4 ໂມເຊໄດ້ເອີ້ນມີຊາເອນແລະເອນຊາຟັນ ລູກຊາຍຂອງອຸດຊີເອນຜູ້ເປັນລຸງຂອງອາໂຣນມາ ແລະບອກພວກເຂົາວ່າ, “ຈົ່ງຫາມສົບພີ່ນ້ອງຂອງພວກເຈົ້າ ອອກຈາກຫໍເຕັນສັກສິດໄປໄວ້ນອກຄ້າຍພັກເສຍ.”
ໂກຮາດມີລູກຊາຍສີ່ຄົນ ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະອຸດຊີເອນ.
ເມື່ອໃດທີ່ປະຊາຊົນອິດສະຣາເອນຕັ້ງຄ້າຍພັກອາໄສຢູ່ ໂມເຊກໍກາງຫໍເຕັນບ່ອນຊຸມນຸມຂຶ້ນຫ່າງຈາກຄ້າຍພັກເມື່ອນັ້ນ. ຫໍເຕັນນີ້ເອີ້ນວ່າຫໍເຕັນບ່ອນຊຸມນຸມ ແລະຖ້າຜູ້ໃດຕ້ອງການເຂົ້າພົບພຣະເຈົ້າຢາເວ ກໍໃຫ້ຜູ້ນັ້ນອອກໄປທີ່ຫໍເຕັນນັ້ນ ຊຶ່ງຕັ້ງຢູ່ນອກບໍລິເວນຄ້າຍ.
ໂກຮາດມີລູກຊາຍສີ່ຄົນ ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະອຸດຊີເອນ. ໂກຮາດມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບສາມປີ.
ອຸດຊີເອນມີລູກຊາຍສາມຄົນເຊັ່ນກັນ ດັ່ງນີ້: ມີຊາເອນ, ເອນຊາຟັນ ແລະສິດທະຣີ.
ຊຶ່ງມີເອລີຊາຟັນລູກຊາຍຂອງອຸດຊີເອນ ເປັນຫົວໜ້າຕະກຸນ.
ພໍພຣະອົງມາໃກ້ປະຕູເມືອງ ກໍມີຄົນຫາມຊາກສົບຂອງຊາຍໜຸ່ມຄົນໜຶ່ງອອກມາ ຄົນທີ່ຕາຍນີ້ ເປັນລູກຊາຍຄົນດຽວຂອງຍິງຄົນໜຶ່ງທີ່ເປັນໝ້າຍ ມີຊາວເມືອງຫລາຍຄົນອອກມານຳນາງ.
ພວກຊາຍໜຸ່ມໄດ້ເຂົ້າມາຫໍ່ຊາກສົບຂອງລາວໄວ້ ແລ້ວຫາມອອກໄປຂ້າງນອກເພື່ອນຳເອົາໄປຝັງ.
ຜູ້ທີ່ຢຳເກງພຣະເຈົ້າບາງຄົນ ໄດ້ນຳເອົາຊາກສົບຂອງຊະເຕຟາໂນໄປຝັງໄວ້ ແລະມີການຮ້ອງໄຫ້ໄວ້ທຸກຢ່າງໃຫຍ່ໃຫ້ລາວ.