Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 10:1 - ພຣະຄຳພີສັກສິ

1 ນາດາບ​ແລະ​ອາບີຮູ​ລູກຊາຍ​ອາໂຣນ ຕ່າງ​ກໍໄດ້​ນຳ​ໝໍ້ຂາງ​ຂອງຕົນ​ມາ ແລະ​ເອົາ​ຖ່ານໄຟ​ທີ່​ກຳລັງ​ລຸກ​ຢູ່​ໃສ່​ໃນ​ນັ້ນ. ພວກເຂົາ​ໄດ້​ເອົາ​ກຳຍານ​ໂຮຍ​ໃສ່​ຕື່ມ ແລະ​ນຳ​ໄປ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ. ແຕ່​ໄຟ​ທີ່​ຖວາຍ​ນີ້​ບໍ່​ບໍຣິສຸດ ເພາະວ່າ​ພຣະອົງ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ຖວາຍ​ຢ່າງ​ນັ້ນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 10:1
38 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສົ່ງ​ໄຟ​ລົງ​ມາ​ໄໝ້​ເຄື່ອງບູຊາ, ໄໝ້​ຟືນ, ໄໝ້​ກ້ອນຫີນ, ເຜົາ​ໄໝ້​ດິນ ແລະ​ດູດ​ນໍ້າ​ໃນ​ຮ່ອງ​ຈົນ​ແຫ້ງ.


ຂໍ​ໃຫ້​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເຄື່ອງຫອມ​ບູຊາ ແລະ​ຍໍ​ມື​ຂຶ້ນ​ໄຫວ້ວອນ​ເປັນ​ດັ່ງ​ເຄື່ອງ​ຖວາຍບູຊາ​ໃນ​ຕອນແລງ​ເຖີດ.


ແລ້ວ​ພຣະເຈົ້າ​ໄດ້​ບອກ​ໂມເຊ​ວ່າ, “ເຈົ້າ​ກັບ​ອາໂຣນ, ນາດາບ, ອາບີຮູ, ພ້ອມ​ທັງ​ບັນດາ​ຫົວໜ້າ 70 ຄົນ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຂຶ້ນ​ມາ​ຫາ​ພຣະເຈົ້າຢາເວ​ທີ່​ເທິງ​ພູເຂົາ; ເມື່ອ​ຂຶ້ນ​ມາ​ແລ້ວ​ໃຫ້​ກົ້ມຂາບ​ນະມັດສະການ​ຢູ່​ຫ່າງໆ.


ໂມເຊ, ອາໂຣນ, ນາດາບ, ອາບີຮູ ແລະ​ບັນດາ​ຫົວໜ້າ​ເຈັດສິບ​ຄົນ​ຂອງ​ຊາດ​ອິດສະຣາເອນ ຈຶ່ງ​ພາກັນ​ຂຶ້ນ​ໄປ​ເທິງ​ພູ;


ຈົ່ງ​ເຮັດ​ໝໍ້​ໃສ່​ຂີ້ເຖົ່າ​ຂອງ​ໄຂມັນ, ເຮັດ​ຊ້ວນ, ຖ້ວຍ, ຂໍເກາະ ແລະ​ຖາດ​ຮອງ​ຖ່ານໄຟ. ເຄື່ອງໃຊ້​ເຫຼົ່ານີ້ ຈົ່ງ​ເຮັດ​ດ້ວຍ​ທອງສຳຣິດ​ທັງໝົດ.


“ຈົ່ງ​ເອີ້ນ​ອາໂຣນ ອ້າຍ​ຂອງ​ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ມາ​ເຊັ່ນ​ວ່າ: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ. ຈົ່ງ​ແຍກ​ພວກເຂົາ​ຢູ່​ຕ່າງຫາກ ຈາກ​ປະຊາຊົນ​ອິດສະຣາເອນ ເພື່ອ​ວ່າ​ພວກເຂົາ​ຈະ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


ສ່ວນ​ນໍ້າມັນ​ສັກສິດ ແລະ​ເຄື່ອງຫອມ​ເພື່ອ​ຖວາຍ​ສຳລັບ​ສະຖານທີ່​ບໍຣິສຸດ​ນັ້ນ ຈົ່ງ​ໃຫ້​ພວກເຂົາ​ເຮັດ​ຢ່າງ​ຖືກຕ້ອງ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້​ທຸກປະການ.”


ເບຊາເລນ​ໄດ້​ເຮັດ​ນໍ້າມັນ​ເຈີມ​ສັກສິດ ແລະ​ເຄື່ອງຫອມ​ສັກສິດ ຕາມ​ແບບ​ວິທີ​ປຸງ​ນໍ້າຫອມ.


ສ່ວນ​ເຄື່ອງໃຊ້​ສຳລັບ​ແທ່ນ​ເຊັ່ນ: ໝໍ້, ຊ້ວນ, ຖ້ວຍ, ຂໍເກາະ ແລະ​ຖາດ​ຮອງ​ຖ່ານໄຟ​ນັ້ນ ເຮັດ​ດ້ວຍ​ທອງສຳຣິດ.


ອາໂຣນ​ໄດ້​ແຕ່ງງານ​ກັບ​ນາງ​ເອລີເຊບາ ຜູ້​ທີ່​ເປັນ​ລູກສາວ​ຂອງ​ອຳມີນາດາບ ແລະ​ເປັນ​ເອື້ອຍ​ຂອງ​ນາໂຊນ. ນາງ​ເກີດ​ລູກຊາຍ​ສີ່​ຄົນ​ໃຫ້​ລາວ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ.


ພວກ​ຂ້ານ້ອຍ​ຕ້ອງ​ເດີນທາງ​ສາມ​ວັນ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້.”


ແລະ​ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ໃຫ້​ພະບາອານ ເພື່ອ​ເຜົາ​ລູກໆ​ຂອງ​ພວກເຂົາ​ໃຫ້​ເປັນ​ເຄື່ອງ​ບູຊາ. ເຮົາ​ບໍ່ເຄີຍ​ສັ່ງ​ພວກເຂົາ​ໃຫ້​ເຮັດ​ເຊັ່ນນີ້; ເລື່ອງ​ດັ່ງນີ້​ບໍ່ເຄີຍ​ມີ​ຢູ່​ໃນ​ຄວາມຄິດ​ຂອງເຮົາ​ເລີຍ.


ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ໃຫ້​ພະບາອານ​ໃນ​ຮ່ອມພູ​ຮິນໂນມ ເພື່ອ​ຖວາຍບູຊາ​ລູກຊາຍ​ແລະ​ລູກສາວ​ຂອງ​ພວກເຂົາ​ໃຫ້​ພະ​ໂມເລັກ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ສິ່ງນີ້ ແລະ​ແມ່ນແຕ່​ໃນ​ຄວາມ​ນຶກຄິດ​ຂອງເຮົາ​ກໍ​ບໍ່ມີ​ສິ່ງນີ້​ເລີຍ. ການກະທຳ​ອັນ​ໜ້າລັງກຽດ​ຂອງ​ພວກເຂົາ​ນີ້​ຈະ​ພາ​ໃຫ້​ຊາວ​ຢູດາ​ເຮັດ​ບາບ.”


ແລ້ວ​ພວກ​ຜູ້ຊາຍ​ທີ່​ຮູ້ຈັກ​ວ່າ ເມຍ​ຂອງ​ພວກ​ຕົນ​ໄດ້​ຖວາຍບູຊາ​ໃຫ້​ບັນດາ​ພະອື່ນ ແລະ​ພວກຜູ້ຍິງ​ທັງໝົດ​ທີ່​ກຳລັງ​ຢືນ​ຢູ່​ທີ່​ນັ້ນ​ລວມທັງ​ຊາວ​ອິດສະຣາເອນ ທີ່​ໄດ້​ອາໄສ​ຢູ່​ທາງ​ພາກໃຕ້​ຂອງ​ເອຢິບ ຄື​ທັງໝົດ​ໂຮມ​ເປັນ​ຊຸມນຸມຊົນ​ໝູ່ໃຫຍ່ ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ,


ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ໂດຍ​ຂາບໄຫວ້​ຮູບເຄົາຣົບ ແລະ​ຖວາຍບູຊາ​ແກ່​ບັນດາ​ພະອື່ນ​ໃນ​ປະເທດ​ເອຢິບ ຄື​ບ່ອນ​ທີ່​ພວກເຈົ້າ​ໄດ້​ມາ​ພັກ​ອາໄສ​ຢູ່​ນີ້? ພວກເຈົ້າ​ຢາກ​ເຮັດ​ສິ່ງ​ນີ້​ເພື່ອ​ທຳລາຍ​ພວກ​ເຈົ້າເອງ​ບໍ? ເພື່ອ​ທຸກ​ຊົນຊາດ​ໃນ​ໂລກ​ຈະ​ຫົວ​ເຍາະເຍີ້ຍ​ພວກເຈົ້າ ແລະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ຄຳສາບແຊ່ງ​ບໍ?


ໃນ​ຮ່ອມພູ​ຮິນໂນມ ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ຄົນ​ເອີ້ນ​ວ່າ​ໂຕເຟັດ ເພື່ອ​ວ່າ​ພວກເຂົາ​ຈະ​ເອົາ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ມາ​ເຜົາບູຊາ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ເຊັ່ນນີ້. ແມ່ນແຕ່​ໃນ​ຄວາມຄິດ​ຂອງເຮົາ​ກໍ​ບໍ່ເຄີຍ​ມີ​ເຊັ່ນນັ້ນ​ເລີຍ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ ຫລັງຈາກ​ລູກຊາຍ​ສອງ​ຄົນ​ຂອງ​ອາໂຣນ​ໄດ້​ຕາຍໄປ ຜູ້​ທີ່​ຖືກ​ຂ້າ​ຄາວ​ເມື່ອ​ພວກເຂົາ​ໄດ້​ຫຍັບ​ເຂົ້າ​ໄປ​ໃກ້​ພຣະເຈົ້າຢາເວ​ນັ້ນ.


ເພິ່ນ​ຕ້ອງ​ເອົາ​ໝໍ້ຂາງ​ທີ່​ມີ​ຖ່ານໄຟ​ລຸກ​ແດງ​ຢູ່​ຈາກ​ແທ່ນບູຊາ​ທີ່​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພ້ອມ​ທັງ​ກຳຍານ​ທີ່​ບົດ​ໃຫ້​ລະອຽດ​ແລ້ວ​ສອງ​ກຳ ມາ​ບ່ອນ​ສັກສິດ​ທີ່ສຸດ.


ປະໂຣຫິດ​ທຸກຄົນ​ຈະ​ຕ້ອງ​ປະຕິບັດ​ຕາມ​ລະບຽບການ​ຕ່າງໆ ທີ່​ເຮົາ​ໄດ້​ມອບ​ໃຫ້​ນີ້. ຖ້າບໍ່​ດັ່ງນັ້ນ ພວກເຂົາ​ຈະ​ເຮັດ​ຜິດ​ແລະ​ຕາຍ ເພາະ​ໄດ້​ຝ່າຝືນ​ລະບຽບ​ການ​ອັນ​ສັກສິດ. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ບໍຣິສຸດ.


ໄຟ​ໄດ້ລົງ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ​ໄໝ້​ເຄື່ອງ​ຖວາຍບູຊາ​ແລະ​ສ່ວນ​ຕ່າງໆ​ຂອງ​ໄຂມັນ​ທີ່​ເທິງ​ແທ່ນບູຊາ. ເມື່ອ​ປະຊາຊົນ​ໄດ້​ເຫັນ​ດັ່ງນັ້ນ ພວກເຂົາ​ກໍ​ພາກັນ​ໂຮຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ກ້ອງສະໜັ່ນ ແລະ​ຂາບລົງ​ຈົນ​ໜ້າ​ຈຸ​ດິນ.


ແລະ​ໂມເຊ​ບອກ​ອາໂຣນ​ວ່າ, “ຈົ່ງ​ເອົາ​ໝໍ້ຂາງ​ໄປ​ໃສ່​ຖ່ານໄຟ​ໃນ​ແທ່ນບູຊາ ແລະ​ເອົາ​ເຄື່ອງຫອມ​ໂຮຍ​ໃສ່​ເທິງ​ເພື່ອ​ເຮັດ​ພິທີ​ຊຳລະ​ປະຊາຊົນ​ໄວໆ. ພຣະເຈົ້າຢາເວ​ໂກດຮ້າຍ ແລະ​ເຮັດ​ໃຫ້​ໂຣກ​ລະບາດ​ເກີດຂຶ້ນ​ແລ້ວ.”


ນາດາບ​ແລະ​ອາບີຮູ​ໄດ້​ຕາຍ ຕອນ​ທີ່​ພວກເຂົາ​ໄດ້​ຖວາຍ​ບູຊາ​ໄຟ​ທີ່​ຕ້ອງຫ້າມ​ຕໍ່ໜ້າ​ພຣະເຈົ້າຢາເວ.


“ຢ່າ​ປ່ອຍ​ໃຫ້​ຕະກຸນ​ໂກຮາດ​ຕ້ອງ​ຖືກ​ຂ້າ


ຈົ່ງ​ເຮັດ​ທຸກສິ່ງ​ຕາມ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ໄວ້; ຢ່າ​ຕື່ມ​ສິ່ງໃດ​ສິ່ງໜຶ່ງ ຫລື​ຕັດ​ສິ່ງໃດ​ສິ່ງໜຶ່ງ​ເດັດຂາດ.”


ໂດຍ​ຂາບໄຫວ້​ແລະ​ຮັບໃຊ້​ບັນດາ​ພະອື່ນ ຫລື​ຂາບໄຫວ້​ຕາເວັນ, ເດືອນ ແລະ​ດວງດາວ​ຕ່າງໆ ຊຶ່ງ​ເປັນ​ທີ່​ຕ້ອງ​ຫ້າມ


ຢ່າ​ຕື່ມ​ສິ່ງໃດ​ສິ່ງໜຶ່ງ​ໃສ່​ສິ່ງ​ທີ່​ຂ້າພະເຈົ້າ​ສັ່ງ ແລະ​ຢ່າ​ຕັດ​ສິ່ງໃດ​ສິ່ງໜຶ່ງ​ອອກ. ຈົ່ງ​ຖື​ຮັກສາ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.


ໃນ​ຫ້ອງ​ນັ້ນ ມີ​ແທ່ນ​ຄຳ​ສຳລັບ​ເຜົາ​ເຄື່ອງຫອມ ມີ​ຫີບ​ຫຸ້ມຫໍ່​ດ້ວຍ​ຄຳ​ທຸກ​ດ້ານ​ສຳລັບ​ໃສ່​ພັນທະສັນຍາ ຢູ່​ໃນ​ຫີບ​ນັ້ນ​ມີ​ຂັນ​ຄຳ​ໃສ່​ມານາ​ໄວ້ ມີ​ໄມ້​ຄ້ອນເທົ້າ​ຂອງ​ອາໂຣນ​ທີ່​ປົ່ງ​ຍອດ ແລະ​ມີ​ແຜ່ນ​ຫີນ​ຈາລຶກ​ພັນທະສັນຍາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka