ລະບຽບ^ພວກເລວີ 10:3 - ພຣະຄຳພີສັກສິ3 ແລ້ວໂມເຊໄດ້ກ່າວແກ່ອາໂຣນວ່າ, “ພຣະເຈົ້າຢາເວໄດ້ປະກາດໄວ້ດັ່ງນີ້: ‘ທຸກຄົນທີ່ຮັບໃຊ້ເຮົາຕ້ອງຢຳເກງຄວາມບໍຣິສຸດຂອງເຮົາ; ເຮົາຈະໃຫ້ປະຊາຊົນຂອງເຮົາເຫັນສະຫງ່າຣາສີຂອງເຮົາ.”’ ສ່ວນອາໂຣນກໍໄດ້ແຕ່ຕົກສະເງີ້ຈົນປາກບໍ່ອອກ. Uka jalj uñjjattʼäta |
ຈົ່ງບອກປະຊາຊົນໃນທີ່ນັ້ນ ເຖິງສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ກ່າວກ່ຽວກັບພວກເຂົາວ່າ, ‘ເມືອງຊີໂດນເອີຍ ເຮົາເປັນສັດຕູຂອງເຈົ້າ; ປະຊາຊົນຈະສັນລະເສີນເຮົາ ຍ້ອນສິ່ງທີ່ເຮົາໄດ້ເຮັດຕໍ່ເຈົ້າ. ພວກເຂົາຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວເມື່ອເຮົາສະແດງໃຫ້ເຫັນວ່າ ເຮົາບໍຣິສຸດສໍ່າໃດໂດຍລົງໂທດຊາວເມືອງຂອງເຈົ້າ.
ຊາຍຄົນນັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ອາຄານທັງສອງຫລັງນີ້ສັກສິດ. ບັນດາປະໂຣຫິດທີ່ເຂົ້າໄປຢູ່ຊ້ອງໜ້າພຣະເຈົ້າຢາເວ ກິນເຄື່ອງຖວາຍອັນສັກສິດບໍຣິສຸດຢູ່ໃນຕຶກເຫຼົ່ານັ້ນ. ເພາະຫ້ອງຕ່າງໆນັ້ນສັກສິດ ບັນດາປະໂຣຫິດຈະວາງເຄື່ອງຖວາຍອັນສັກສິດທີ່ສຸດໄວ້ໃນທີ່ນັ້ນ ເຊັ່ນ: ເຄື່ອງຖວາຍພືດຜົນເປັນເມັດກັບເຄື່ອງຖວາຍສຳລັບລຶບລ້າງບາບ ຫລືເຄື່ອງຖວາຍເພື່ອຊົດໃຊ້ແທນຄືນ.
ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງປະກາດວ່າ, ‘ເຮົາໄດ້ສັນຍາໄວ້ແລ້ວວ່າ ຄົນໃນຄອບຄົວຂອງເຈົ້າແລະໃນຕະກຸນຂອງເຈົ້າຈະໄດ້ເປັນປະໂຣຫິດ ບົວລະບັດຮັບໃຊ້ເຮົາຕະຫລອດໄປ,’ ແຕ່ມາບັດນີ້ ພຣະເຈົ້າຢາເວຈຶ່ງປະກາດວ່າ ‘ຂໍໃຫ້ຄວາມນີ້ຫ່າງໄກຈາກເຮົາເຖີດ ເຮົາຈະໃຫ້ກຽດຜູ້ທີ່ໃຫ້ກຽດເຮົາ ແລະເຮົາຈະໝິ່ນປະໝາດຜູ້ທີ່ໝິ່ນປະໝາດເຮົາ.