8 ແລ້ວພວກເຂົາກໍຈະເອົາຕ່ອນສັດທັງໝົດ ພ້ອມກັບຫົວແລະໄຂມັນເຜົາໃສ່ໄຟ.
ຈົ່ງເອົາງົວເຖິກສອງໂຕມາ ແລະໃຫ້ພວກເຂົາເລືອກເອົາໂຕໜຶ່ງໄປຕັດເປັນຕ່ອນ ແລ້ວເອົາມາວາງໄວ້ເທິງກອງຟືນ ແຕ່ບໍ່ໃຫ້ດັງໄຟໃສ່. ສ່ວນຂ້າພະເຈົ້າກໍຈະເອົາງົວອີກໂຕໜຶ່ງໄປຕັດເປັນຕ່ອນແລ້ວມາວາງໄວ້ເທິງກອງຟືນ ແຕ່ບໍ່ດັງໄຟໃສ່ຄືກັນ.
ແລ້ວເພິ່ນກໍເອົາຟືນມາລຽນໃສ່ເທິງແທ່ນບູຊາ, ແລ້ວສັ່ງວ່າ, “ຕັດງົວເປັນຕ່ອນໆ ແລະຢອງໄວ້ເທິງກອງຟືນນັ້ນ. ຈົ່ງຕັກນໍ້າໃສ່ໄຫໃຫ້ເຕັມທັງສີ່ໜ່ວຍ ແລະຖອກລົງເທິງເຄື່ອງບູຊາ ແລະເທິງກອງຟືນ.” ພວກເຂົາກໍເຮັດຕາມ.
ວົງຮອບຂອງຂອບໂຕະນັ້ນໄດ້ເຮັດເປັນຊັ້ນກວ້າງເຈັດເຊັນເຄິ່ງ. ຊີ້ນສັດທີ່ຈະຖວາຍບູຊານັ້ນ ພວກເຂົາໄດ້ວາງໄວ້ທີ່ເທິງໂຕະ.
ຫລັງຈາກຊາຍຄົນນັ້ນໄດ້ຕັດຊີ້ນສັດເປັນຕ່ອນໆແລ້ວ ປະໂຣຫິດຜູ້ເຮັດພິທີຈະເອົາຊີ້ນສັດ ເຜົາໃສ່ໄຟພ້ອມທັງຫົວແລະໄຂມັນ.
ການຖວາຍເພື່ອຄວາມສາມັກຄີທຳນັ້ນ ຈົ່ງເອົາສ່ວນໜຶ່ງຂອງສັດມາຖວາຍດ້ວຍໄຟແກ່ພຣະເຈົ້າຢາເວຕາມພິທີຖວາຍອາຫານຄື: ໄຂມັນທີ່ຕິດກັບເຄື່ອງໃນທັງໝົດ
ໝາກໄຂ່ຫລັງສອງໜ່ວຍກັບໄຂມັນທີ່ຕິດຢູ່ໃນນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບ.