3 ເຈົ້າກິນສັດທີ່ເທິງແຜ່ນດິນທີ່ມີໂບກຕີນເປັນກີບ ແລະສັດທີ່ຄ້ຽວເອື້ອງທຸກໆຊະນິດໄດ້
ເຈົ້າຈະກາຍເປັນຄົນມີປັນຍາ ແລະຄວາມຮູ້ຂອງເຈົ້າກໍຈະໃຫ້ເຈົ້າມີຄວາມສຸກສະບາຍໃຈ.
ຈົ່ງໜີຈາກໝູ່ທີ່ໂງ່ຈ້ານັ້ນສາ ແລ້ວເຈົ້າກໍຈະມີຊີວິດຢູ່ ຈົ່ງເດີນຕາມທາງແຫ່ງຄວາມຮອບຮູ້.”
ສຳລັບປະຊາຊົນອິດສະຣາເອນ. ພວກເຈົ້າສາມາດກິນສັດທຸກຢ່າງທີ່ເທິງແຜ່ນດິນໂລກໄດ້.
ແຕ່ເຈົ້າຢ່າກິນໂຕອູດ, ເໝັ້ນ ຫລືກະຕ່າຍ. ສັດເຫຼົ່ານີ້ຖືວ່າເປັນມົນທິນ; ເປັນສັດຈຳພວກທີ່ຄ້ຽວເອື້ອງ, ແຕ່ມີໂບກຕີນບໍ່ເປັນກີບ.
ຢ່າກິນໝູເພາະຖືວ່າເປັນສັດມີມົນທິນ; ມັນເປັນສັດທີ່ມີເລັບຕີນເປັນກີບ ແຕ່ມັນບໍ່ຄ້ຽວເອື້ອງ.
ຄົນຢິວໃນເມືອງນີ້ມີຈິດໃຈສູງສົ່ງ ຫລາຍກວ່າຄົນຢິວໃນເມືອງເທສະໂລນິກ, ພວກເຂົາມີໃຈເຫຼື້ອມໃສຫລາຍ ແລະຢາກຈະຟັງຖ້ອຍຄຳທີ່ໂປໂລກ່າວ ແລະພວກເຂົາສຶກສາພຣະຄຳພີທຸກໆວັນ ເພື່ອຢາກຮູ້ວ່າຖ້ອຍຄຳທີ່ໂປໂລກ່າວນັ້ນເປັນຄວາມຈິງແທ້ຫລືບໍ່.
ດ້ວຍເຫດນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ຈົ່ງແຍກຕົວອອກຈາກທ່າມກາງພວກເຂົາ ແລະຈົ່ງຕັ້ງຢູ່ຕ່າງຫາກ ຢ່າແຕະຕ້ອງສິ່ງທີ່ເປັນມົນທິນ ແລະເຮົາຈຶ່ງຈະຮັບເອົາພວກເຈົ້າໄວ້.
ຄືສັດທັງຫລາຍທີ່ມີໂບກຕີນເປັນກີບແລະຄ້ຽວເອື້ອງໄດ້ທຸກຊະນິດ.
ຢ່າກິນໝູເພາະໝູເປັນທີ່ຖືວ່າເປັນມົນທິນ. ມັນບໍ່ຄ້ຽວເອື້ອງ ແຕ່ມີໂບກຕີນເປັນກີບ. ຢ່າກິນສັດເຫຼົ່ານີ້ ແລະຢ່າແຕະຕ້ອງແມ່ນແຕ່ຊາກສົບຂອງມັນ.
ຈົ່ງຝຶກຝົນສິ່ງເຫຼົ່ານັ້ນ ແລະອຸທິດເຈົ້າເອງຢ່າງໝົດສິ້ນໃສ່ການນີ້ ເພື່ອວ່າທຸກຄົນຈະໄດ້ເຫັນເຈົ້າຈະເລີນຂຶ້ນ.