6 ແລ້ວລາວກໍຈະລອກໜັງສັດອອກແລະຕັດສັດເປັນຕ່ອນໆ.
ຕໍ່ມາ ພຣະເຈົ້າຢາເວພຣະເຈົ້າໄດ້ໃຫ້ເສື້ອ ທີ່ເຮັດດ້ວຍໜັງສັດແກ່ອາດາມ ແລະເມຍຂອງລາວນຸ່ງ.
ແລ້ວເພິ່ນກໍເອົາຟືນມາລຽນໃສ່ເທິງແທ່ນບູຊາ, ແລ້ວສັ່ງວ່າ, “ຕັດງົວເປັນຕ່ອນໆ ແລະຢອງໄວ້ເທິງກອງຟືນນັ້ນ. ຈົ່ງຕັກນໍ້າໃສ່ໄຫໃຫ້ເຕັມທັງສີ່ໜ່ວຍ ແລະຖອກລົງເທິງເຄື່ອງບູຊາ ແລະເທິງກອງຟືນ.” ພວກເຂົາກໍເຮັດຕາມ.
ວົງຮອບຂອງຂອບໂຕະນັ້ນໄດ້ເຮັດເປັນຊັ້ນກວ້າງເຈັດເຊັນເຄິ່ງ. ຊີ້ນສັດທີ່ຈະຖວາຍບູຊານັ້ນ ພວກເຂົາໄດ້ວາງໄວ້ທີ່ເທິງໂຕະ.
ລູກຊາຍຂອງອາໂຣນຜູ້ເປັນປະໂຣຫິດກໍຈະກອງຟືນ ແລະດັງໄຟຂຶ້ນທີ່ເທິງແທ່ນ.
ຈົ່ງຫັກເຂົ້າຈີ່ນັ້ນເປັນຕ່ອນນ້ອຍໆພ້ອມທັງຖອກນໍ້າມັນໃສ່ ເມື່ອພວກເຈົ້ານຳມາຖວາຍ.
ໜັງສັດທີ່ໄດ້ຖວາຍເປັນເຄື່ອງເຜົາບູຊາແລ້ວ ໃຫ້ເປັນຂອງປະໂຣຫິດຜູ້ເຮັດພິທີ.