເວອົງບໍຣິສຸດ ແລະເຮົາສ້າງປະຊາຊົນຂອງເຮົາໃຫ້ບໍຣິສຸດ.
ຊາຍສອງຄົນເລີ່ມອອກເດີນທາງໄປດ້ວຍກັນ ໂດຍບໍ່ຕົກລົງກັນກ່ອນຈະເປັນໄປໄດ້ບໍ?
ຍອຍນັ້ນຈະເຕືອນພວກເຈົ້າໃຫ້ຮັກສາຂໍ້ຄຳສັ່ງທັງໝົດຂອງເຮົາ ແລະພວກເຈົ້າກໍຈະເປັນຄົນບໍຣິສຸດແກ່ພຣະເຈົ້າຂອງພວກເຈົ້າ.
ດ້ວຍເຫດນັ້ນ ເຈົ້າທັງຫລາຍຕ້ອງເປັນຄົນດີທີ່ສຸດ ເໝືອນຢ່າງພຣະບິດາຂອງເຈົ້າຜູ້ສະຖິດຢູ່ໃນສະຫວັນເປັນຜູ້ດີທີ່ສຸດ.”
ພວກເຈົ້າເປັນພວກບໍຣິສຸດຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ພຣະເຈົ້າຢາເວໄດ້ເລືອກພວກເຈົ້າໃຫ້ເປັນໄພ່ພົນຂອງພຣະອົງຈາກປະຊາຊາດທົ່ວເທິງແຜ່ນດິນໂລກນີ້.”
ເພາະວ່າ ພຣະເຈົ້າບໍ່ໄດ້ເອີ້ນເອົາພວກເຮົາໃຫ້ໃຊ້ຊີວິດໃນທາງຜິດສິນທຳ ແຕ່ໃຫ້ໃຊ້ຊີວິດໃນທາງບໍຣິສຸດ.
ໂຢຊວຍໄດ້ກ່າວແກ່ປະຊາຊົນວ່າ, “ແຕ່ພວກເຈົ້າບໍ່ອາດຈະບົວລະບັດຮັບໃຊ້ພຣະເຈົ້າຢາເວໄດ້ດອກ. ພຣະອົງເປັນພຣະເຈົ້າອົງບໍຣິສຸດ, ພຣະອົງເປັນພຣະເຈົ້າຜູ້ຫວງແຫນ ແລະພຣະອົງຈະບໍ່ອະໄພການລະເມີດ ຫຼືການບາບຂອງພວກເຈົ້າ.
ແຕ່ຝ່າຍເຈົ້າທັງຫລາຍ ເປັນຊາດທີ່ພຣະເຈົ້າຊົງເລືອກໄວ້ແລ້ວ ເປັນປະໂຣຫິດຫລວງ ເປັນປະຊາຊາດບໍຣິສຸດ ເປັນພົນລະເມືອງຂອງພຣະເຈົ້າ ເພື່ອເຈົ້າທັງຫລາຍຈະໄດ້ປະກາດພຣະບາລະມີຂອງພຣະອົງ ຜູ້ໄດ້ຊົງເອີ້ນພວກເຈົ້າໃຫ້ອອກມາຈາກຄວາມມືດ ເຂົ້າໄປສູ່ຄວາມສະຫວ່າງອັນມະຫັດສະຈັນຂອງພຣະອົງ.
ຜູ້ໃດທີ່ເຮັດຊົ່ວ ກໍໃຫ້ເຮັດຊົ່ວຕໍ່ໄປ, ຜູ້ໃດທີ່ເປັນຄົນຊົ່ວຊ້າ ກໍໃຫ້ເປັນຄົນຊົ່ວຊ້າຕໍ່ໄປ, ຜູ້ໃດທີ່ເປັນຄົນຊອບທຳ ກໍໃຫ້ເຮັດການຊອບທຳຕໍ່ໄປ ແລະຜູ້ໃດທີ່ເປັນຄົນບໍຣິສຸດ ກໍໃຫ້ເປັນຄົນບໍຣິສຸດຕໍ່ໄປ.”
ບໍ່ມີຜູ້ໃດບໍຣິສຸດດັ່ງພຣະເຈົ້າຢາເວ ບໍ່ມີພະຄຸ້ມຄອງອົງໃດເປັນດັ່ງພຣະເຈົ້າ.
ດັ່ງນັ້ນ ຊາວເມືອງເບັດເຊເມດຈຶ່ງເວົ້າວ່າ, “ແມ່ນຜູ້ໃດທີ່ຈະຢືນຢູ່ຊ້ອງໜ້າຂອງພຣະເຈົ້າຢາເວ ພຣະເຈົ້າອົງບໍຣິສຸດນີ້ໄດ້? ພວກເຮົາຈະສົ່ງພຣະອົງໄປໃຫ້ຜູ້ໃດໄດ້ ເພື່ອໃຫ້ພົ້ນຈາກພວກເຮົາເສຍ?”