Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 1:5 - ພຣະຄຳພີສັກສິ

5 ລາວ​ຈະ​ຕ້ອງ​ຂ້າປາດຄໍ​ງົວເຖິກ​ຢູ່​ທີ່​ນັ້ນ ແລະ​ປະໂຣຫິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ​ຈະ​ຖວາຍ​ເລືອດ​ສັດ​ນັ້ນ ແລ້ວ​ຖອກ​ເລືອດ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ ທີ່​ຕັ້ງ​ຢູ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 1:5
25 Jak'a apnaqawi uñst'ayäwi  

ຫລັງຈາກ​ທີ່​ໄດ້​ຂ້າ​ລູກແກະ​ແລະ​ລູກ​ແບ້ເຖິກ​ແລ້ວ ຊາວ​ເລວີ​ກໍໄດ້​ລອກ​ໜັງ​ສັດ​ອອກ ແລະ​ປະໂຣຫິດ​ໄດ້​ຊິດ​ເລືອດ​ສັດ​ນັ້ນ​ໃສ່​ເທິງ​ແທ່ນບູຊາ.


ແລ້ວ​ໃຫ້​ເຈົ້າ​ຂ້າປາດຄໍ​ງົວເຖິກ​ຊ້ອງໜ້າ​ພຣະເຈົ້າຢາເວ​ຢູ່​ທາງ​ປະຕູເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ຈົ່ງ​ຂ້າ​ແກະ​ນັ້ນ​ແລະ​ເອົາ​ເລືອດ​ຂອງ​ມັນ ໄປ​ຖອກ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ.


ຈົ່ງ​ຕັ້ງ​ແທ່ນເຜົາ​ບູຊາ​ດ້ວຍໄຟ​ໄວ້​ຕໍ່ໜ້າ​ທາງເຂົ້າ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ.


ແຕ່​ບັດນີ້​ຫລາຍ​ຊົນຊາດ​ຈະ​ງຶດງໍ້​ອັດສະຈັນໃຈ ພວກ​ກະສັດ​ກໍ​ຈະ​ອັດສະຈັນໃຈ​ຈົນ​ປາກ​ບໍ່ອອກ. ພວກເຂົາ​ຈະ​ຮູ້ເຫັນ​ແລະ​ທັງ​ຈະ​ເຂົ້າໃຈ ບາງ​ສິ່ງ​ທີ່​ພວກເຂົາ​ບໍ່ເຄີຍ​ຮູ້ເຫັນ​ຈັກເທື່ອ.”


ເຮົາ​ຈະ​ເອົາ​ນໍ້າ​ສະອາດ​ຫົດສົງ​ພວກເຈົ້າ​ໃຫ້​ພົ້ນ​ມົນທິນ​ທັງໝົດ ອັນ​ເນື່ອງ​ມາ​ຈາກ​ການຂາບໄຫວ້​ຮູບເຄົາຣົບ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ. ເມື່ອ​ແທ່ນບູຊາ​ໄດ້​ຖືກ​ສ້າງ​ຂຶ້ນ​ແລ້ວ ໃຫ້​ເຈົ້າ​ຖວາຍ​ແທ່ນ​ນັ້ນ​ໂດຍ​ເຜົາ​ເຄື່ອງ​ບູຊາ​ໃສ່​ເທິງ​ແທ່ນ ແລະ​ຊິດ​ເລືອດ​ຂອງ​ສັດ​ທີ່​ເຈົ້າ​ໄດ້​ຂ້າ​ຖວາຍບູຊາ​ໃສ່​ດ້ວຍ.


ລາວ​ຈະ​ຕ້ອງ​ຂ້າປາດຄໍ​ສັດ​ນັ້ນ​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ບັນດາ​ພວກ​ລູກຊາຍ​ຂອງ​ອາໂຣນ​ຊຶ່ງ​ເປັນ​ປະໂຣຫິດ ກໍ​ຈະ​ຖອກ​ເລືອດ​ສັດ​ນັ້ນ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ.


ປະໂຣຫິດ​ຈະ​ຕ້ອງ​ນຳ​ນົກ​ນັ້ນ​ມາ​ທີ່​ແທ່ນບູຊາ ບິດ​ຄໍ​ນົກ​ໃຫ້​ຕາຍ ແລະ​ເຜົາ​ຫົວ​ນົກ​ເທິງ​ແທ່ນບູຊາ, ບີບ​ເລືອດ​ນົກ​ໃຫ້​ໄຫຼ​ອອກ​ທາງ​ຂ້າງ​ແທ່ນບູຊາ.


ຫລັງຈາກ​ນັ້ນ ເພິ່ນ​ຈະ​ຕ້ອງ​ຂ້າ​ແບ້​ເພື່ອ​ຖວາຍ​ລຶບລ້າງ​ບາບ​ຂອງ​ປະຊາຊົນ ແລ້ວ​ນຳ​ເລືອດ​ແບ້​ນັ້ນ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ ເພື່ອ​ຊິດ​ໃສ່​ເທິງ​ຝາອັດ​ຫີບ​ແລະ​ຊິດ​ໃສ່​ທາງ​ດ້ານ​ໜ້າ​ຂອງ​ຫີບ​ພັນທະສັນຍາ ແບບ​ດຽວ​ກັບ​ຊິດ​ເລືອດ​ຂອງ​ງົວເຖິກ​ໜຸ່ມ.


ຊີວິດ​ຂອງ​ທຸກໆ​ສິ່ງ​ທີ່​ເປັນ​ຢູ່​ແມ່ນ​ຢູ່​ໃນ​ເລືອດ; ເພາະສະນັ້ນ ເຮົາ​ຈຶ່ງ​ໄດ້​ສັ່ງ​ໃຫ້​ຖອກ​ເລືອດ​ທຸກ​ຊະນິດ​ໃສ່​ເທິງ​ແທ່ນບູຊາ ເພື່ອ​ລຶບລ້າງ​ການບາບ​ທຸກຢ່າງ​ຂອງ​ປະຊາຊົນ. ເລືອດ​ສາມາດ​ລຶບລ້າງ​ບາບ​ໄດ້ ເພາະ​ແມ່ນ​ຊີວິດ.


ຈົ່ງ​ໃຫ້​ຜູ້ນັ້ນ​ວາງ​ມື​ລົງ​ເທິງ​ຫົວ​ຂອງ​ມັນ ແລະ​ຂ້າປາດຄໍ​ແບ້​ນັ້ນ​ຢູ່​ທາງ​ດ້ານໜ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ພວກ​ປະໂຣຫິດ​ຈະ​ຕ້ອງ​ຖອກ​ເລືອດ​ແບ້​ນັ້ນ ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ


ຊາຍ​ຄົນ​ນັ້ນ​ຈະ​ຕ້ອງ​ວາງ​ມື​ໃສ່​ເທິງ​ຫົວ​ສັດ ແລະ​ຂ້າປາດຄໍ​ສັດ​ທີ່​ທາງ​ເຂົ້າ​ປະຕູ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ປະໂຣຫິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ ຈະ​ຖອກ​ເລືອດ​ງົວ​ໃສ່​ຂ້າງ​ແທ່ນບູຊາ​ທັງ​ສີ່​ຂ້າງ.


ຈົ່ງ​ໃຫ້​ຜູ້ນັ້ນ​ວາງ​ມື​ລົງ​ເທິງ​ຫົວ​ແກະ ແລະ​ຂ້າປາດຄໍ​ສັດ​ນັ້ນ​ທີ່​ທາງ​ດ້ານໜ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ບັນດາ​ປະໂຣຫິດ​ຈະ​ຕ້ອງ​ຖອກ​ເລືອດ​ແກະ​ນັ້ນ​ໃສ່​ຂ້າງ​ທັງ​ສີ່​ຂອງ​ແທ່ນບູຊາ


ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ຂ້າປາດຄໍ​ມັນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ ບ່ອນ​ຂ້າ​ສັດ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ.


ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ​ນັ້ນ ແລະ​ຂ້າປາດຄໍ​ມັນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ​ດ້ວຍ​ໄຟ.


ແລ້ວ​ເພິ່ນ​ກໍ​ຈະ​ເອົາ​ເລືອດ​ບາງ​ສ່ວນ ທາ​ໃສ່​ເຂົາ​ຂອງ​ແຈ​ແທ່ນ​ທີ່​ໃຊ້​ເຜົາ​ເຄື່ອງຫອມ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ. ສ່ວນ​ເລືອດ​ທີ່​ເຫຼືອ​ນັ້ນ ເພິ່ນ​ຈະ​ຖອກ​ໃສ່​ຕີນ​ແທ່ນ​ທີ່​ໃຊ້​ເຜົາ​ຖວາຍບູຊາ ແທ່ນ​ນີ້​ຢູ່​ໃກ້​ປະຕູເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ເມື່ອ​ຂ້າພະເຈົ້າ​ມາ​ນະມັດສະການ​ພຣະເຈົ້າຢາເວ ແລະ​ກົ້ມຂາບ​ຕໍ່ໜ້າ​ພຣະເຈົ້າ​ແຫ່ງ​ຟ້າສະຫວັນ ຂ້າພະເຈົ້າ​ຈະ​ເອົາ​ຫຍັງ​ມາ​ຖວາຍ​ແກ່​ພຣະອົງ? ຂ້າພະເຈົ້າ​ຈະ​ນຳ​ເອົາ​ລູກ​ງົວ​ໂຕ​ຕຸ້ຍພີ​ດີທີ່ສຸດ ມາ​ເຜົາ​ເປັນ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະອົງ​ບໍ?


ແຕ່​ລູກຫົວປີ​ຂອງ​ງົວ, ແກະ ແລະ​ແບ້​ໄຖ່ຄືນ​ໄວ້​ບໍ່ໄດ້; ສັດ​ເຫຼົ່ານີ້​ເປັນ​ຂອງເຮົາ​ຢ່າງ​ສົມບູນ ແລະ​ໃຫ້​ພວກເຈົ້າ​ຂ້າ​ຖວາຍບູຊາ​ແກ່​ເຮົາ. ຈົ່ງ​ຖອກ​ເລືອດ​ໃສ່​ແທ່ນບູຊາ ແລະ​ເຜົາ​ໄຂມັນ​ຕາມ​ພິທີ​ຖວາຍບູຊາ​ດ້ວຍ​ໄຟ ກິ່ນ​ຫອມຫວນ​ນັ້ນ​ຈຶ່ງ​ເປັນ​ທີ່​ພໍໃຈ​ແກ່​ພຣະເຈົ້າຢາເວ.


ຝ່າຍ​ປະໂຣຫິດ​ທຸກຄົນ ກໍ​ປະຕິບັດ​ໜ້າທີ່​ຂອງຕົນ​ທຸກ​ວັນ ແລະ​ນຳ​ເຄື່ອງ​ບູຊາ​ແບບ​ດຽວກັນ​ມາ​ຖວາຍ​ເລື້ອຍໆ ແຕ່​ເຄື່ອງ​ບູຊາ​ເຫຼົ່ານັ້ນ ບໍ່​ສາມາດ​ຊຳລະ​ບາບກຳ​ໃຫ້​ໝົດ​ສິ້ນ​ໄປ​ໄດ້​ຈັກເທື່ອ.


ມາ​ເຖິງ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ຜູ້​ກາງ​ຝ່າຍ​ພັນທະສັນຍາ​ໃໝ່ ແລະ​ມາ​ເຖິງ​ພຣະ​ໂລຫິດ​ຊຶ່ງ​ຊິດ​ໃສ່​ແລ້ວ ທີ່​ມີ​ສຽງ​ຮ້ອງ​ອັນ​ດີກວ່າ​ເລືອດ​ຂອງ​ອາເບັນ​ອີກ.


ຄື​ຜູ້​ທີ່​ພຣະເຈົ້າ ພຣະບິດາເຈົ້າ​ໄດ້​ຊົງ​ເລືອກ​ໄວ້​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ຮູ້​ລ່ວງໜ້າ​ໄວ້​ກ່ອນ ເພື່ອ​ພຣະວິນຍານ​ຈະ​ຊົງ​ຊຳລະ​ໃຫ້​ບໍຣິສຸດ ຈະ​ໃຫ້​ນົບ​ນ້ອມ​ເຊື່ອຟັງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຈະ​ໃຫ້​ຮັບ​ການ​ຊຳລະ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ. ຂໍ​ພຣະຄຸນ ແລະ​ສັນຕິສຸກ​ຈົ່ງ​ບັງເກີດ​ທະວີຄູນ​ແກ່​ເຈົ້າ​ທັງຫລາຍ​ເທີ້ນ.


ຫລັງຈາກ​ຂ້າ​ງົວ​ແລ້ວ ພວກເຂົາ​ກໍ​ນຳ​ເອົາ​ເດັກນ້ອຍ​ມາ​ຫາ​ເອລີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka