Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 10:14 - ພຣະຄຳພີສັກສິ

14 ແຕ່​ເຈົ້າ​ພ້ອມ​ຄອບຄົວ​ຂອງ​ເຈົ້າ​ຈົ່ງ​ກິນ​ຊີ້ນ​ໜ້າເອິກ​ແລະ​ຊີ້ນ​ຂາ​ຫລັງ ແລະ​ຈົ່ງ​ກິນ​ໄດ້​ໃນ​ທຸກໆ​ບ່ອນ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ. ເຄື່ອງ​ຖວາຍ​ເຫຼົ່ານີ້​ໄດ້​ມອບ​ແກ່​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ​ແລ້ວ ຊຶ່ງ​ເປັນ​ສ່ວນ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ການ​ຖວາຍ ເພື່ອ​ຄວາມ​ສາມັກຄີທຳ​ຂອງ​ປະຊາຊົນ​ອິດສະຣາເອນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 10:14
10 Jak'a apnaqawi uñst'ayäwi  

ພວກເຂົາ​ຈະ​ກິນ​ຂອງ​ທີ່​ໄດ້​ໃຊ້​ແລ້ວ​ໃນ​ພິທີ​ລຶບລ້າງ​ບາບ ສຳລັບ​ການ​ສະຖາປະນາ​ນັ້ນ​ກໍໄດ້. ມີ​ແຕ່​ປະໂຣຫິດ​ເທົ່ານັ້ນ​ທີ່​ກິນ​ໄດ້​ເພາະ​ແມ່ນ​ອາຫານ​ບໍຮິສຸດ.


ຊາຍ​ຄົນ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ອາຄານ​ທັງສອງ​ຫລັງ​ນີ້​ສັກສິດ. ບັນດາ​ປະໂຣຫິດ​ທີ່​ເຂົ້າ​ໄປ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ບໍຣິສຸດ​ຢູ່​ໃນ​ຕຶກ​ເຫຼົ່ານັ້ນ. ເພາະ​ຫ້ອງ​ຕ່າງໆ​ນັ້ນ​ສັກສິດ ບັນດາ​ປະໂຣຫິດ​ຈະ​ວາງ​ເຄື່ອງ​ຖວາຍ​ອັນ​ສັກສິດ​ທີ່ສຸດ​ໄວ້​ໃນ​ທີ່ນັ້ນ ເຊັ່ນ: ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ​ກັບ​ເຄື່ອງ​ຖວາຍ​ສຳລັບ​ລຶບລ້າງ​ບາບ ຫລື​ເຄື່ອງ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ.


ຈົ່ງ​ກິນ​ໃນ​ບ່ອນ​ບໍຣິສຸດ ເພາະ​ແມ່ນ​ສ່ວນ​ຂອງ​ເຈົ້າ​ແລະ​ແມ່ນ​ສ່ວນ​ຂອງ​ພວກ​ລູກຊາຍ​ຂອງ​ເຈົ້າ ທີ່​ໄດ້​ມາ​ຈາກ​ການ​ຖວາຍ​ອາຫານ​ບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ. ອັນ​ນີ້​ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ຮັບສັ່ງ​ໄວ້​ແລ້ວ.


ແຕ່​ລູກສາວ​ຂອງ​ປະໂຣຫິດ​ທີ່​ເປັນ​ແມ່ໝ້າຍ ຫລື​ແມ່ຮ້າງ​ທີ່​ຍັງ​ບໍ່ມີ​ລູກ ແລະ​ຜູ້​ທີ່​ກັບຄືນ​ມາ​ຢູ່​ໃນ​ຄອບຄົວ​ພໍ່​ທີ່​ຢູ່​ໃຕ້​ຄວາມ​ດູແລ​ຂອງ​ເພິ່ນ ອາດ​ກິນ​ອາຫານ​ທີ່​ພໍ່​ຂອງຕົນ​ໄດ້​ຮັບ​ໃນ​ຖານະ​ເປັນ​ປະໂຣຫິດ​ໄດ້. ຄົນ​ໃນ​ຄອບຄົວ​ຂອງ​ປະໂຣຫິດ​ເທົ່ານັ້ນ ທີ່​ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ໄດ້.


ສ່ວນ​ຊີ້ນ​ໜ້າເອິກ​ແລະ​ຂາ​ຫລັງ​ເບື້ອງຂວາ​ນັ້ນ ໃຫ້​ເປັນ​ເຄື່ອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ເປັນ​ສ່ວນ​ມອບ​ໃຫ້​ປະໂຣຫິດ ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້​ທຸກປະການ.


ນອກຈາກນີ້​ອີກ ເຄື່ອງ​ຖວາຍ​ພິເສດ​ອື່ນໆ​ທີ່​ຊາວ​ອິດສະຣາເອນ​ຖວາຍ​ແກ່​ເຮົາ ຈະ​ເປັນ​ຂອງ​ເຈົ້າ. ເຮົາ​ຍົກ​ໃຫ້​ເປັນ​ຂອງ​ເຈົ້າ, ພວກ​ລູກຊາຍ​ຂອງ​ເຈົ້າ ແລະ​ລູກສາວ​ຂອງ​ເຈົ້າ​ທຸກຍຸກ​ທຸກສະໄໝ​ສືບໄປ. ສະມາຊິກ​ທຸກໆ​ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ ທີ່​ບໍ່​ເປັນ​ມົນທິນ​ກິນ​ຂອງ​ຖວາຍ​ນັ້ນ​ໄດ້.


ເຊັ່ນດຽວ​ກັນ ການ​ຖວາຍ​ແກວ່ງໄປ​ແກວ່ງມາ​ທຸກ​ເທື່ອ ທີ່​ຊາວ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ ຈະ​ເປັນ​ຂອງ​ປະໂຣຫິດ​ຜູ້​ປະກອບ​ພິທີ​ລຶບລ້າງ​ບາບ.


ພຣະເຢຊູເຈົ້າ​ໄດ້​ເວົ້າ​ກັບ​ພວກເພິ່ນ​ວ່າ, “ອາຫານ​ຂອງເຮົາ​ແມ່ນ​ການ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ແລະ​ເຮັດ​ໃຫ້​ວຽກງານ​ຂອງ​ພຣະອົງ​ສຳເລັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka