2 ດັ່ງນັ້ນ ພຣະເຈົ້າຢາເວໄດ້ສົ່ງໄຟລົງມາໄໝ້ພວກເຂົາຕາຍຄາທີ່ຢູ່ຊ້ອງໜ້າພຣະເຈົ້າຢາເວ.
ໃນທັນໃດນັ້ນ ພຣະເຈົ້າຢາເວກໍໂກດຮ້າຍອຸດຊາ ແລະຂ້າລາວ ເພາະລາວບໍ່ຢ້ານຢຳພຣະອົງ. ອຸດຊາຕາຍໃກ້ກັບຫີບຂອງພຣະເຈົ້າຢູ່ທີ່ນັ້ນ.
ແລະເພິ່ນກໍຂີ່ລໍອອກໄປ ແລະພົບຊາກສົບຂອງຜູ້ທຳນວາຍນອນຢຽດໃນຫົນທາງ ຊຶ່ງມີລໍແລະສິງຢືນຢູ່ທີ່ນັ້ນ. ສິງບໍ່ໄດ້ກັດກິນຊາກສົບ ຫລືຕໍ່ສູ້ລໍແຕ່ຢ່າງໃດ.
ແລ້ວພຣະເຈົ້າຢາເວກໍໄດ້ສົ່ງໄຟລົງມາໄໝ້ເຄື່ອງບູຊາ, ໄໝ້ຟືນ, ໄໝ້ກ້ອນຫີນ, ເຜົາໄໝ້ດິນ ແລະດູດນໍ້າໃນຮ່ອງຈົນແຫ້ງ.
ເອລີຢາຕອບວ່າ, “ຖ້າຂ້ອຍເປັນຄົນຂອງພຣະເຈົ້າ ຂໍໃຫ້ໄຟຈາກສະຫວັນລົງມາໄໝ້ເຈົ້າແລະພວກທະຫານຂອງເຈົ້າໃຫ້ຕາຍສາ.” ໃນທັນໃດ ໄຟຈາກສະຫວັນກໍລົງມາໄໝ້ນາຍທະຫານແລະຄົນຂອງລາວຕາຍໝົດ.
ແຕ່ເອລີຢາຕອບວ່າ, “ຖ້າຂ້ອຍເປັນຄົນຂອງພຣະເຈົ້າ ຂໍໃຫ້ໄຟຈາກສະຫວັນລົງມາໄໝ້ເຈົ້າ ແລະພວກທະຫານຂອງເຈົ້າໃຫ້ຕາຍສາ.” ໃນທັນໃດ ໄຟຂອງພຣະເຈົ້າກໍລົງມາຈາກສະຫວັນໄໝ້ນາຍທະຫານ ແລະຄົນຂອງລາວຕາຍໝົດ.
ໃນທັນໃດນັ້ນ ພຣະເຈົ້າຢາເວກໍໂກດຮ້າຍອຸດຊາ ແລະເຮັດໃຫ້ລາວຕາຍ ເພາະລາວແຕະຕ້ອງຫີບນັ້ນ. ລາວໄດ້ສິ້ນໃຈຕາຍຢູ່ທີ່ນັ້ນຕໍ່ໜ້າພຣະເຈົ້າ
ຍ້ອນພວກເຈົ້າບໍ່ໄດ້ໄປທີ່ນັ້ນເທື່ອທຳອິດ ເພື່ອຫາມຫີບພັນທະສັນຍາ; ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງໄດ້ລົງໂທດພວກເຮົາ ເພາະບໍ່ໄດ້ນະມັດສະການພຣະອົງຕາມທີ່ສົມຄວນ.”
ນາດາບແລະອາບີຮູຕາຍໄປກ່ອນພໍ່ ແລະບໍ່ໄດ້ສືບເຊື້ອສາຍໃຫ້ຜູ້ໃດເລີຍ; ດັ່ງນັ້ນ ເອເລອາຊາແລະອີທາມາ ນ້ອງຂອງພວກເຂົາຈຶ່ງຂຶ້ນເປັນປະໂຣຫິດ.
ລາວເວົ້າບໍ່ທັນຂາດຄຳ ຄົນຮັບໃຊ້ຜູ້ອື່ນອີກກໍມາ ແລະເວົ້າວ່າ, “ຟ້າໄດ້ຜ່າແກະກັບຄົນລ້ຽງແກະຕາຍຈົນໝົດ. ຂ້ານ້ອຍແມ່ນຜູ້ດຽວເທົ່ານັ້ນ ທີ່ລອດຊີວິດໜີມາບອກທ່ານ.”
ພຣະເຈົ້າຂອງພວກເຮົາກຳລັງມາຢ່າງໂດ່ງດັງ ພຣະອົງມີໄຟລຸກຢູ່ ແລະມີລົມພະຍຸອັນຮ້າຍແຮງພັດອ້ອມພຣະອົງໄວ້.
ແລ້ວພຣະເຈົ້າໄດ້ບອກໂມເຊວ່າ, “ເຈົ້າກັບອາໂຣນ, ນາດາບ, ອາບີຮູ, ພ້ອມທັງບັນດາຫົວໜ້າ 70 ຄົນຂອງຊາດອິດສະຣາເອນ ຈົ່ງຂຶ້ນມາຫາພຣະເຈົ້າຢາເວທີ່ເທິງພູເຂົາ; ເມື່ອຂຶ້ນມາແລ້ວໃຫ້ກົ້ມຂາບນະມັດສະການຢູ່ຫ່າງໆ.
ພວກເຂົາຈັດຕຽມບ່ອນເຜົາຈັກກະພັດອັດຊີເຣຍ ດ້ວຍກອງໄຟອັນໃຫຍ່ມາດົນແລ້ວ. ບ່ອນນັ້ນທັງເລິກທັງກວ້າງແລະທັງມີກອງຟືນສູງ. ພຣະເຈົ້າຢາເວຈະຫາຍໃຈເປັນແປວໄຟ ເພື່ອໄໝ້ເຜົາຜານບ່ອນນັ້ນ.
ດັ່ງນັ້ນ ພວກເຂົາຈຶ່ງມາຍົກເສື້ອພ້ອມສົບຄົນຕາຍອອກໄປໄວ້ນອກຄ້າຍພັກ ຕາມທີ່ໂມເຊໄດ້ສັ່ງ.
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊ ຫລັງຈາກລູກຊາຍສອງຄົນຂອງອາໂຣນໄດ້ຕາຍໄປ ຜູ້ທີ່ຖືກຂ້າຄາວເມື່ອພວກເຂົາໄດ້ຫຍັບເຂົ້າໄປໃກ້ພຣະເຈົ້າຢາເວນັ້ນ.
ໄຟໄດ້ລົງມາຕໍ່ໜ້າພຣະເຈົ້າຢາເວໄໝ້ເຄື່ອງຖວາຍບູຊາແລະສ່ວນຕ່າງໆຂອງໄຂມັນທີ່ເທິງແທ່ນບູຊາ. ເມື່ອປະຊາຊົນໄດ້ເຫັນດັ່ງນັ້ນ ພວກເຂົາກໍພາກັນໂຮຮ້ອງຂຶ້ນດ້ວຍສຽງດັງກ້ອງສະໜັ່ນ ແລະຂາບລົງຈົນໜ້າຈຸດິນ.
ແລ້ວໄຟຈາກພຣະເຈົ້າຢາເວກໍໄດ້ລົງມາເຜົາຜານ 250 ຄົນ ຄືຜູ້ທີ່ໄດ້ເຜົາເຄື່ອງຫອມມາຖວາຍນັ້ນ.
ຈຳນວນຄົນຕາຍມີ 14.700 ຄົນໂດຍບໍ່ນັບຜູ້ທີ່ຕາຍຍ້ອນໂກຣາໄດ້ກະບົດ.
ນາດາບແລະອາບີຮູໄດ້ຕາຍ ຕອນທີ່ພວກເຂົາໄດ້ຖວາຍບູຊາໄຟທີ່ຕ້ອງຫ້າມຕໍ່ໜ້າພຣະເຈົ້າຢາເວ.
ໃນທັນໃດນັ້ນ ນາງກໍລົ້ມລົງທີ່ຕີນຂອງເປໂຕ ແລະສິ້ນໃຈຕາຍ ເມື່ອພວກຊາຍໜຸ່ມເຂົ້າມາກໍເຫັນວ່ານາງຕາຍແລ້ວ. ດັ່ງນັ້ນ ພວກເຂົາຈຶ່ງຫາມຊາກສົບຂອງນາງອອກໄປ ແລະຝັງໄວ້ທີ່ຂ້າງຊາກສົບຜົວຂອງນາງ.
ເມື່ອອານາເນຍໄດ້ຍິນຖ້ອຍຄຳເຫຼົ່ານີ້ ລາວກໍລົ້ມລົງສິ້ນໃຈຕາຍ ຝ່າຍຄົນທັງປວງທີ່ໄດ້ຍິນເຖິງເຫດການນັ້ນ ຕ່າງກໍຕົກໃຈຢ້ານກົວຢ່າງໃຫຍ່.
ເຫດການທັງໝົດເຫຼົ່ານີ້ ໄດ້ເກີດຂຶ້ນແກ່ບັນພະບຸລຸດຂອງພວກເຮົາ ກໍເພື່ອເປັນຕົວຢ່າງໃຫ້ແກ່ຜູ້ອື່ນ ແລະໄດ້ບັນທຶກເຫດການທັງໝົດນີ້ໄວ້ ເພື່ອເຕືອນສະຕິພວກເຮົາ ຊຶ່ງຢູ່ໃນຍຸກສຸດທ້າຍທີ່ກຳລັງຈະມາເຖິງ.
ພຣະເຈົ້າຢາເວໄດ້ຂ້າຊາວເມືອງເບັດເຊເມດເຈັດສິບຄົນ ຍ້ອນພວກເຂົາຊ່ອງເບິ່ງຫີບຂອງພຣະເຈົ້າຢາເວ. ປະຊາຊົນໄດ້ໄວ້ທຸກໃຫ້ ເພາະພຣະເຈົ້າຢາເວໄດ້ໃຫ້ເກີດການເຂັ່ນຂ້າເປັນໝູ່ຢ່າງໜັກໃນທ່າມກາງພວກເຂົາ.