Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 10:11 - ພຣະຄຳພີສັກສິ

11 ເຈົ້າ​ຕ້ອງ​ສັ່ງສອນ​ປະຊາຊົນ​ອິດສະຣາເອນ​ໃຫ້​ຮູ້​ລະບຽບ​ການ​ທັງໝົດ​ນີ້ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ໃຫ້​ພວກເຈົ້າ​ໂດຍ​ຜ່ານ​ທາງ​ໂມເຊ.”

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 10:11
16 Jak'a apnaqawi uñst'ayäwi  

ດົນນານ​ມາ​ແລ້ວ​ທີ່​ຊາດ​ອິດສະຣາເອນ​ໄດ້​ດຳເນີນ​ຊີວິດ ໂດຍ​ບໍ່ມີ​ພຣະເຈົ້າ​ອົງ​ທ່ຽງແທ້, ໂດຍ​ບໍ່ມີ​ບັນດາ​ປະໂຣຫິດ​ສິດສອນ​ພວກເຂົາ​ແລະ​ໂດຍ​ບໍ່ມີ​ກົດບັນຍັດ.


ພວກເພິ່ນ​ໄດ້​ນຳ​ໜັງສື​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໄປ​ສັ່ງສອນ​ປະຊາຊົນ​ໃນ​ເມືອງ​ຕ່າງໆ​ທົ່ວ​ຢູດາຍ.


ເຮເຊກີຢາ​ໄດ້​ຊົມເຊີຍ​ຊາວ​ເລວີ ທີ່​ມີ​ຄວາມ​ສາມາດ​ສູງ​ໃນ​ການນຳພາ​ການ​ນະມັດສະການ​ພຣະເຈົ້າຢາເວ​ໃນ​ຄັ້ງ​ນີ້. ຫລັງຈາກ​ເຈັດ​ວັນ​ໃນ​ລະຫວ່າງ​ທີ່​ພວກເຂົາ​ຖວາຍ​ເຄື່ອງ​ບູຊາ ເພື່ອ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ຢູ່​ນັ້ນ


ດັ່ງນັ້ນ ເອຊະຣາ​ຈຶ່ງ​ນຳ​ເອົາ​ໜັງສື​ນັ້ນ​ອອກ​ມາ​ຍັງ​ບ່ອນ​ທີ່​ປະຊາຊົນ​ໄດ້​ເຕົ້າໂຮມ​ກັນ ຄື​ມີ​ຜູ້ຊາຍ, ແມ່ຍິງ ແລະ​ເດັກນ້ອຍ​ທີ່​ໃຫຍ່​ພໍ​ຈະ​ເຂົ້າໃຈ​ໄດ້.


ແລ້ວ​ພວກເຂົາ​ກໍ​ໃຫ້​ມີ​ການ​ແປ ແບບ​ປາກ​ເປົ່າ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ອະທິບາຍ ກົດບັນຍັດ​ນັ້ນ ເພື່ອ​ວ່າ​ປະຊາຊົນ​ຈະ​ເຂົ້າໃຈ​ໄດ້.


ແລ້ວ​ປະຊາຊົນ​ກໍໄດ້​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກຳຈັດ​ເຢເຣມີຢາ​ສາ​ເທາະ ພວກເຮົາ​ມີ​ພວກ​ປະໂຣຫິດ​ໃຫ້​ຄຳແນະນຳ, ມີ​ພວກ​ນັກປາດ​ໃຫ້​ຄຳ​ປຶກສາ ແລະ​ມີ​ພວກ​ຜູ້ທຳນວາຍ ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ສະເໝີ. ໃຫ້​ພວກເຮົາ​ຫາເລື່ອງ​ໃສ່​ລາວ ແລະ​ຢ່າ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ.”


ປະໂຣຫິດ​ບໍ່ໄດ້​ຖາມ​ວ່າ, ‘ພຣະເຈົ້າຢາເວ​ຢູ່​ໃສ?’ ພວກ​ທີ່​ຮັກສາ​ກົດບັນຍັດ​ຂອງເຮົາ​ກໍ​ບໍ່ໄດ້​ຮູ້ຈັກ​ເຮົາ​ຊໍ້າ. ພວກ​ຜູ້ປົກຄອງ​ກໍໄດ້​ກະບົດ​ຕໍ່ສູ້​ເຮົາ ຜູ້ທຳນວາຍ​ໄດ້​ກ່າວ​ໃນ​ນາມ​ພະບາອານ ພວກເຂົາ​ພາກັນ​ນ້ອມ​ນະມັດສະການ ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ບໍ່ມີ​ປະໂຫຍດ.


ແມ່ນ​ໜ້າທີ່​ຂອງ​ປະໂຣຫິດ​ທີ່​ຈະ​ສັ່ງສອນ​ຄົນອື່ນ​ໃຫ້​ຮູ້ຈັກ​ພຣະເຈົ້າ. ປະຊາຊົນ​ຄວນ​ໄປ​ຫາ​ພວກເຂົາ ເພື່ອ​ຮຽນຮູ້​ຄວາມປະສົງ​ຂອງເຮົາ ເພາະ​ພວກເຂົາ​ເປັນ​ຜູ້​ແຈ້ງຂ່າວ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ດ້ວຍວ່າ, ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ ໃນ​ການ​ປະກາດ​ພຣະ​ປະສົງ​ທຸກຢ່າງ​ຂອງ​ພຣະເຈົ້າ​ໃຫ້​ພວກທ່ານ​ຮູ້.


ພວກເພິ່ນ​ຈະ​ເປັນ​ຜູ້​ຕັດສິນ​ຄວາມ​ໃນ​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ​ໄວ້ ແລະ​ໃຫ້​ພວກເຈົ້າ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເພິ່ນ​ບອກ​ໃຫ້​ເຮັດ.


ຈົ່ງ​ຍອມ​ຮັບ​ການຕັດສິນ​ນັ້ນ ແລະ​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ພວກເພິ່ນ​ທຸກປະການ.


ເມື່ອ​ພວກເຈົ້າ​ຕ້ອງ​ທົນທຸກ​ທໍລະມານ​ຈາກ​ພະຍາດ​ຂີ້ທູດ ຈົ່ງ​ເອົາໃຈໃສ່​ປິ່ນປົວ​ຕາມ​ຄຳແນະນຳ​ຂອງ​ປະໂຣຫິດ​ຊາວ​ເລວີ; ຈົ່ງ​ປະຕິບັດ​ຕາມ​ຄຳແນະນຳ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ.


ພວກເຂົາ​ສັ່ງສອນ​ປະຊາຊົນ​ໃຫ້​ເຊື່ອຟັງ​ກົດບັນຍັດ​ທຸກຢ່າງ ທັງ​ຈະ​ຖວາຍບູຊາ​ໃຫ້​ພ້ອມ​ທີ່​ເທິງ​ແທ່ນບູຊາ.


ດ້ວຍວ່າ, ພວກເຈົ້າ​ຮູ້ຈັກ​ຄຳແນະນຳ ຊຶ່ງ​ພວກເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ ໂດຍ​ສິດ​ອຳນາດ​ຂອງ​ອົງ​ພຣະເຢຊູເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka