ລະບຽບ^ພວກເລວີ 10:19 - ພຣະຄຳພີສັກສິ19 ອາໂຣນໄດ້ຕອບວ່າ, “ເບິ່ງແມ! ໃນມື້ນີ້ ປະຊາຊົນໄດ້ນຳເຄື່ອງມາຖວາຍເພື່ອລຶບລ້າງບາບ ແລະພວກເຂົາກໍໄດ້ນຳເຄື່ອງຖວາຍບູຊາດ້ວຍໄຟມາຖວາຍຕໍ່ໜ້າພຣະເຈົ້າຢາເວ, ແຕ່ເຖິງປານນັ້ນ ເລື່ອງຫຍຸ້ງຍາກແບບນີ້ກໍຍັງຕົກຖືກຂ້ອຍຈົນໄດ້. ຖ້າຂ້ອຍກິນເຄື່ອງຖວາຍບູຊາລຶບລ້າງບາບໃນມື້ນີ້ ຈະເຮັດໃຫ້ພຣະເຈົ້າຢາເວເຫັນຊອບບໍ?” Uka jalj uñjjattʼäta |
ຢູ່ໃນດິນແດນຕ່າງປະເທດເຫຼົ່ານັ້ນ ພວກເຂົາຈະບໍ່ສາມາດເຮັດເຫຼົ້າອະງຸ່ນຖວາຍແກ່ພຣະເຈົ້າຢາເວ ຫລືນຳເຄື່ອງເຜົາບູຊາໄປຖວາຍແກ່ພຣະອົງໄດ້. ອາຫານຂອງພວກເຂົາຈະເຮັດໃຫ້ທຸກຄົນທີ່ກິນເປັນມົນທິນ ຄືອາຫານທີ່ກິນໃນພິທີສົບ. ອາຫານນີ້ຈະກິນແກ້ຄວາມຫິວຂອງພວກເຂົາເທົ່ານັ້ນ; ແລະຈະຖືກນຳໄປຖວາຍເປັນເຄື່ອງບູຊາໃນພຣະວິຫານຂອງພຣະເຈົ້າຢາເວບໍ່ໄດ້.
ພວກເຈົ້າເວົ້າວ່າ, ‘ຊ່າງອິດເມື່ອຍຕໍ່ການຖວາຍນີ້ແທ້ນໍ’ ແລະພວກເຈົ້າກໍງຶກດັງຂຶ້ນປະໝາດເຮົາ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. “ແລະເມື່ອຖວາຍບູຊາ ພວກເຈົ້ານຳສັດທີ່ລັກມາ ຫລືສັດທີ່ຂາພິການ ຫລືສັດທີ່ເຈັບໂຊມາຖວາຍ. ພວກເຈົ້າຄິດວ່າເຮົາຈະຮັບເອົາສິ່ງນັ້ນຫລື?” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
ເມື່ອໄວ້ທຸກຂ້ານ້ອຍບໍ່ໄດ້ກິນໜຶ່ງສ່ວນສິບ; ເມື່ອເປັນມົນທິນຂ້ານ້ອຍບໍ່ໄດ້ເອົາສ່ວນໃດໆອອກໄປຈາກເຮືອນ ແລະທັງບໍ່ໄດ້ຖວາຍສ່ວນໃດໆສຳລັບຄົນຕາຍ. ໂອ ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ຂ້ານ້ອຍເຊື່ອຟັງພຣະອົງ; ຂ້ານ້ອຍໄດ້ປະຕິບັດຕາມທີ່ພຣະອົງໄດ້ສັ່ງໄວ້ທຸກປະການກ່ຽວກັບເລື່ອງໜຶ່ງສ່ວນສິບ.