Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 1:14 - ພຣະຄຳພີສັກສິ

14 ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ນົກ​ເປັນ​ເຄື່ອງ​ເຜົາບູຊາ​ແກ່​ພຣະເຈົ້າຢາເວ ຕ້ອງ​ໃຫ້​ແມ່ນ​ນົກເຂົາ​ຫລື​ນົກ​ກາງແກ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 1:14
10 Jak'a apnaqawi uñst'ayäwi  

ພຣະອົງ​ຕອບ​ວ່າ, “ເຈົ້າ​ຈົ່ງ​ເອົາ​ງົວແມ່​ໂຕໜຶ່ງ ແບ້​ແມ່​ໂຕໜຶ່ງ ແກະເຖິກ​ໂຕໜຶ່ງ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ມີ​ອາຍຸ​ສາມ​ປີ ແລະ​ນົກເຂົາ​ໂຕໜຶ່ງ​ກັບ​ນົກ​ກາງແກ​ໜຸ່ມ​ໂຕໜຶ່ງ ມາ​ຖວາຍ​ແກ່​ເຮົາ.”


ຖ້າ​ນາງ​ບໍ່​ສາມາດ​ຖວາຍ​ລູກແກະ​ໄດ້ ຕ້ອງ​ໃຫ້​ນຳ​ນົກເຂົາ​ຫລື​ນົກ​ກາງແກ​ສອງ​ໂຕ​ມາ; ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ ແລະ​ອີກ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ. ປະໂຣຫິດ​ຈະ​ຖວາຍບູຊາ​ຊຳລະ​ມົນທິນ​ໃຫ້​ແກ່​ນາງ ແລະ​ຍິງ​ນັ້ນ​ກໍ​ຈະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.


ແລ້ວ​ລາວ​ກໍ​ຈະ​ເຜົາ​ນົກ​ໂຕ​ທີ​ສອງ​ຖວາຍບູຊາ​ຕາມ​ລະບຽບ​ການ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ຖ້າ​ຊາຍ​ຄົນ​ໜຶ່ງ​ບໍ່​ສາມາດ​ຖວາຍ​ນົກ​ກາງແກ​ຫລື​ນົກເຂົາ​ສອງ​ໂຕ​ໄດ້ ຕ້ອງ​ໃຫ້​ລາວ​ນຳ​ແປ້ງ​ໜຶ່ງ​ກິໂລກຼາມ ມາ​ຖວາຍ​ເປັນ​ການ​ລຶບລ້າງ​ບາບ. ລາວ​ບໍ່​ຕ້ອງ​ເອົາ​ນໍ້າມັນ​ໝາກກອກເທດ ຫລື​ເຄື່ອງຫອມ​ໃສ່​ໃນ​ແປ້ງ​ນັ້ນ ເພາະວ່າ​ແມ່ນ​ການ​ຖວາຍ​ລຶບລ້າງ​ບາບ ແລະ​ບໍ່ແມ່ນ​ການ​ຖວາຍ​ພືດຜົນ​ເປັນເມັດ.


ຖ້າ​ຊາຍ​ຄົນ​ໜຶ່ງ​ບໍ່​ສາມາດ​ຖວາຍ​ແກະ​ຫລື​ແບ້​ໂຕໜຶ່ງ​ໄດ້ ຕ້ອງ​ໃຫ້​ລາວ​ນຳ​ນົກ​ກາງແກ​ຫລື​ນົກເຂົາ​ສອງ​ໂຕ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ເປັນ​ຄ່າ​ຊົດໃຊ້​ບາບ​ຂອງຕົນ​ຄື: ໂຕໜຶ່ງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ອີກ​ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ.


ຈົ່ງ​ເອົາ​ແອກ​ຂອງເຮົາ​ແບກ​ໄວ້​ແລ້ວ​ຮຽນຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ​ແລະ​ຖ່ອມລົງ ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມ​ເຊົາເມື່ອຍ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ຂັບໄລ່​ບັນດາ​ຄົນ​ຊື້​ຂາຍ​ໃນ​ທີ່ນັ້ນ​ອອກ​ໄປ ແລະ​ຂວໍ້າ​ໂຕະ​ຂອງ​ຄົນ​ແລກປ່ຽນ​ເງິນ​ກັບ​ບ່ອນ​ນັ່ງ​ຂອງ​ຄົນ​ຂາຍ​ນົກເຂົາ.


ໂຢເຊັບ​ກັບ​ມາຣີ​ຍັງ​ໄດ້​ຖວາຍ​ເຄື່ອງ​ບູຊາ ຕາມ​ທີ່​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ໄວ້​ເຊັ່ນກັນ ຄື​ນົກເຂົາ​ຄູ່​ໜຶ່ງ ຫລື​ນົກ​ກາງແກ​ໜຸ່ມ​ສອງ​ໂຕ.


ເພາະວ່າ ຖ້າ​ມີ​ນໍ້າໃຈ​ພ້ອມ​ຢູ່​ແລ້ວ ພຣະເຈົ້າ​ກໍ​ຊົງ​ພໍພຣະໄທ​ທີ່​ຈະ​ຊົງ​ຮັບ​ຕາມ​ທີ່​ທຸກຄົນ​ມີ​ຢູ່ ບໍ່ແມ່ນ​ຕາມ​ທີ່​ພວກເຂົາ​ບໍ່ມີ.


ພຣະ​ມະຫາ​ປະໂຣຫິດ​ຢ່າງ​ນີ້​ແຫຼະ ທີ່​ເໝາະສົມ​ສຳລັບ​ພວກເຮົາ ຄື​ເປັນ​ຜູ້​ບໍຣິສຸດ​ປາສະຈາກ​ຜິດ ຫລື​ສິ່ງ​ຊົ່ວ​ມົວໝອງ ແຍກ​ຈາກ​ຄົນ​ບາບ​ທັງປວງ ຊົງ​ປະທັບ​ຢູ່​ເໜືອ​ຟ້າ​ສະຫວັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka