Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 10:16 - ພຣະຄຳພີສັກສິ

16 ໂມເຊ​ໄດ້​ສອບ​ຖາມ​ກ່ຽວກັບ​ຊີ້ນ​ແບ້​ທີ່​ໄດ້​ຖວາຍ​ເພື່ອ​ລຶບລ້າງ​ບາບ​ນັ້ນ ເມື່ອ​ເພິ່ນ​ຮູ້​ວ່າ​ແບ້​ນັ້ນ​ໄດ້​ເຜົາ​ໝົດ​ເສຍ​ແລ້ວ. ໂມເຊ​ຈຶ່ງ​ຮ້າຍ​ເອເລອາຊາ​ແລະ​ອີທາມາ​ກ່ຽວກັບ​ເລື່ອງ​ນີ້. ເພິ່ນ​ໄດ້​ຖາມ​ເຂົາ​ວ່າ,

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 10:16
12 Jak'a apnaqawi uñst'ayäwi  

ບຸກກີ​ເປັນ​ລູກຊາຍ​ຂອງ​ອາບີຊູອາ, ອາບີຊູອາ​ເປັນ​ລູກຊາຍ​ຂອງ​ຟີເນຮາ, ຟີເນຮາ​ເປັນ​ລູກຊາຍ​ຂອງ​ເອເລອາຊາ, ເອເລອາຊາ​ເປັນ​ລູກຊາຍ​ຂອງ​ອາໂຣນ.


ແຕ່​ຈະ​ຕ້ອງ​ເຮັດ​ເປັນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກິນ​ໃນ​ບ່ອນ​ສັກສິດ​ຄື: ທີ່​ເດີ່ນ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ເຮົາ​ໄດ້​ໃຫ້​ເຄື່ອງ​ທີ່​ເຫຼືອ​ຈາກ​ການ​ຖວາຍ​ບູຊາ​ດ້ວຍ​ໄຟ​ນັ້ນ ເປັນ​ຂອງ​ປະໂຣຫິດ. ມັນ​ເປັນ​ເຄື່ອງ​ບໍຣິສຸດ​ທີ່ສຸດ ເໝືອນກັນ​ກັບ​ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ.


ປະໂຣຫິດ​ຜູ້​ເຮັດ​ພິທີ​ຖວາຍບູຊາ ຈະ​ກິນ​ຊີ້ນ​ສັດ​ນັ້ນ​ໄດ້​ໃນ​ບ່ອນ​ສັກສິດ ຄື​ໃນ​ເດີ່ນ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.


ແຕ່​ເຄື່ອງ​ບູຊາ​ໄຖ່​ບາບ​ທີ່​ໄດ້ນຳ​ເອົາ​ເລືອດ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ໃນ​ສະຖານທີ່​ສັກສິດ​ແລ້ວ ຢ່າ​ໄດ້​ກິນ​ຊີ້ນ​ສັດ​ນັ້ນ​ແຕ່​ໃຫ້​ເຜົາ​ໄຟ​ເສຍ.


ຫລັງຈາກ​ນັ້ນ ອາໂຣນ​ໄດ້​ຖວາຍ​ເຄື່ອງ​ບູຊາ​ສຳລັບ​ປະຊາຊົນ. ເພິ່ນ​ໄດ້​ນຳ​ແບ້ເຖິກ​ທີ່​ຕ້ອງ​ຖືກ​ຖວາຍ​ສຳລັບ​ການບາບ​ຂອງ​ປະຊາຊົນ​ມາ ແລ້ວ​ຂ້າປາດຄໍ​ແບ້​ນັ້ນ ແລະ​ຖວາຍ​ເປັນ​ເຄື່ອງ​ບູຊາ​ເໝືອນ​ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ສຳລັບ​ພິທີ​ລຶບລ້າງ​ບາບ​ຂອງຕົນ.


ແລ້ວ​ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ໃຫ້​ນຳ​ແບ້ເຖິກ​ໂຕໜຶ່ງ ມາ​ຖວາຍ​ເພື່ອ​ລຶບລ້າງ​ບາບ ພ້ອມ​ທັງ​ລູກ​ງົວເຖິກ​ແລະ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ແນວ​ລະ​ໂຕ. ທັງໝົດ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ ເປັນ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ


ໂມເຊ​ເປັນ​ຄົນ​ອ່ອນນ້ອມ​ຖ່ອມຕົວ​ທີ່ສຸດ​ກວ່າ​ທຸກໆ​ຄົນ​ໃນ​ເທິງ​ແຜ່ນດິນ​ໂລກ​ນີ້).


ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຜູ້ໃດ​ທີ່​ໂກດຮ້າຍ​ເຄືອງໃຈ ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ ຈະ​ຖືກ​ນຳ​ຂຶ້ນ​ສານ​ເພື່ອ​ຕັດສິນ​ລົງໂທດ ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນໂງ່ຈ້າ’ ຈະ​ຖືກ​ນຳ​ຂຶ້ນ​ສານສູງ​ເພື່ອ​ຕັດສິນ​ລົງໂທດ ແລະ​ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນບ້າ’ ຜູ້ນັ້ນ​ຈະ​ຕົກ​ບຶງ​ໄຟ​ນະຣົກ.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ດັ່ງນັ້ນ, ພຣະອົງ​ກໍ​ບໍ່​ພໍໃຈ ແລະ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຈົ່ງ​ປ່ອຍ​ເດັກນ້ອຍ​ໃຫ້​ເຂົ້າ​ມາ​ຫາ​ເຮົາ ແລະ​ຢ່າ​ຫ້າມ​ພວກເຂົາ ເພາະ​ອານາຈັກ​ພຣະເຈົ້າ​ເປັນ​ຂອງ​ຜູ້​ທີ່​ເປັນ​ເໝືອນ​ເດັກນ້ອຍ​ເຫຼົ່ານີ້​ແຫຼະ.


ພຣະອົງ​ຫລຽວ​ເບິ່ງ​ອ້ອມຮອບ​ພວກເຂົາ​ດ້ວຍ​ຄວາມ​ເຄືອງໃຈ ພຣະອົງ​ເປັນທຸກໃຈ​ຫລາຍ ເພາະ​ພວກເຂົາ​ມີ​ໃຈແຂງ​ກະດ້າງ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ.” ລາວ​ຈຶ່ງ​ຢຽດ​ມື​ອອກ ແລະ ມື​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ.


ຈະ​ຮ້າຍ​ກໍ​ຮ້າຍ​ໄດ້ ແຕ່​ຢ່າ​ໃຫ້​ຄວາມ​ຮ້າຍ​ເປັນ​ເຫດ​ໃຫ້​ເກີດ​ການ​ຜິດບາບ ຢ່າ​ຮ້າຍ​ຢູ່​ຈົນ​ຕາເວັນ​ຕົກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka