Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 10:10 - ພຣະຄຳພີສັກສິ

10 ພວກເຈົ້າ​ຕ້ອງ​ໄຈ້ແຍກ​ໃຫ້​ຈະແຈ້ງ ລະຫວ່າງ​ສິ່ງ​ທີ່​ເປັນ​ບໍຣິສຸດ​ແລະ​ສິ່ງ​ທີ່​ໃຊ້​ກັນ​ຢູ່​ທົ່ວໆໄປ; ລະຫວ່າງ​ສິ່ງ​ທີ່​ເປັນ​ມົນທິນ​ແລະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 10:10
9 Jak'a apnaqawi uñst'ayäwi  

ກ່ຽວກັບ​ຄຳຖາມ​ນີ້​ພຣະເຈົ້າຢາເວ​ຕອບ​ຄືນ​ວ່າ, “ຖ້າ​ເຈົ້າ​ກັບ​ມາ ເຮົາ​ກໍ​ຈະ​ຮັບ​ເອົາ​ເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງເຮົາ​ອີກ. ຖ້າ​ເຈົ້າ​ບໍ່​ເວົ້າ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ແລະ​ປະກາດ​ແຕ່​ຖ້ອຍຄຳ​ຂອງເຮົາ ເຈົ້າ​ກໍ​ຈະ​ໄດ້​ເປັນ​ຜູ້ທຳນວາຍ​ຂອງເຮົາ​ອີກ. ປະຊາຊົນ​ຈະ​ກັບຄືນ​ມາ​ຫາ​ເຈົ້າ ແລະ​ເຈົ້າ​ບໍ່​ຕ້ອງ​ໄປ​ຫາ​ພວກເຂົາ.


ບັນດາ​ປະໂຣຫິດ​ຝ່າຝືນ​ກົດບັນຍັດ​ຂອງເຮົາ ແລະ​ບໍ່​ໃຫ້​ຄວາມນັບຖື​ແກ່​ສິ່ງ​ບໍຣິສຸດ. ພວກເຂົາ​ບໍ່​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ສິ່ງ​ບໍຣິສຸດ ແລະ​ສິ່ງ​ບໍ່​ບໍຣິສຸດ. ພວກເຂົາ​ບໍ່​ສັ່ງສອນ​ໃຫ້​ຮູ້​ເຖິງ​ຄວາມ​ແຕກຕ່າງ ລະຫວ່າງ​ສິ່ງ​ທີ່​ບໍ່​ເປັນ​ມົນທິນ​ແລະ​ສິ່ງ​ທີ່​ເປັນ​ມົນທິນ ແລະ​ພວກເຂົາ​ກໍ​ບໍ່​ເອົາໃຈໃສ່​ຕໍ່​ວັນ​ຊະບາໂຕ​ດ້ວຍ. ຜົນ​ກໍ​ຄື​ປະຊາຊົນ​ອິດສະຣາເອນ​ບໍ່ໄດ້​ນັບຖື​ເຮົາ.


ບັນດາ​ປະໂຣຫິດ​ຕ້ອງ​ສອນ​ປະຊາຊົນ​ຂອງເຮົາ​ໃຫ້​ຮູ້ວ່າ ສິ່ງໃດ​ບໍຣິສຸດ ແລະ​ສິ່ງໃດ​ບໍ່​ບໍຣິສຸດ ແລະ​ສິ່ງ​ທີ່​ເປັນ​ມົນທິນ​ກັບ​ສິ່ງ​ທີ່​ບໍ່​ເປັນ​ມົນທິນ.


ເຈົ້າ​ຕ້ອງ​ສາມາດ​ໄຈ້ແຍກ​ຢ່າງ​ລະມັດ​ລະວັງ ລະຫວ່າງ​ສັດ​ຈຳພວກ​ທີ່​ເປັນ​ມົນທິນ ແລະ​ຈຳພວກ​ທີ່​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ​ຄື: ລະຫວ່າງ​ສັດ​ທີ່​ກິນ​ໄດ້​ແລະ​ສັດ​ທີ່​ກິນ​ບໍ່ໄດ້.


ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ລາວ ແລະ​ຖ້າ​ບໍລິເວນ​ນັ້ນ​ມີ​ອາການ​ບວມ​ແດງຊໍ້າ​ປົນ​ຂາວ​ແລະ​ເຈັບປວດ


ກົດບັນຍັດ​ເຫຼົ່ານີ້​ແມ່ນ​ຊີ້ຂາດ​ວ່າ ເມື່ອໃດ​ສິ່ງຂອງ​ເຫຼົ່ານັ້ນ​ເປັນ​ມົນທິນ ຫລື​ບໍ່​ເປັນ​ມົນທິນ.


ສຳລັບ​ຄົນ​ສະອາດ​ນັ້ນ ທຸກສິ່ງ​ກໍ​ສະອາດ​ເສາະໃສ ແຕ່​ສຳລັບ​ຄົນຊົ່ວຮ້າຍ​ແລະ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ບໍ່ມີ​ສິ່ງໃດ​ສະອາດ​ຈັກ​ຢ່າງ ແຕ່​ຈິດໃຈ ແລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ ກໍ​ຖືກ​ຊົ່ວຮ້າຍ​ໄປ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka