ລະບຽບ^ພວກເລວີ 1:3 - ພຣະຄຳພີສັກສິ3 ຖ້າຜູ້ນັ້ນນຳສັດໂຕໜຶ່ງຂອງຕົນມາເຜົາຖວາຍບູຊາ ລາວຕ້ອງຖວາຍງົວເຖິກໂຕທີ່ມີສຸຂະພາບດີ ແລະບໍ່ມີຕຳໜິ. ລາວຕ້ອງນຳສັດໂຕນັ້ນມາທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມ ຕໍ່ໜ້າພຣະເຈົ້າຢາເວ ເພື່ອວ່າພຣະອົງຈະຮັບເອົາການຖວາຍຂອງລາວ. Uka jalj uñjjattʼäta |
ໃນດິນແດນນັ້ນ ຄືທີ່ເທິງພູເຂົາສັກສິດຂອງເຮົາ ທີ່ເທິງພູເຂົາສູງຂອງຊາດອິດສະຣາເອນ ຊາວອິດສະຣາເອນທຸກທົ່ວໜ້າຕ່າງກໍຈະຮັບໃຊ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ. ເຮົາຈະພໍໃຈກັບພວກເຈົ້າແລະຫວັງວ່າ ຈະໃຫ້ພວກເຈົ້ານຳເຄື່ອງບູຊາມາຖວາຍແກ່ເຮົາ ຄືເຄື່ອງອັນດີທີ່ສຸດແລະເຄື່ອງອັນສັກສິດຂອງພວກເຈົ້າ.
ພ້ອມກັບເຂົ້າຈີ່ນັ້ນ ຈົ່ງໃຫ້ຊຸມຊົນອິດສະຣາເອນ ນຳລູກແກະເຈັດໂຕອາຍຸໜຶ່ງປີ, ງົວເຖິກໜຸ່ມໜຶ່ງໂຕ ແລະແບ້ເຖິກໜຸ່ມສອງໂຕ ມາຖວາຍ ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ. ພວກເຂົາຈະຕ້ອງເຜົາສັດເຫຼົ່ານີ້ຖວາຍບູຊາແກ່ພຣະເຈົ້າຢາເວ ຄູ່ກັນໄປກັບການຖວາຍພືດຜົນເປັນເມັດແລະເຫຼົ້າອະງຸ່ນ. ກິ່ນຫອມຫວນຂອງເຄື່ອງຖວາຍບູຊານີ້ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
“ຂໍໃຫ້ຄຳສາບແຊ່ງຕົກຖືກຄົນຂີ້ໂກງ ຜູ້ຖວາຍສັດທີ່ໜ້າຂີ້ດຽດແກ່ເຮົາ ເມື່ອຢູ່ໃນຝູງມີສັດໂຕດີທີ່ຕົນໄດ້ສັນຍາວ່າຈະຖວາຍໃຫ້ແກ່ອົງພຣະຜູ້ເປັນເຈົ້າ ດ້ວຍວ່າ, ເຮົາເປັນກະສັດຜູ້ຍິ່ງໃຫຍ່ ແລະນາມຊື່ຂອງເຮົາເປັນທີ່ຢຳເກງໃນທ່າມກາງບັນດາປະຊາຊາດ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.
ພວກເຈົ້າຕ້ອງຖວາຍງົວເຖິກໂຕໜຶ່ງ, ແກະເຖິກໂຕໜຶ່ງ, ແກະ ຫລືແບ້ໂຕໜຶ່ງແກ່ພຣະເຈົ້າຢາເວກໍໄດ້ ຕາມພິທີເຜົາສັດທັງໂຕຖວາຍບູຊາດ້ວຍໄຟ ຫລືຖວາຍບູຊາອັນເນື່ອງມາຈາກຜົນສຳເລັດໃນການບະບົນໄວ້ ຫລືຖວາຍບູຊາຕາມໃຈສະໝັກ ຫລືຖວາຍບູຊາໃນວັນສະຫລອງເທດສະການຕ່າງໆຕາມປົກກະຕິ ກິ່ນຫອມຫວນຂອງເຄື່ອງບູຊາເຫຼົ່ານີ້ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.