Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 11:13 - ພຣະຄຳພີສັກສິ

13-19 ເຈົ້າ​ຢ່າ​ກິນ​ນົກ​ຊະນິດ​ໃດໆ​ດັ່ງ​ຕໍ່ໄປນີ້: ນົກອິນຊີ, ນົກເຄົ້າ, ແຫລວ, ແຫລວຫາງຍາວ, ແຫລວດຳ​ຕາມ​ຊະນິດ​ຂອງ​ມັນ, ແຮ້ງ, ກາ, ນົກ​ກະຈອກເທດ, ນົກ​ນາງນວນ, ນົກ​ກະສາ, ນົກຍາງ, ນົກ​ກະທຸງ, ນົກເປັດ, ນົກ​ຫອນຍາວ ຫລື​ເຈຍ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 11:13
18 Jak'a apnaqawi uñst'ayäwi  

ບໍ່ມີ​ແຫລວ​ໂຕ​ໃດ​ດອກ​ເຫັນທາງ​ໄປ​ສູ່​ບໍ່ແຮ່ ບໍ່ມີ​ແຮ້ງ​ໂຕ​ໃດ​ດອກ​ບິນ​ຜ່ານ​ເທິງ​ມັນ​ໄດ້​ເລີຍ.


ຜູ້ໃດ​ລ້ຽງ​ນົກ​ກະເວົາ ເມື່ອ​ມັນ​ຫິວ​ບິນ​ໄປມາ ເມື່ອ​ລູກນ້ອຍ​ຮ້ອງຂໍ​ອາຫານ​ນຳ​ພຣະເຈົ້າ​ນັ້ນ?


ຈົ່ງ​ເບິ່ງ​ພຸ້ນ​ດຸ ສັດຕູ​ກຳລັງ​ມາ​ດັ່ງ​ກ້ອນເມກ. ລົດຮົບ​ຂອງ​ພວກເຂົາ​ແລ່ນ​ມາ​ດັ່ງ​ລົມ​ບ້າໝູ ແລະ​ມ້າ​ຂອງ​ພວກເຂົາ​ກໍ​ແລ່ນ​ໄວ​ດັ່ງ​ນົກອິນຊີ. ພວກເຮົາ​ໄດ້​ເສຍໄຊ ຄາວ​ເຄາະກຳ​ມາເຖິງ​ສາ​ແລ້ວ.


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ນີ້​ຊ່າງໂງ່ຈ້າ​ຫລາຍ ພວກເຂົາ​ຕ່າງ​ກໍ​ພາກັນ​ບໍ່​ຮູ້ຈັກ​ເຮົາ​ເລີຍ. ພວກເຂົາ​ເປັນ​ດັ່ງ​ເດັກນ້ອຍ​ທີ່​ໂງ່ຈ້າ​ເຕັມທີ ພວກເຂົາ​ບໍ່ມີ​ຄວາມ​ເຂົ້າໃຈ​ສິ່ງໃດໆ. ພວກເຂົາ​ເປັນ​ຜູ້​ຊຳນິ​ຊຳນານ​ເລື່ອງ​ການ​ເຮັດ​ຊົ່ວ ແຕ່​ເລື່ອງ​ການ​ເຮັດ​ດີ ພວກເຂົາ​ພັດ​ບໍ່​ຮູ້ຈັກ​ຊໍ້າ.”


ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ​ຈະ​ມີ​ຊົນຊາດ​ໜຶ່ງ​ບິນ​ລົງ​ມາ ເທິງ​ໂມອາບ​ດັ່ງ​ນົກອິນຊີ​ພື​ປີກ​ອອກ​ກວມ


ພວກເຂົາ​ໄດ້​ໄລ່​ຕິດຕາມ​ພວກເຮົາ​ວ່ອງໄວ​ດັ່ງ​ນົກອິນຊີ​ໃນ​ທ້ອງຟ້າ, ພວກມັນ​ບິນ​ລົງ​ມາ​ສະກົດຮອຍ​ຕາມ​ພວກເຮົາ​ຢູ່. ພວກມັນ​ໄລ່​ຕິດ​ຕາມ​ເທິງ​ພູ​ທັງຫຼາຍ​ເພື່ອ​ຄອຍ​ຈັບ​ເອົາ​ພວກເຮົາ ຢ່າງ​ບໍ່​ຮູ້ຕົວ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ.


“ຈົ່ງ​ເປົ່າແກ​ສັນຍານ​ເຕືອນໄພ ພວກ​ສັດຕູ​ເໝືອນ​ນົກອິນຊີ​ກຳລັງ​ຢູ່​ເໜືອ​ວິຫານ​ຂອງ​ພຣະເຈົ້າຢາເວ; ປະຊາຊົນ​ຂອງເຮົາ​ໄດ້​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ໃຫ້​ໄວ້​ກັບ​ພວກເຂົາ ແລະ​ທັງ​ໄດ້​ກະບົດ​ຕໍ່ສູ້​ກົດບັນຍັດ​ຂອງເຮົາ.


ສັດ​ເຊັ່ນນັ້ນ​ຖື​ວ່າ​ເປັນ​ມົນທິນ. ຢ່າ​ກິນ​ສັດ​ເຫຼົ່ານັ້ນ ຫລື​ແມ່ນແຕ່​ແຕະຕ້ອງ​ຊາກສັດ​ຕາຍ.


ເຈົ້າ​ຢ່າ​ກິນ​ສັດນໍ້າ​ຊະນິດ​ໃດໆ​ທີ່​ບໍ່ມີ​ຄີ​ແລະ​ເກັດ ໃຫ້​ຖື​ວ່າ​ມັນ​ເປັນ​ສັດ​ທີ່​ໜ້າ​ກຽດຊັງ​ສຳລັບ​ພວກເຈົ້າ.


ມ້າ​ຂອງ​ພວກເຂົາ​ຊຶ່ງ​ກຳລັງ​ອຶດຫິວ​ເຫຍື່ອ​ກໍ​ແລ່ນ​ໄວກວ່າ​ເສືອດາວ ທັງ​ຮ້າຍກາດ​ກວ່າ​ໝາໄນ. ທະຫານ​ຂອງ​ພວກເຂົາ​ຂີ່​ມ້າ​ຫອບ​ມາ​ແຕ່​ດິນແດນ​ໄກ; ກີບ​ຕີນ​ມ້າ​ຂອງ​ພວກເຂົາ​ກະທືບ​ພື້ນດິນ. ພວກມັນ​ເຈີດ​ລົງ​ກິນ​ເຫຍື່ອ​ເໝືອນ​ດັ່ງ​ນົກອິນຊີ.


ຂ້າພະເຈົ້າ​ຈຶ່ງ​ເງີຍໜ້າ​ຂຶ້ນ ແລະ​ເຫັນ​ຍິງ​ສອງ​ຄົນ​ບິນ​ມາ​ທາງ​ຂ້າພະເຈົ້າ ດ້ວຍ​ປີກ​ອັນ​ມີ​ກຳລັງ​ຫລາຍ​ເໝືອນ​ດັ່ງ​ນົກ​ຍາງ. ຍິງ​ທັງສອງ​ໄດ້​ຍົກ​ກະຕ່າ​ນັ້ນ​ຂຶ້ນ​ແລະ​ບິນ​ໜີໄປ.


ຊາກສົບ​ຢູ່​ບ່ອນ​ໃດ ຝູງ​ແຮ້ງ​ກໍ​ໂຮມ​ກັນ​ຢູ່​ບ່ອນ​ນັ້ນ.”


ເພາະວ່າ​ເມື່ອ​ກ່ອນ​ນັ້ນ ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່, ບໍ່​ຍອມ​ເຊື່ອຟັງ, ຖືກ​ເຂົາ​ຫລອກລວງ​ໃຫ້​ຫລົງ, ເປັນ​ຂ້ອຍຂ້າ​ຂອງ​ກິເລດ​ຕັນຫາ ແລະ​ການ​ສະໜຸກ​ສະໜານ​ຫລາຍ​ປະການ, ເຄີຍ​ໃຊ້​ເວລາ​ໃນ​ການ​ຄິດຮ້າຍ ແລະ​ໃນ​ຄວາມ​ເຫິງສາ, ເປັນ​ຄົນ​ໜ້າຊັງ ແລະ​ກຽດຊັງ​ກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka