Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 1:4 - ພຣະຄຳພີສັກສິ

4 ຜູ້ນຳ​ສັດ​ມາ​ຖວາຍ​ນັ້ນ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ພຣະອົງ​ພໍໃຈ​ຮັບ​ເອົາ​ສັດ​ນັ້ນ ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 1:4
44 Jak'a apnaqawi uñst'ayäwi  

ຈົ່ງ​ໃຫ້​ອາໂຣນ​ໃສ່​ເຄື່ອງ​ປະດັບ​ນັ້ນ​ປິ່ນ​ມາ​ທາງ​ໜ້າ ເພື່ອ​ວ່າ​ພຣະເຈົ້າຢາເວ​ຈະ​ຮັບ​ເອົາ​ການ​ຖວາຍ​ທຸກຢ່າງ ທີ່​ປະຊາຊົນ​ອິດສະຣາເອນ​ຖວາຍ ເຖິງ​ແມ່ນ​ວ່າ​ປະຊາຊົນ​ໄດ້​ເຮັດ​ຜິດ​ບາງສິ່ງ​ບາງຢ່າງ​ໃນ​ການ​ຖວາຍ​ກໍຕາມ.


ຈົ່ງ​ເອົາ​ງົວເຖິກ​ມາ​ທາງ​ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ບອກ​ອາໂຣນ​ພ້ອມ​ພວກ​ລູກຊາຍ​ຂອງ​ລາວ ວາງ​ມື​ລົງ​ເທິງ​ຫົວ​ງົວເຖິກ​ນັ້ນ.


ຈົ່ງ​ເອົາ​ແກະເຖິກ​ໂຕໜຶ່ງ​ມາ ແລະ​ບອກ​ໃຫ້​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ວາງ​ມື​ລົງ​ເທິງ​ຫົວ​ຂອງ​ມັນ.


ຈົ່ງ​ນຳ​ແກະເຖິກ​ໂຕໜຶ່ງ​ມາ​ອີກ ຄື​ໂຕ​ທີ່​ຈະ​ໃຊ້​ໃນ​ການ​ອຸທິດ​ຖວາຍ​ຕົວ​ນັ້ນ ແລ້ວ​ຈົ່ງ​ບອກ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ວາງ​ມື​ລົງ​ເທິງ​ຫົວ​ຂອງ​ມັນ.


ພວກເຂົາ​ຈະ​ກິນ​ຂອງ​ທີ່​ໄດ້​ໃຊ້​ແລ້ວ​ໃນ​ພິທີ​ລຶບລ້າງ​ບາບ ສຳລັບ​ການ​ສະຖາປະນາ​ນັ້ນ​ກໍໄດ້. ມີ​ແຕ່​ປະໂຣຫິດ​ເທົ່ານັ້ນ​ທີ່​ກິນ​ໄດ້​ເພາະ​ແມ່ນ​ອາຫານ​ບໍຮິສຸດ.


“ເຮົາ​ຈະ​ນຳ​ພວກເຈົ້າ​ໄປ​ຍັງ​ຊີໂອນ ເນີນພູ​ສັກສິດ​ຂອງເຮົາ ເພື່ອ​ໃຫ້​ພວກເຈົ້າ​ມີ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ເຮືອນ​ຂອງເຮົາ​ສຳລັບ​ພາວັນນາ​ອະທິຖານ ແລະ​ເຮົາ​ຈະ​ຮັບ​ເຄື່ອງບູຊາ​ຊຶ່ງ​ພວກເຈົ້າ​ຖວາຍ​ທີ່​ເທິງ​ແທ່ນ​ຂອງເຮົາ. ພຣະວິຫານ​ຂອງເຮົາ​ຈະ​ເປັນ​ທີ່​ເອີ້ນ​ວ່າ, ‘ວິຫານ​ແຫ່ງ​ການ​ໄຫວ້ວອນ​ສຳລັບ​ທຸກ​ຊົນຊາດ.”’


ເຈັດ​ເທື່ອ​ເຈັດສິບ​ປີ​ນັ້ນ​ແມ່ນ​ໄລຍະ​ເວລາ ທີ່​ພຣະເຈົ້າ​ໄດ້​ກຳນົດ​ໃຫ້​ປະຊາຊົນ​ແລະ​ເມືອງ​ອັນ​ສັກສິດ​ຂອງ​ເຈົ້າ ເລີກ​ເຮັດ​ບາບ​ແລະ​ເລີກ​ເຮັດ​ຊົ່ວ. ບາບ​ຈະ​ໄດ້​ຮັບ​ການອະໄພ ແລະ​ຄວາມ​ຍຸດຕິທຳ​ອັນ​ຖາວອນ​ຈະ​ປາກົດ​ມີ​ມາ ເພື່ອ​ວ່າ​ນິມິດ ແລະ​ຖ້ອຍຄຳ​ຂອງ​ຜູ້ທຳນວາຍ​ຈະ​ກາຍເປັນຈິງ ແລະ​ເພື່ອ​ພຣະວິຫານ​ອັນ​ສັກສິດ ຈະ​ໄດ້​ຖືກ​ຢຶດ​ຖວາຍ​ຄືນ​ໃໝ່​ໃຫ້​ແກ່​ພຣະເຈົ້າ.


ເພິ່ນ​ຈະ​ວາງ​ມື​ທັງສອງ​ຂອງ​ເພິ່ນ​ລົງ​ເທິງ​ຫົວ​ແບ້ ແລະ​ສາລະພາບ​ສິ່ງ​ຊົ່ວຮ້າຍ​ທຸກຢ່າງ, ການບາບ​ນາໆ​ຊະນິດ ແລະ​ການ​ທໍລະຍົດ​ທຸກປະການ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ຢອງ​ສິ່ງ​ທັງໝົດ​ນີ້​ທີ່​ເທິງ​ຫົວ​ຂອງ​ແບ້​ໂຕ​ນັ້ນ. ຕໍ່ມາ​ແບ້​ໂຕ​ນີ້ ກໍ​ຈະ​ຖືກ​ນຳ​ອອກ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ຊາຍ​ທີ່​ໄດ້​ຖືກ​ເລືອກ​ໄວ້.


ເພິ່ນ​ຕ້ອງ​ອາບນໍ້າ​ຊຳລະ​ຕົວ​ໃນ​ບ່ອນ​ສັກສິດ ແລະ​ນຸ່ງ​ເຄື່ອງ​ແຕ່ງກາຍ​ຂອງ​ຕົນເອງ​ຄືນ. ຫລັງຈາກ​ນັ້ນ ເພິ່ນ​ຈະ​ຕ້ອງ​ອອກ​ໄປ​ຂ້າງ​ນອກ ເພື່ອ​ຖວາຍ​ເຄື່ອງ​ເຜົາບູຊາ​ລຶບລ້າງ​ການບາບ​ຂອງຕົນ​ແລະ​ຂອງ​ປະຊາຊົນ.


ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ນຳ​ເຄື່ອງ​ມາ​ຖວາຍ ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ ບໍ່​ວ່າ​ຈະ​ເປັນ​ເຄື່ອງ​ຖວາຍ​ເພື່ອ​ແກ້​ບະບົນ ຫລື​ດ້ວຍ​ໃຈ​ສັດທາ​ກໍດີ ສັດ​ທີ່​ຈະ​ຖວາຍ​ນັ້ນ​ຕ້ອງ​ເປັນ​ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ ຈຶ່ງ​ຈະ​ເປັນ​ທີ່​ຍອມ​ຮັບ​ເອົາ​ໄດ້.


ຈົ່ງ​ໃຫ້​ຜູ້ນັ້ນ​ວາງ​ມື​ລົງ​ເທິງ​ຫົວ​ຂອງ​ມັນ ແລະ​ຂ້າປາດຄໍ​ແບ້​ນັ້ນ​ຢູ່​ທາງ​ດ້ານໜ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ພວກ​ປະໂຣຫິດ​ຈະ​ຕ້ອງ​ຖອກ​ເລືອດ​ແບ້​ນັ້ນ ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ


ຊາຍ​ຄົນ​ນັ້ນ​ຈະ​ຕ້ອງ​ວາງ​ມື​ໃສ່​ເທິງ​ຫົວ​ສັດ ແລະ​ຂ້າປາດຄໍ​ສັດ​ທີ່​ທາງ​ເຂົ້າ​ປະຕູ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ປະໂຣຫິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ ຈະ​ຖອກ​ເລືອດ​ງົວ​ໃສ່​ຂ້າງ​ແທ່ນບູຊາ​ທັງ​ສີ່​ຂ້າງ.


ຈົ່ງ​ໃຫ້​ຜູ້ນັ້ນ​ວາງ​ມື​ລົງ​ເທິງ​ຫົວ​ແກະ ແລະ​ຂ້າປາດຄໍ​ສັດ​ນັ້ນ​ທີ່​ທາງ​ດ້ານໜ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ບັນດາ​ປະໂຣຫິດ​ຈະ​ຕ້ອງ​ຖອກ​ເລືອດ​ແກະ​ນັ້ນ​ໃສ່​ຂ້າງ​ທັງ​ສີ່​ຂອງ​ແທ່ນບູຊາ


ບັນດາ​ຜູ້ນຳ​ຂອງ​ຊຸມຊົນ​ອິດສະຣາເອນ ຈະ​ຕ້ອງ​ເອົາ​ມື​ວາງ​ລົງ​ເທິງ​ຫົວ​ງົວ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຂ້າປາດຄໍ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ.


ເພິ່ນ​ຈະ​ເຮັດ​ຢ່າງ​ດຽວກັນ​ກັບ​ງົວ ທີ່​ຖວາຍ​ເພື່ອ​ລຶບລ້າງ​ບາບ​ຂອງຕົນ ແລະ​ໂດຍ​ພິທີ​ນີ້ ເພິ່ນ​ຈະ​ຕ້ອງ​ຖວາຍບູຊາ​ລຶບລ້າງ​ບາບ​ແກ່​ປະຊາຊົນ ແລະ​ປະຊາຊົນ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ປາດ​ຄໍ​ສັດ​ນັ້ນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ ບ່ອນ​ຂ້າ​ສັດ​ຖວາຍ​ບູຊາ​ດ້ວຍ​ໄຟ​ຕໍ່ໜ້າ​ພຣະເຈົ້າຢາເວ.


ແລ້ວ​ເພິ່ນ​ກໍ​ຈະ​ເຜົາ​ໄຂມັນ​ທັງໝົດ ດັ່ງ​ເຜົາ​ໄຂມັນ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ຜູ້ປົກຄອງ ແລະ​ຜູ້ປົກຄອງ​ນັ້ນ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ຂ້າປາດຄໍ​ມັນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ ບ່ອນ​ຂ້າ​ສັດ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ.


ແລ້ວ​ເພິ່ນ​ກໍ​ຈະ​ປາດ​ເອົາ​ໄຂມັນ​ທັງໝົດ​ຂອງ​ສັດ​ໂຕ​ນັ້ນ​ອອກ ດັ່ງ​ປາດ​ເອົາ​ໄຂມັນ​ຂອງ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເພິ່ນ​ຈະ​ຕ້ອງ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ ໃຫ້​ກິ່ນ​ຫອມຫວນ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ​ນັ້ນ ແລະ​ຂ້າປາດຄໍ​ມັນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ​ດ້ວຍ​ໄຟ.


ແລ້ວ​ເພິ່ນ​ກໍ​ຈະ​ປາດ​ເອົາ​ໄຂມັນ​ທັງໝົດ​ຂອງ​ສັດ​ໂຕ​ນັ້ນ​ອອກ ດັ່ງ​ປາດ​ເອົາ​ໄຂມັນ​ຂອງ​ແກະ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ປະໂຣຫິດ​ກໍ​ຈະ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ ເປັນ​ການ​ຖວາຍ​ອາຫານ​ແກ່​ພຣະເຈົ້າຢາເວ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ເພິ່ນ​ຈະ​ຕ້ອງ​ນຳ​ງົວເຖິກ​ໂຕ​ນັ້ນ​ໄປ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ອົງພຣະ​ຜູ້​ເປັນເຈົ້າ, ໃຫ້​ລາວ​ວາງ​ມື​ຂອງ​ຕົນ​ລົງ​ເທິງ​ຫົວ​ສັດ ແລະ​ຂ້າປາດຄໍ​ມັນ​ຢູ່​ໃນ​ທີ່ນັ້ນ​ຕໍ່ໜ້າ​ພຣະເຈົ້າຢາເວ.


ແລະ​ເພື່ອ​ເປັນ​ການ​ໄຖ່​ໂທດ​ສຳລັບ​ບາບ​ນັ້ນ ລາວ​ຕ້ອງ​ນຳ​ແກະແມ່​ຫລື​ແບ້​ແມ່​ໂຕໜຶ່ງ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ປະໂຣຫິດ​ຈະ​ເປັນ​ຜູ້​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ.


ປະໂຣຫິດ​ຈະ​ຕ້ອງ​ຖວາຍບູຊາ​ລຶບລ້າງ​ບາບ​ໃຫ້​ຜູ້ນັ້ນ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ແລ້ວ​ໂມເຊ​ກໍໄດ້​ນຳ​ງົວເຖິກ​ມາ​ເພື່ອ​ຖວາຍ​ລຶບລ້າງ​ບາບ. ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ພາກັນ​ວາງ​ມື​ລົງ​ເທິງ​ຫົວ​ສັດ.


ຕໍ່ມາ ໂມເຊ​ໄດ້​ນຳ​ແກະເຖິກ​ມາ ເພື່ອ​ເຜົາບູຊາ. ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ວາງ​ມື​ລົງ​ເທິງ​ຫົວ​ສັດ.


ຕໍ່ມາ​ອີກ ໂມເຊ​ໄດ້​ນຳ​ແກະເຖິກ ໂຕ​ທີ​ສອງ​ມາ ຊຶ່ງ​ເປັນ​ແກະ​ທີ່​ຖວາຍ​ສຳລັບ​ການ​ສະຖາປະນາ​ປະໂຣຫິດ. ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ວາງ​ມື​ລົງ​ເທິງ​ຫົວ​ສັດ.


ແລ້ວ​ໂມເຊ​ກໍ​ກ່າວ​ແກ່​ອາໂຣນ​ວ່າ, “ຈົ່ງ​ໄປ​ທີ່​ແທ່ນບູຊາ​ແລະ​ເຮັດ​ພິທີ​ຖວາຍບູຊາ​ລຶບລ້າງ​ບາບ ແລະ​ພິທີ​ເຜົາບູຊາ​ເພື່ອ​ລຶບລ້າງ​ການບາບ​ຂອງ​ພວກເຈົ້າ​ແລະ​ຂອງ​ປະຊາຊົນ. ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ນີ້​ເພື່ອ​ລຶບລ້າງ​ການບາບ​ຂອງ​ປະຊາຊົນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ທຸກປະການ.”


ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ບາບ​ສຳລັບ​ຊຸມຊົນ​ອິດສະຣາເອນ ແລະ​ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການອະໄພ ເພາະ​ແມ່ນ​ຄວາມ​ຜິດພາດ​ທີ່​ໄດ້​ເກີດຂຶ້ນ​ໂດຍ​ບໍ່ຕັ້ງໃຈ ແລະ​ພວກເຂົາ​ກໍໄດ້​ນຳ​ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ ຕາມ​ພິທີ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ​ແລ້ວ.


ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ບາບ​ໃຫ້​ຜູ້ທີ່​ເຮັດ​ບາບ​ໂດຍ​ບໍ່ຕັ້ງໃຈ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ລາວ​ກໍ​ຈະ​ໄດ້​ຮັບ​ການອະໄພ.


ຄື​ລາວ​ຕະຫລອດ​ທັງ​ເຊື້ອສາຍ​ຂອງ​ລາວ​ຈະ​ໄດ້​ເປັນ​ປະໂຣຫິດ​ຮັບໃຊ້​ເຮົາ​ສືບໆໄປ ເພາະວ່າ​ລາວ​ໄດ້​ຈັດການ​ຢ່າງ​ເດັດຂາດ​ກັບ​ທຸກໆ​ຄົນ​ທີ່​ກະບົດ​ຕໍ່​ເຮົາ ແລະ​ໄດ້​ເຮັດ​ໃຫ້​ເຮົາ​ຍົກໂທດ​ປະຊາຊົນ​ອິດສະຣາເອນ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ.”


ຈົ່ງ​ໃຫ້​ພວກ​ເລວີ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຊົນຊາດ​ອິດສະຣາເອນ​ເອົາ​ມື​ວາງ​ທີ່​ເທິງ​ຫົວ​ຂອງ​ພວກ​ເລວີ,


ແລ້ວ​ໃຫ້​ພວກ​ເລວີ​ວາງ​ມື​ລົງ​ເທິງ​ຫົວ​ງົວເຖິກໜຸ່ມ​ສອງ​ໂຕ​ນັ້ນ; ໂຕໜຶ່ງ​ໃຫ້​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ອີກ​ໂຕໜຶ່ງ​ນັ້ນ​ໃຫ້​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ ເພື່ອ​ເປັນ​ພິທີ​ຊຳລະ​ພວກ​ເລວີ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ໂດຍ​ເຫັນ​ແກ່​ພຣະ​ເມດຕາ​ກະລຸນາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຖວາຍ​ຕົວ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ອັນ​ມີ​ຊີວິດ ເປັນ​ອັນ​ບໍຣິສຸດ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ຊຶ່ງ​ເປັນ​ການ​ນະມັດສະການ​ໃຫ້​ສົມ​ກັບ​ຝ່າຍ​ວິນຍານ​ຂອງ​ເຈົ້າ​ທັງຫລາຍ.


ທີ່​ພຣະເຈົ້າ​ໄດ້​ຊົງ​ໃຫ້​ປາກົດ​ນັ້ນ ເພື່ອ​ໃຫ້​ເປັນ​ຜູ້​ໄຖ່​ໂທດ​ແທນ​ບາບກຳ ໂດຍ​ຄວາມເຊື່ອ​ໃນ​ພຣະ​ໂລຫິດ​ຂອງ​ພຣະອົງ ອັນ​ນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ຄວາມ​ຍຸດຕິທຳ​ຂອງ​ພຣະເຈົ້າ ໃນ​ການ​ທີ່​ພຣະອົງ​ໄດ້​ຊົງ​ອົດກັ້ນ​ພຣະໄທ​ໄວ້ ແລະ​ບໍ່ໄດ້​ຊົງ​ລົງໂທດ​ມະນຸດ​ທີ່​ໄດ້​ເຮັດ​ຜິດ​ໄປ​ແລ້ວ​ນັ້ນ


ບໍ່​ພຽງແຕ່​ເທົ່ານັ້ນ ພວກເຮົາ​ຍັງ​ຊື່ນຊົມ​ຍິນດີ​ໃນ​ພຣະເຈົ້າ​ໂດຍ​ທາງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ເປັນ​ເຫດ​ໃຫ້​ເຮົາ​ທັງຫລາຍ​ໄດ້​ຄືນ​ດີ​ກັບ​ພຣະເຈົ້າ.


ເຮົາ​ໄດ້​ຮັບ​ຄົບ​ຈຳນວນ ແລະ​ມີ​ບໍຣິບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມໃຈ​ຢູ່ ເພາະ​ໄດ້​ຮັບ​ຂອງ​ຈາກ​ເອປາໂຟດີໂຕ ຊຶ່ງ​ເຈົ້າ​ທັງຫລາຍ​ສົ່ງ​ໄປ​ໃຫ້ ເປັນ​ຂອງ​ຖວາຍ​ທີ່​ມີ​ກິ່ນ​ຫອມຫວານ ເປັນ​ເຄື່ອງ​ບູຊາ​ທີ່​ຊົງ​ໂຜດ​ຮັບ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ດ້ວຍວ່າ, ເລືອດ​ງົວເຖິກ​ແລະ​ເລືອດ​ແບ້ ບໍ່​ສາມາດ​ຊຳລະ​ຄວາມ​ບາບ​ໃຫ້​ໝົດ​ສິ້ນ​ໄປ​ໄດ້​ຈັກເທື່ອ.


ແມ່ນ​ດ້ວຍ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ຊົງ​ຍົກ​ການບາບ​ຂອງ​ພວກເຮົາ​ເສຍ ແລະ​ບໍ່ແມ່ນແຕ່​ການບາບ​ຂອງ​ພວກເຮົາ​ຜູ້​ດຽວ, ແຕ່​ທັງ​ການບາບ​ຂອງ​ມະນຸດ​ທັງປວງ​ໃນ​ໂລກ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka